Friday, March 14, 2025
Homeຂ່າວໜ້າໜຶ່ງກອງປະຊຸມວຽກງານຄວາມປອດໄພທາງຫຼວງ ປະຈໍາປີ 2024 ທີ່ແຂວງຄຳມ່ວນ

ກອງປະຊຸມວຽກງານຄວາມປອດໄພທາງຫຼວງ ປະຈໍາປີ 2024 ທີ່ແຂວງຄຳມ່ວນ

ກອງປະຊຸມຄະນະກໍາມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ ປະຈໍາປີ 2024 ຈັດຂຶ້ນທີ່ແຂວງຄໍາມ່ວນ ໃນຮູບແບບເຊິ່ງໜ້າ ແລະ ທາງໄກ ໂດຍການເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ.

ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ກ່າວມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້, ແມ່ນມີຄວາມໝາຍສໍາຄັນ ແລະ ເປັນບາດກ້າວໜຶ່ງ ໃນການທົບທວນຄືນການຈັດຕັ້ງປະຕິບັດຍຸດທະສາດແຫ່ງຊາດດ້ານຄວາມປອດໄພທາງຫຼວງ ໄລຍະປີ 2021-2030 ແລະ ແຜນດໍາເນີນງານ ໄລຍະປີ 2021-2025 ໃນໄລຍະຜ່ານ, ພ້ອມດຽວກັນນັ້ນ ຈະໄດ້ມີການຄົ້ນຄວ້າ, ປຶກສາຫາລື ແລະ ວາງແຜນຮ່ວມກັນໃຫ້ບັນລຸຄາດໝາຍສູ້ຊົນທີ່ວາງໄວ້. ພາຍຫຼັງ ທີ່ລັດຖະບານຮັບຮອງຍຸດທະສາດ ແລະ ແຜນດໍາເນີນງານດັ່ງກ່າວ, ຄະນະກໍາມະການດ້ານຄວາມປອດໄພທາງຫຼວງ ກໍເອົາໃຈໃສ່ຈັດຕັ້ງປະຕິບັດແຜນດໍາເນີນງານດັ່ງກ່າວ ໃນການຫຼຸດຜ່ອນອັດຕາການເກີດອຸບັດຕິເຫດ, ການບາດເຈັບ, ການສູນເສຍຊີວິດ ແລະ ຊັບສິນ.

ຜ່ານການປະຕິບັດແຜນດໍາເນີນງານແຕ່ ປີ 2021-2024 ສະຖິຕິການສູນເສຍທາງດ້ານຊີວິດ ເຫັນວ່າຫຼຸດລົງ 8-9% ທຽບກັບປີ 2020. ສະນັ້ນ, ເພື່ອໃຫ້ບັນລຸຕາມຍຸດທະສາດ, ນະໂຍບາຍແຫ່ງຊາດ ແລະ ບັນລຸຕາມຄາດໝາຍສູ້ຊົນດັ່ງກ່າວນັ້ນ ແຕ່ລະພາກສ່ວນ, ແຕ່ລະຂັ້ນ ແລະ ຄູ່ຮ່ວມພັດທະນາ ກໍຕ້ອງໃຫ້ຄວາມສໍາຄັນໃນການເຜີຍແຜ່ຄວາມຮູ້ຄວາມເຂົ້າໃຈລະບຽບການຈະລາຈອນທາງບົກ, ນະໂຍບາຍ, ຍຸດທະສາດ, ແຜນຈັດຕັ້ງປະຕິບັດອໍານວຍຄວາມສະດວກ, ຊຸກຍູ້ຊ່ວຍເຫຼືອ ພ້ອມທັງຈັດສັນງົບປະມານ ໃຫ້ໄດ້ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ, ປຸກລະດົມຂົນຂວາຍທຸກຊັ້ນຄົນໃນສັງຄົມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດ ຍຸດທະສາດແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ໄລຍະປີ 2021-2030 ແລະ ແຜນດຳເນີນງານໄລຍະປີ 2021-2025, ພ້ອມທັງຕີລາຄາສະພາບຄວາມເປັນຈິງ ແລະ ປຶກສາຫາລືແລກປ່ຽນຄຳຄິດຄຳເຫັນກ່ຽວກັບວຽກງານຄວາມປອດໄພທາງຫຼວງ ເພື່ອຮ່ວມກັນຫາວິທີທາງແກ້ໄຂ, ປັບປຸງກົນໄກເຮັດວຽກ, ກົນໄກການປະສານງານ ເພື່ອປ້ອງກັນ ແລະ ຫຼຸດຜ່ອນອຸປະຕິເຫດທາງຫຼວງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments