Wednesday, March 19, 2025
Homeຂ່າວຕ່າງປະເທດທ່ານ ໂດນັລ ທຣໍາ ສັ່ງຢຸດການສະໜອງທຶນໃຫ້ VOA ແລະ ສື່ມວນຊົນອື່ນໆ

ທ່ານ ໂດນັລ ທຣໍາ ສັ່ງຢຸດການສະໜອງທຶນໃຫ້ VOA ແລະ ສື່ມວນຊົນອື່ນໆ

ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ມີນານີ້ ວ່າ: ພະນັກ ງານຫຼາຍຮ້ອຍຄົນຂອງ Voice of America (VOA), ວິທະຍຸເອເຊຍເສລີ (Radio Free Asia), ວິທະຍຸເສລີເອີຣົບ (Radio Free Europe) ແລະ ສື່ອື່ນໆ ໄດ້ຮັບອີເມວໃນທ້າຍອາທິດຜ່ານມາ ຊຶ່ງໄດ້ແຈ້ງຄຳສັ່ງຫ້າມເຂົ້າຫ້ອງການ, ລວມທັງການເກັບຄືນບັດສຳລັບສື່ມວນຊົນ ແລະ ອຸປະກອນການເຮັດວຽກອື່ນໆ.

ການປົດຕໍາແໜ່ງດັ່ງກ່າວ ແມ່ນປະຕິບັດຕາມຄໍາສັ່ງບໍລິຫານຂອງ ທ່ານ ໂດນັລ ທຣໍາ, ປະທານາທິບໍດີ ອາເມຣິກາ ໃນວັນທີ 14 ມີນານີ້ ຊຶ່ງກໍານົດໃຫ້ອົງການສື່ມວນຊົນໂລກຂອງອາເມຣິກາ (USAGM) ເປັນໜຶ່ງໃນອົງການຂອງລັດຖະບານກາງທີ່ບໍ່ຈຳເປັນ, ໂດຍຫ້ອງການດັ່ງກ່າວ ມີພະນັກງານປະ ມານ 3,500 ຄົນ ແລະ ງົບປະມານ ປີ 2024 ປະມານ 886 ລ້ານໂດລາ.

ຫ້ອງການດັ່ງກ່າວ ຊຶ່ງເປັນອົງການແມ່ຂອງ VOA ໄດ້ຍົກ ເລີກສັນຍາທັງໝົດກັບບໍລິສັດວິທະຍຸກະຈາຍສຽງສາກົນທີ່ໄດ້ ຮັບທຶນສະໜັບສະໜູນຈາກ ອາເມຣິກາ ຊຶ່ງລວມທັງວິທະຍຸເສລີເອີຣົບ ແລະ ວິທະຍຸເອເຊຍເສລີ, ໂດຍທ່ານ ໄມເຄິລ ອັບຣາມໍວິດ ອຳນວຍການຂອງວີໂອເອ ກ່າວວ່າ: ພະນັກງານເກືອບທັງໝົດ ຊຶ່ງເປັນນັກຂ່າວ, ຜູ້ຜະລິດລາຍການ ແລະ ຜູ້ຊ່ວຍ ປະມານ 1,300 ຄົນ ໄດ້ຖືກພັກວຽກໂດຍບໍ່ໄດ້ຮັບຄ່າຈ້າງ.

ດ້ານທຳນຽບຂາວ ລະບຸວ່າ: ການປົດພະນັກງານມີເປົ້າໝາຍໃຫ້ຜູ້ທີ່ເສຍພາສີບໍ່ຕ້ອງແບກຮັບພາລະຄ່າໃຊ້ຈ່າຍສຳລັບການໂຄສະນາຊວນເຊື່ອອີກຕໍ່ໄປ.

ເຖິງຢ່າງໃດກໍຕາມ, ມີການຄາດຄະເນວ່າການປົດພະນັກງານຄັ້ງນີ້ຈະປະສົບກັບສິ່ງທ້າທາຍ ເນື່ອງຈາກລັດຖະສະພາຄອງເກຣສ ມີອຳນາດຕາມລັດຖະທຳມະນູນໃນການຈັດສັນງົບປະມານ ບໍ່ແມ່ນປະທານາທິບໍດີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments