ນະຄອນນິວຢອກ, 13 ມີນາ 2025 – ຄະນະຜູ້ແທນລະດັບສູງຂອງ ສະຫະພັນແມ່ຍິງລາວ ນຳໂດຍ ທ່ານ ອາລີ ວົງໜໍ່ບຸນທຳ, ປະທານສະຫະພັນແມ່ຍິງລາວ ພົບປະກັບຄະນະຜູ້ອຳນວຍການ ອົງການ UNICEF, ລວມທັງ ທ່ານ Sheema Sen Gupta, ຜູ້ອຳນວຍການດ້ານການປົກປ້ອງເດັກ ແລະ ທ່ານ Lauren Rumble, ທີ່ປຶກສາຄົນສຳຄັນດ້ານວຽກງານບົດບາດຍິງຊາຍ, ຢູ່ ສຳນັກງານ UNICEF ນິວຢອກ. ການປະຊຸມຄັ້ງນີ້ ເປັນສ່ວນໜຶ່ງຂອງການປະຊຸມຄະນະກຳມະການວ່າດ້ວຍສະພາບຂອງແມ່ຍິງ (CSW69) ເພື່ອເສີມຄວາມຮ່ວມມືໃນການສົ່ງເສີມຄວາມເທົ່າທຽມທາງວຽກງານບົດບາດຍິງຊາຍ ແລະ ປົກປ້ອງສິດເດັກໃນ ສປປ ລາວ.
ທັງສອງຝ່າຍໄດ້ຢືນຢັນຄວາມມຸ່ງມັ້ນໃນວຽກງານການປ້ອງກັນ ການແຕ່ງດອງໃນໄວເດັກ ໃນ ສປປ ລາວ ຜ່ານໂຄງການ TUSIP – “Hidden in Plain Sight – Child, Early, and Forced Marriages (CEFM) – Lao PDR” ທີ່ໄດ້ຮັບທຶນສະໜັບສະໜູນຈາກ ລັດຖະບານອົດສະຕາລີ. ໂຄງການນີ້ແມ່ນໂຄງການລິເລີ່ມ ຈາກທີ່ໄດ້ເຮັດບົດຄົ້ນຄ້ວາ ຜົນການສຶກສາ ກ່ຽວກັບການການແຕ່ງດອງໃນໄວເດັກ ແລະ ການຖືພາໃນໄວຫນຸ່ມ, ເພື່ອໃຊ້ປະກອບການກຳນົດນະໂຍບາຍໃນອະນາຄົດ. ອົງການ UNICEF ແລະ UNFPA ຍັງໄດ້ສົ່ງເສີມແຜນງານການປ້ອງກັນການແຕ່ງດອງໃນໄວເດັກ ໃຫ້ຖືກບັນຈຸເຂົ້າໄປໃນ ແຜນປະຕິບັດແຫ່ງຊາດ ວ່າດ້ວຍຄວາມຮຸນແຮງຕໍ່ເດັກ ແລະແມ່ຍິງ (NAP VAC/VAW) 2026-2030, ເຊິ່ງສອດຄ່ອງກັບແຜນລະດັບພາກພື້ນຂອງ ASEAN.

ການປະຊຸມຍັງໄດ້ເນັ້ນເຖິງຄວາມສຳຄັນຂອງ ແຜນງານຮັກລູກໃຫ້ໃສ່ໃຈ ໃນການຍົກລະດັບຄຸນນະພາບຊີວິດເດັກ ແລະ ສົ່ງເສີມບົດບາດຂອງພໍ່ແມ່ໃນການປ້ອງກັນຄວາມຮຸນແຮງ. ອົງການ UNICEF ໄດ້ໃຫ້ຄຳໝັ້ນສັນຍາໃນການສະໜັບສະໜູນທາງວິຊາການ ເພື່ອຂະຫຍາຍໂຄງການໃຫ້ຄົບຄຸມທົ່ວປະເທດ.