Wednesday, March 19, 2025
Homeຂ່າວຕ່າງປະເທດອັດຕາການຈ້າງງານຊາວຕ່າງປະເທດ ໃນ ສ ເກົາຫຼີ ບັນລຸ 64.7% ໃນປີ 2024

ອັດຕາການຈ້າງງານຊາວຕ່າງປະເທດ ໃນ ສ ເກົາຫຼີ ບັນລຸ 64.7% ໃນປີ 2024

ຂ່າວຕ່າງປະເທດລາຍງານ ໃນວັນທີ 18 ມີນາ ຜ່ານມາ; ຫ້ອງການສະຖິຕິແຫ່ງຊາດ ສ ເກົາຫຼີ ລາຍງານວ່າ: ອັດຕາການຈ້າງງານຂອງຊາວຕ່າງປະເທດໃນ ສ ເກົາຫຼີ ມີ 64.7% ໃນປີ 2024, ໂດຍໃນຈຳນວນຊາວຕ່າງປະເທດ ທີ່ມີອາຍຸ 15 ປີຂຶ້ນໄປ ທີ່ອາໄສຢູ່ ສ ເກົາຫຼີ ມີທັງໝົດ 1.56 ລ້ານຄົນ ແລະ ມີ 64.7% ເປັນຜູ້ມີວຽກເຮັດງານທໍາ, 3.9% ວ່າງງານ ແລະ 31.4% ແມ່ນບໍ່ມີການເຄື່ອນໄຫວທາງດ້ານເສດຖະກິດ.

ບົດລາຍງານລະບຸວ່າ: ໃນຈໍານວນຊາວຕ່າງປະເທດທີ່ມີວຽກເຮັດງານທຳ 45.6% ເຮັດວຽກໃນອຸດສາຫະກໍາຂຸດຄົ້ນບໍ່ແຮ່ ແລະ ການຜະລິດ, 18.9% ເຮັດວຽກໃນທຸລະກິດຄ້າຂາຍສົ່ງ, ຂາຍຍ່ອຍ, ທີ່ພັກ ແລະ ຮ້ານອາຫານ, 14.2% ເຮັດວຽກໃນທຸລະກິດເອກະຊົນ ຫຼື ລັດຖະບານ, 10.6% ເຮັດວຽກໃນອຸດສາຫະກໍາການກໍ່ສ້າງ, 8.3% ເຮັດວຽກໃນອຸດສາຫະກໍາກະສິກໍາ ແລະ ການປະມົງ.

ຂະນະດຽວກັນ, ອັດຕາສ່ວນຂອງພະນັກງານຕ່າງປະເທດທີ່ມີເງິນເດືອນສະເລ່ຍ 2-3 ລ້ານວອນ ແມ່ນ 51.2% ຂອງຈໍານວນທັງໝົດ ແລະ ອັດຕາສ່ວນຂອງພະນັກງານຕ່າງປະເທດທີ່ມີເງິນເດືອນຫຼາຍກວ່າ 3 ລ້ານວອນ ແມ່ນ 37,1% ຂອງຈໍານວນທັງໝົດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments