ໃນວັນທີ 13 ມີນາ 2025 ຜ່ານມາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຄື່ອນ ໄຫວຕິດຕາມກວດກາ ການຈັດຕັ້ງປະຕິບັດໂຄງການລົງທຶນຂຸດຄົ້ນບໍ່ແຮ່ ຢູ່ແຂວງຫົວພັນ ໂດຍມີ ທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງຫົວພັນ, ພ້ອມດ້ວຍຜູ້ຕາງໜ້າພະແນກການຂອງແຂວງ, ເມືອງ ແລະ ພາກສ່ວນ ກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ເຄື່ອນໄຫວເຮັດວຽກຮ່ວມ.
ຈຸດປະສົງ ແມ່ນເພື່ອຕິດຕາມກວດກາ ແລະ ຊຸກຍູ້ການປະຕິບັດໂຄງການລົງທຶນດ້ານບໍ່ແຮ່ ຢູ່ແຂວງຫົວພັນ ໃຫ້ໄປຕາມນະໂຍບາຍ ກໍຄື ກົດໝາຍ ແລະ ລະບຽບການກ່ຽວຂ້ອງຢ່າງຖືກຕ້ອງ ແລະ ເຂັ້ມງວດ, ແກ້ໄຂບັນ ດາຂໍ້ຄົງຄ້າງ ແລະ ບັນດາຫາງສຽງຕ່າງໆ, ທັງຮັບປະກັນຄວາມໂປ່ງໃສ, ແນໃສ່ເຮັດໃຫ້ການລົງທຶນມີປະສິດທິພາບ ແລະ ປະສິດທິຜົນ, ນຳເອົາປະໂຫຍດສູງສຸດມາໃຫ້ປະເທດຊາດ ແລະ ປະຊາຊົນ ຢ່າງແທ້ຈິງ.

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະໄດ້ໄປຕິດຕາມກວດກາເບິ່ງການຈັດຕັ້ງປະຕິບັດ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກ ຂອງບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ ຈຳກັດ ຢູ່ເມືອງຫົວເມືອງ; ໂຄງການສໍາຫລວດ, ຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ເຫລັກ, ແຮ່ທອງ, ແຮ່ຄຳ ແລະ ແຮ່ຫາຍາກ ຂອງກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ຈຳກັດ ຢູ່ເມືອງຮ້ຽມ ເຊິ່ງເຫັນວ່າ: ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກ ຂອງບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ ຈຳກັດ ໄດ້ເຊັນສັນຍາຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກກັບລັດຖະບານ ໃນເດືອນມັງກອນ 2022 ໃນເນື້ອທີ່ 5 ກິໂລຕາແມັດ. ຜ່ານການຂຸດຄົ້ນ ແລະ ປຸງແຕ່ງ ແຕ່ປີ 2023 ຮອດປັດຈຸບັນ, ສາມາດສົ່ງອອກແຮ່ຫາຍາກໄດ້ 10.300 ກວ່າໂຕນ, ລວມມູນຄ່າ ປະມານ 58 ລ້ານໂດລາສະຫະລັດ ໂດຍໄດ້ປະຕິບັດພັນທະໃຫ້ລັດແລ້ວ 13 ລ້ານກວ່າໂດລາສະຫະລັດ ແລະ 63 ຕື້ກວ່າກີບ.

ສ່ວນໂຄງການສໍາຫລວດ, ຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ເຫລັກ, ແຮ່ທອງ, ແຮ່ຄຳ ແລະ ແຮ່ຫາຍາກ ຂອງກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ຈຳກັດ ໄດ້ເຊັນສັນຍາຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ເຫລັກ ກັບລັດຖະບານ ໃນເດືອນຕຸລາ 2021 ໃນເນື້ອທີ່ 12,56 ກິໂລຕາແມັດ ດ້ວຍອາຍຸສັນຍາ 14 ປີ ໂດຍໄດ້ ມອບພັນທະໃຫ້ລັດລ່ວງໜ້າ 2 ລ້ານໂດລາສະຫະລັດ ແລະ ຊ່ວຍເຫລືອລ້າ ສ້ອມແປງເສັ້ນທາງປູຫີນ 2 ຊັ້ນ ແຕ່ເຂດບ້ານຖໍ້າລາ ຫາເທສະບານເມືອງຮ້ຽມ ມີຄວາມຍາວ 30 ກວ່າກິໂລແມັດ ລວມມູນຄ່າ 16 ຕື້ກວ່າກີບ. ນອກນັ້ນ, ບໍລິສັດ ຍັງໄດ້ໃຫ້ການຊ່ວຍເຫລືອແຂວງຫົວພັນ ນອກພັນທະສັນຍາ ໃນປີ 2023 ແລະ 2024 ລວມມູນຄ່າທັງໝົດ 43 ຕື້ກວ່າກີບ.

ການລົງຕິດຕາມກວດກາແຕ່ລະໂຄງການ, ທ່ານຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນ ໃຫ້ບໍລິສັດຜູ້ລົງທຶນ ເອົາໃຈໃສ່ດຳເນີນກິດຈະການ ຖືກຕ້ອງສອດຄ່ອງຕາມພັນທະສັນຍາ ກໍຄື ແຜນການ ແລະ ມາດຕະຖານເຕັກນິກ ໃນການຂຸດຄົ້ນ ແລະ ປຸງແຕ່ງ ຢ່າງເຄັ່ງຄັດ, ບໍ່ໃຫ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ; ປະກອບເອກະສານຕ່າງໆໃຫ້ຄົບຖ້ວນຕາມກົດໝາຍ ແລະ ລະບຽບການທີ່ກຳນົດໄວ້; ສືບຕໍ່ໃຫ້ການ ຊ່ວຍເຫລືອພັດທະນາທ້ອງຖິ່ນ ແລະ ສັງຄົມໃຫ້ຫລາຍຂຶ້ນ. ນອກນັ້ນ, ທ່ານ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບນະໂຍ ບາຍສົ່ງເສີມການລົງທຶນດ້ານບໍ່ແຮ່ຂອງລັດຖະບານ ໂດຍສະເພາະ ການເລືອກເຟັ້ນໂຄງການລົງທຶນທີ່ມີປະສິດທິຜົນ, ໂຄງການທີ່ມີຄວາມຈິງໃຈ ເຮັດແທ້ທຳຈິງ, ການໃຫ້ບຸລິມະສິດໂຄງການລົງທຶນ ແລະ ປະກອບສ່ວນພັດທະນາເຂດ ຊົນນະບົດຫ່າງໄກສອກຫລີກ ໂດຍສະເພາະ ເຂດພື້ນຖານຂອງການປະຕິວັດລາວ ໃຫ້ໄດ້ຮັບການພັດທະນາ ຢ່າງສົມຄູ່ ແລະ ທຽບທັນກັບທ້ອງຖິ່ນອື່ນ.
ການເຄື່ອນໄຫວເຮັດວຽກຢູ່ແຂວງຫົວພັນ ໃນຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະ ຍັງໄດ້ໄປ ກວດກາເບິ່ງບໍ່ຖ່ານຫີນ ຢູ່ບ້ານເມືອງຮາມ ເມືອງຊຳເໜືອ; ໄປຢ້ຽມຢາມອະນຸສອນສະຖານ ກອງຮ້ອຍລາດຊະວົງ ແລະ ຖໍ້າກອງຮ້ອຍລາດຊະວົງ ຢູ່ເມືອງຊຽງຄໍ້ ຕື່ມອີກ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.