Home ຂ່າວພາຍໃນ ກວດກາຄຸນນະພາບສະໜາມກວດກູ້ລະເບີດຮ່ວມມື ລາວ-ຣັດເຊຍ

ກວດກາຄຸນນະພາບສະໜາມກວດກູ້ລະເບີດຮ່ວມມື ລາວ-ຣັດເຊຍ

0
18

ໃນລະຫວ່າງ ວັນທີ 18-19 ມີນາ 2025 ນີ້, ທ່ານ ວິໄລສັກ ວົງຊາຍະຈັນ ຫົວໜ້າໜ່ວຍງານກວດກາຄຸນນະພາບ ຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ພ້ອມດ້ວຍທີມງານ ເຄື່ອນໄຫວກວດກາຄຸນນະພາບສະໜາມກວດກູ້ລະເບີດບໍ່ທັນແຕກຮ່ວມມື ລາວ-ຣັດເຊຍ ຢູ່ເມືຶງວຽງໄຊ ແຂວງຫົວພັນ.

ສະໜາມກວດກູ້ລະເບີດບໍ່ທັນແຕກ ຢູ່ເມືອງວຽງໄຊ ມີ 5 ສະໜາມ, ມີເນື້ອທີ່ທັງໝົດ 18,5 ເຮັກຕາ ເຊິ່ງໄດ້ຮັບການກວດກູ້ ຂອງຄະນະວິຊາການກອງກວດກູ້ລະເບີດເພື່ອມະນຸດສະທຳກອງທັບປະຊາຊົນລາວ ຮ່ວມກັບຄະນະວິຊາການສູນກວດກູ້ມິນສາກົນ ກໍາລັງປະກອບອາວຸດແຫ່ງ ສ ຣັດເຊຍ ເລີ່ມແຕ່ວັນທີ 11 ພະຈິກ 2024-14 ມີນາ 2025 ເປັນຕົ້ນມາ, ປັດຈຸບັນສາມາດກວດກູ້ ແລະ ຜ່ານການກວດກາຄຸນນະພາບ ສຳເລັດຕາມແຜນການ.

ທ່ານ ວິໄລສັກ ວົງຊາຍະຈັນ ໃຫ້ຮູ້ວ່າ: ໜ່ວຍງານກວດກາຄຸນນະພາບ ຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ໄດ້ເຄື່ອນໄຫວກວດກາຄຸນນະພາບວຽກງານກວດກູ້ ລະຫວ່າງ ກະຊວງປ້ອງກັນປະເທດ ສປປ ລາວ ຮ່ວມກັບ ກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ຢູ່ເມືອງວຽງໄຊ ແຂວງຫົວພັນ, ມີຈຳນວນ 5 ສະໜາມ, ມີເນື້ອທີ່ທັງໝົດ 18,5 ເຮັກຕາ ຈຸດປະສົງເພື່ອຢັ້ງຢືນຄຸນນະພາບ ແລະ ຄວາມປອດໄພ ເຊິ່ງໄດ້ກວດທຸກສະໜາມ ອີງຕາມມາດຕະຖານການຄຸ້ມຄອງຄຸນນະພາບ ບໍ່ໃຫ້ຫຼຸດ 2% ຂອງເນື້ອທີ່ທັງໝົດ. ຜ່ານການກວດຕົວຈິງ ສາມາດຢັ້ງຢືນຄຸນນະພາບຕາມມາດຕະຖານ ມອບໃຫ້ກະຊວງປ້ອງກັນປະເທດ ສປປ ລາວ ຮ່ວມກະຊວງປ້ອງກັນປະເທດ ສ ຣັດເຊຍ ເພື່ອມອບຕໍ່ໃຫ້ເຈົ້າຂອງດິນ ຫຼື ອຳນາດການປົກຄອງທ້ອງຖິ່ນໄດ້ນຳໃຊ້ຕາມຈຸດປະສົງ.

ໂດຍ: ອາໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here