Tuesday, March 18, 2025
Homeຂ່າວໜ້າໜຶ່ງກະຊວງການຕ່າງປະເທດ ຫວນຄືນມູນເຊື້ອວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ

ກະຊວງການຕ່າງປະເທດ ຫວນຄືນມູນເຊື້ອວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ

ກະຊວງການຕ່າງປະເທດ ຈັດປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ໃນວັນທີ 17 ມີນາ 2025 ໂດຍການປາຖະກະຖາຂອງ ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ມີຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກ ງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ, ທາດແທ້, ອຸດົມການ, ການເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອອັນດີງາມ ແລະ ໄຊຊະນະປະຫວັດສາດ ຂອງພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ, ຜົນງານອັນໃຫຍ່ຫລວງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາຂອງ ພັກປະຊາຊົນ ປະຕິວັດລາວ ຕະຫລອດໄລຍະ 70 ປີຜ່ານມາ ໂດຍສະເພາະ ພັກເຮົາໄດ້ນຳພາການຕໍ່ສູ້ບໍ່ຍອມຈໍານົນ, ພິລະອາດຫານ ທີ່ນໍາໄປສູ່ໄຊຊະນະຂອງການປະຕິວັດຊາດ ປະຊາທິປະໄຕ, ສືບຕໍ່ນໍາພາການຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄປຕາມເສັ້ນທາງສັງຄົມນິຍົມ ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວບັນດາເຜົ່າ. ພັກເຮົາເວລາໃດກໍຍຶດໝັ້ນລັດທິມາກ-ເລນິນ ເປັນພື້ນຖານ, ແນວຄິດປະທານ ໄກສອນ ພົມວິຫານ ແລະ ຍຶດຖືຫລັກໝັ້ນຂອງຊົນຊັ້ນກຳມະກອນ ຢ່າງສະເໝີຕົ້ນສະເໝີປາຍ, ສົມທົບແໜ້ນລະຫວ່າງ ລັດທິຮັກຊາດອັນແທ້ຈິງ ກັບລັດທິສາກົນອັນຜ່ອງໃສ, ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ຖືເອົາຄວາມສາມັກຄີພາຍໃນເປັນຫລັກ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ເຊີດຊູຄວາມເປັນແບບຢ່າງນຳໜ້າ, ຮັກສາໄດ້ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ຄວາມເຊື່ອໝັ້ນຈາກປະຊາຊົນລາວບັນດາເຜົ່າຕະຫລອດມາ. ດັ່ງນັ້ນ, ພັກເຮົາສົມແລ້ວທີ່ເປັນກອງເສນາທິການທາງການເມືອງທີ່ສ່ອງໃສ, ເປັນກອງນຳໜ້າທີ່ແໜ້ນແກ່ນ, ເປັນຕົວແທນທີ່ຈົງຮັກພັກດີຕໍ່ສິດຜົນ ປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານທີ່ຮັກຊາດ, ເປັນແກນນຳໃນລະບົບການເມືອງແຫ່ງລະບອບປະຊາທິປະໄຕປະຊາຊົນ ອັນເຂັ້ມແຂງ ແລະ ສ້າງໃຫ້ປະເທດມີຄວາມສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບສຸກ, ເສດຖະກິດວັດທະນະທຳ-ສັງຄົມ ໄດ້ຂະ ຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການພັດທະນາແກ້ໄຂເປັນກ້າວໆ.

ສະຫາຍ ທອງສະຫວັນ ພົມວິຫານ ຍັງໄດ້ຮຽກຮ້ອງມາຍັງຄະນະພັກ-ຄະນະນຳ, ຄະນະກົມ, ສະມາຊິກພັກ, ພະນັກງານທັງໜົດຂອງກະຊວງການຕ່າງປະເທດ ຈົ່ງຢຶດໝັ້ນໃນແນວຄິດທິດສະດີມາກ -ເລນິນ ແລະ ແນວຄິດ ໄກສອນ ພົມວິຫານ ກໍຄື ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ, ຍຶດໝັ້ນ ແລະ ປະຕິບັດຢ່າງຖືກຕ້ອງບັນດາຫລັກການພື້ນຖານດ້ານການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ, ຍຶດໝັ້ນໃນຊົນຊັ້ນກໍາມະກອນ ແລະ ຄວາມຈົງຮັກພັກດີຕໍ່ຜົນປະໂຫຍດລວມຂອງຊາດ ຂອງປະຊາຊົນ, ສ້າງຄວາມເປັນແບບຢ່າງທາງດ້ານແນວຄິດ ແລະ ພຶດຕິກໍາ, ຈໍາກັດແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆ ທັງເປັນເຈົ້າຕົນເອງ ແລະ ເສີມຂະຫຍາຍກໍາລັງແພງພາຍໃນຊາດ ສົມທົບກັບການພົວພັນຮ່ວມມືກັບສາກົນ ແລະ ບັນດາປະເທດເພື່ອນມິດຍຸດທະສາດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມ, ຈົ່ງພ້ອມກັນເສີມຂະຫຍາຍມູນເຊື້ອອັນດີງາມ ຂອງພັກ ເປັນ ຕົ້ນ ແມ່ນບົດຮຽນການນໍາພາ ຂອງພັກ. ພ້ອມນັ້ນ, ກໍພ້ອມກັນຖອດຖອນບົກຮຽນ ຈາກບັນດາຂໍ້ຂາດຕົກບົກພ່ອງ ໃນໄລຍະຜ່ານມາ ເພື່ອປັບປຸງປ່ຽນແປງການນໍາພາ ຂອງພັກໃນໄລຍະໃໝ່ໃຫ້ສອດຄ່ອງ, ພ້ອມກັນສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັ້ກແໜ້ນ ເພື່ອຮັກສາບົດບາດກໍາອໍໍານາດ ຂອງພັກ ແລະ ນໍາພາວຽກງານການຕ່າງປະເທດ ໄປສູ່ຈຸດຫມາຍທີ່ວາງໄວ້.

ຂ່າວ-ພາບ: ກຕທ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments