Friday, March 14, 2025
Homeຂ່າວຕ່າງປະເທດສ.ອາເມລິກາ ຍົກເລີກໂຄງການ ຢູເອສ ເອດ 83%

ສ.ອາເມລິກາ ຍົກເລີກໂຄງການ ຢູເອສ ເອດ 83%

ສຳນັກຂ່າວ ເອເອຟພີ ລາຍງານ ຈາກນະຄອນຫລວງ ວໍຊິງຕັນ ປະເທດ ສ.ອາເມລິກາ, ທ່ານ ມາຣໂກ ຣູບີໂອ ລັດຖະມົນຕີ ກະຊວງການຕ່າງປະເທດ ສ.ອາເມລິກາ ກ່າວ່າ: ລັດຖະບານ ໄດ້ຍົກເລີກ ໂຄງການ ຂອງ ໜ່ວຍງານ ເພື່ອການພັດທະນາ ລະຫວ່າງ ປະເທດ ສ.ອາເມລິກາ (ຢູເອສເອດ) ໃນອັດຕາສ່ວນ 83% ເນື່ອງຈາກ ການໃຊ້ຈ່າຍ ຂອງ ໂຄງການ ດັ່ງກ່າວນີ້ ບໍ່ສອດຄ່ອງກັບ ຫລັກການ. ໂດຍຢູເອສເອດ ສົ່ງມອບໂຄວາມຊ່ວຍເຫລືອ ດ້ານມະນຸດສະທຳ ທົ່ວໂລກ ດ້ວຍໂຄງການ ສຸຂະພາບ ແລະ ໂຄງການສຸກເສີນ ໃນປະເທດຕ່າງໆ 120 ປະເທດ, ຊຶ່ງ ຈະສົ່ງຜົນກະທົບ ຕໍ່ຜູ້ຄົນ ຫລາຍລ້ານຄົນ.

ທ່ານ ມາຣໂກ ຣູບີໂອ ກ່າວວ່າ ຫລັງຈາກ ກວດກາ ໃນໄລຍະເວລາ 6 ເດືອນ ຈຶ່ງໄດ້ຍົກເລີກ ໂຄງການ ຂອງ ຢູເອສເອດ ຢ່າງເປັນທາງການ 83% , ໂດຍອ້າງເຫດຜົນວ່າ ສັນຍາ 5.200 ສະບັບ ທີ່ຖືກຍົກເລີກ ໄດ້ໃຊ້ເງິນໄປ ຫລາຍໝື່ນ ລ້ານໂດລາສະຫະລັດ ທີ່ບໍ່ເກີດປະໂຫຍດ ແລະ ສ້າງຄວາມເສຍຫາຍ ຕໍ່ສ.ອາເມລິກາ ໃນບາງກໍລະນີ. ນອກຈາກນີ້ ໂຄງການ ຢູເອສເອດ ທີ່ເຫລືອອີກ 1.000 ໂຄງການ ຈະຢູ່ພາຍໃຕ້ ການບໍລິຫານ ຂອງກະຊວງການ ຕ່າງປະເທດ ສ.ອາເມລິກາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments