ຂປລ. ໃນວາລະກອງປະຊຸມ ສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 17 ມີນາ 2025 ນີ້, ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ທັງເປັນຮອງປະທານຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ໄດ້ສະເໜີການປັບປຸງລັດຖະທຳມະນູນ ປີ 2025. ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ, ສົມບູບ, ສອດຄອງກັບແນວທາງຂອງພັກ-ລັດ ແລະ ສາມາດນຳໄປຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ.
ໂອກາດນີ້, ທ່ານ ຈະເລີນ ເຍຍປາວເຮີ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນ ໃນການປັບປຸງລັດຖະທຳມະນູນຄັ້ງນີ້, ເພື່ອແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດລັດຖະທຳມະນູນ ເຊິ່ງການປັບປຸງຄັ້ງນີ້ ເປັນການປັບປຸງຄັ້ງທີ 3 ໂດຍສຸມໃສ່ປະຕິບັດຕາມຈິດໃຈ ຊີ້ນຳຂອງມະຕິກອງປະ ຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI (ຄັ້ງວັນທີ 28 ຕຸລາ-6 ພະຈິກ 2024) ແນໃສ່ປັບປຸງລະບົບອຳນາດແຫ່ງລັດ ໃຫ້ມີປະສິດທິພາບສູງ, ສ້າງບາດລ້ຽວໃໝ່ໃຫ້ແກ່ການປົກປັກຮັກ ສາ ແລະ ສ້າງສາປະເທດຊາດ, ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ແນໃສ່ສ້າງພື້ນ ຖານທາງດ້ານກົດໝາຍ ກໍຄື ນິຕິກໍາທີ່ຈະວາງອອກໃນຕໍ່ໜ້າ ໃຫ້ຮັບປະກັນແນວທາງການເມືອງຂອງພັກ, ການຄຸ້ມຄອງ-ບໍລິຫານລັດໃນໄລຍະໃໝ່; ປັບປຸງບາງໝວດ, ບາງມາດຕາ ເພື່ອຮັບປະກັນ ຫລື ຮອງຮັບແນວທາງການເມືອງຂອງພັກ ແລະ ແນວທາງການຈັດຕັ້ງ, ການຄຸ້ມຄອງ-ບໍລິຫານລັດໃນໄລຍະ ໃໝ່ ກໍຄື ແນວທາງປ່ຽນແປງໃໝ່ໃນຊຸມປີຕໍ່ໜ້າ.
ນອກຈາກນີ້, ທ່ານ ຈະເລີນ ເຍຍປາວເຮີ ຍັງລາຍງານໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດ ລັດ ຖະທຳມະນູນ ປີ 2015 ເຊິ່ງຖືກຮັບຮອງເອົາໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VII ແລະ ປະກາດໃຊ້ຕາມລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 214/ປປທ, ລົງວັນທີ 15 ທັນວາ 2015 ເຊິ່ງເປັນສະບັບປັບປຸງຄັ້ງທີສອງ ແນໃສ່ບູລະນະອົງການອຳນາດລັດ ໃຫ້ມີຄວາມເຂັ້ມແຂງ, ມີປະສິດທິຜົນ, ມີການແບ່ງງານ, ມີການປະສານສົມທົບ ແລະ ຕິດຕາມ ກວດກາ ເຊິ່ງກັນ ແລະ ກັນ ລະຫວ່າງອົງການນິຕິບັນຍັດ, ອົງການບໍລິຫານ ແລະ ອົງການຕຸລາການ ຕາມກົນໄກການແບ່ງຂັ້ນຄຸ້ມຄອງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ. ລັດຖະທຳມະນູນ ສະບັບນີ້ ເປັນກົດໝາຍພື້ນຖານອັນສໍາຄັນ ໃຫ້ແກ່ການປົກປັກຮັກສາປະເທດຊາດ, ຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດ ໝາຍ; ເປັນບ່ອນອີງໃນການສ້າງ ແລະ ປັບປຸງກົດໝາຍ; ການເສີມຂະຫຍາຍ ແລະ ປະຕິບັດສິດເປັນເຈົ້າປະເທດຊາດ, ສິດ ແລະ ປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ.

ນັບແຕ່ມີລັດຖະທຳມະນູນ ສປປ ລາວ ເປັນຕົ້ນມາ, ລັດໄດ້ຕັ້ງໜ້າຜັນຂະຫຍາຍລັດຖະທຳມະ ນູນ ເປັນກົດໝາຍ ໄດ້ 169 ສະບັບ ແລະ ນິຕິກຳໃຕ້ກົດໝາຍເປັນຈຳນວນຫລວງຫລາຍ ທີ່ເປັນເຄື່ອງມືໃຫ້ແກ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ສ້າງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍໃນທົ່ວສັງຄົມໃຫ້ສູງຂຶ້ນ, ຮັບປະກັນການເຊື່ອມໂຍງທາງດ້ານເສດຖະກິດກັບສາກົນ ແລະ ພາກພື້ນ, ຍົກສູງບົດບາດຂອງ ສປປ ລາວ ໃນເວທີສາກົນ. ແຕ່ເຖິງຢ່າງໃດກໍຕາມຍັງມີຂໍ້ຄົງຄ້າງຈຳນວນ ໜຶ່ງ ຄື: ບາງຂໍ້ກຳນົດຂອງລັດຖະທຳມະນູນ ປີ 2015 ໂດຍສະເພາະກ່ຽວກັບອໍານາດລັດ ຍັງບໍ່ທັນສອດ ຄ່ອງກັບໜ້າທີ່ການເມືອງຂອງພັກ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ໃນໄລຍະໃໝ່; ການຈັດຕັ້ງປະຕິບັດລັດຖະທຳມະນູນ ຂອງບັນດາອົງການອຳນາດລັດຂັ້ນຕ່າງໆ ມີຫລາຍກໍລະນີ ຍັງບໍ່ທັນມີປະສິດທິພາບ, ປະສິທິຜົນ; ຄວາມຮັບຮູ້ເຂົ້າໃຈຕໍ່ລັດຖະທຳມະນູນ ຂອງພະນັກງານ-ລັດຖະ ກອນ, ທະຫານ, ຕຳຫລວດ ໃນລະບົບການເມືອງ ຍັງບໍ່ທັນເລິກເຊິ່ງ, ສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍ ທົ່ວສັງຄົມຍັງບໍ່ທັນສູງ; ການເສີມຂະຫຍາຍ ແລະ ປະຕິບັດ ສິດ, ປະຊາ ທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ຕາມລັດຖະທຳມະນູນ ແລະ ກົດໝາຍ ຍັງບໍ່ທັນແຂງແຮງ ແລະ ເຂັ້ມງວດ.
ສຳລັບ ໂຄງສ້າງຮ່າງລັດຖະທຳມະນູນ ສະບັບປັບປຸງ ປີ 2025 ປະກອບມີ 14 ໝວດ, 122 ມາດຕາ. ໃນນັ້ນ, ມາດຕາໃໝ່ 5 ມາດຕາ, ມາດຕາປັບປຸງ 59 ມາດຕາ, ຍົກເລີກ 3 ມາດຕາ ແລະ ບໍ່ໄດ້ປັບປຸງ 58 ມາດຕາ, ພາຍຫລັງຖືກຮັບຮອງ ແລະ ປະກາດໃຊ້ ຈະກາຍເປັນບ່ອນອີງ ໃນການເຄື່ອນ ໄຫວປະຕິບັດສິດ ແລະ ໜ້າທີ່ ຂອງລະບົບອຳນາດແຫ່ງລັດ ກໍຄື ລະບົບການເມືອງ ປະຊາທິປະໄຕ ປະ ຊາຊົນ ຂອງປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍສະເພາະ ການປັບປຸງຂັ້ນການປົກຄອງທ້ອງຖິ່ນ ໃຫ້ສອດຄ່ອງຕາມມະຕິ 05/ຄບສພ ແລະ ແທດເໝາະກັບສະພາບການ ຂະຫຍາຍ ຕົວທາງດ້ານເສດຖະກິດ-ສັງຄົມໃນໄລຍະໃໝ່; ເປັນພື້ນຖານທີ່ສຳຄັນ ແລະ ຈຳເປັນໃຫ້ແກ່ການສືບຕໍ່ສ້າງ, ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍໃຫ້ເປັນລະບົບ, ຄົບຊຸດ ແລະ ສອດຄ່ອງກັບໜ້າທີ່ການເມືອງຂອງພັກໃນໄລຍະໃໝ່ ແນໃສ່ສ້າງລັດປະຊາທິປະໄຕປະຊາຊົນ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍ ສູ່ບາດກ້າວໃໝ່; ເປັນບ່ອນອີງທີ່ສຳຄັນໃຫ້ແກ່ການໂຄສະນາເຜີຍແຜ່, ສຶກສາອົບຮົມ ເພື່ອສ້າງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍ ໃນທົ່ວສັງຄົມໃຫ້ສູງຂຶ້ນ; ຮັບປະກັນການເສີມຂະຫຍາຍ ແລະ ປະຕິບັດສິດເປັນເຈົ້າປະເທດຊາດ, ສິດ ແລະ ປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ; ເປັນການຍົກສູງຖານະບົດບາດ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນເວທີສາກົນ ແລະ ພາກພື້ນ.
ຂ່າວ: ກິດຕາ
ພາບ: ເກດສະໜາ