Friday, March 14, 2025
Homeຂ່າວຕ່າງປະເທດເອີຣົບ ຂຶ້ນພາສີສິນຄ້າ ຈາກ ສ.ອາເມລິກາ 25%

ເອີຣົບ ຂຶ້ນພາສີສິນຄ້າ ຈາກ ສ.ອາເມລິກາ 25%

ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫລວງບຣຸກແຊນ ປະເທດແບນຊິກ ເມື່ອວັນທີ 12 ມີນາ, ຄະນະ ກຳມະທິການເອີຣົບ (ອີຊີ) ຊຶ່ງເປັນອົງການ ຂອງຝ່າຍບໍລິຫານ ຂອງສະຫະພາບ ເອີຣົບ (ອີຢູ) ອອກຖະແຫລງການວ່າ: ເສຍໃຈເປັນຢ່າງຍິ່ງ ກັບ ການທີ່ ສ.ອາເມລິກາ ສືບຕໍ່ມາດຕະການກຳແພງພາສີ ອີກ 25% ກັບຜະລິດຕະພັນເຫລັກ ແລະ ອະລູມິນຽມ ຂອງອີຢູ ຊຶ່ງຖືເປັນການກິດກັ້ນ ທາງການຄ້າ ແລະເປັນການໃຊ້ ນະໂຍບາຍ ທີ່ບໍ່ເປັນທຳ. ດັ່ງນັ້ນ ອີຢູ ຈຳເປັນຕ້ອງ ໃຊ້ມາດຕະການ ຕອບໂຕ້ ດ້ວຍການຂຶ້ນພາສີ ສິນຄ້າຂອງ ສ.ອາເມລິກາ ໃນອັດຕາ 25% ໂດຍ ຈະແບ່ງອອກເປັນ 2 ໄລຍະ: ໄລຍະທຳອິດ ເລີ່ມແຕ່ວັນທີ 1 ເມສາ ແລະ ໄລຍະທີ 2 ເລີ່ມແຕ່ ວັນທີ 13 ເມສາ ຊຶ່ງຄວບຄຸມ ຜະລິດຕະພັນ ຂອງ ອີກຝ່າຍ ເປັນມູນຄ່າ ປະມານ 26.000 ລ້ານເອີໂຣ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments