ພັກປະຊາຊົນປະຕິວັດລາວ ແມ່ນກອງນໍາໜ້າທີ່ມີການຈັດຕັ້ງ ແລະ ແມ່ນການຈັດຕັ້ງການ ເມືອງສູງສຸດຂອງຊົນຊັ້ນກຳມະກອນ ເປັນຕົວແທນທີ່ ຈົງຮັກພັກດີຢ່າງສະເໝີຕົ້ນສະເໝີປາຍ ຕໍ່ສິດ ແລະ ຜົນປະໂຫຍດ ຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານ ແລະ ປວງຊົນລາວທັງຊາດ.
ສະຫາຍ ພັນເອກ ສີພົມພູ ແກ້ວບຸນລ້ອມ ຮອງຫົວໜ້າກົມກວດກາກອງທັບ ໄດ້ມີຄໍາເຫັນຕໍ່ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ວ່າ: ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງພັກ ປະຊາ ຊົນ ປະຕິວັດລາວ ຄົບຮອບ 70 ປີ ທີ່ຈະມາເຖິງໃນມໍ່ໆນີ້, ຄະນະພັກ-ຄະນະກົມກວດກາກອງທັບ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາພະນັກງານພາຍໃນກົມ ເຄື່ອນໄຫວຕາມພາລະບົດບາດ ໜ້າທີ່ຂອງຕົນ ໃນການກວດກາ ໃຫ້ມີປະສິດທິພາບ, ຖືກຕ້ອງ ແລະ ເດັດຂາດ, ພ້ອມນັ້ນ ກໍໄດ້ຊຸກຍູ້ວຽກງານຂະບວນການ ຕ່າງໆ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ ເປັນຕົ້ນ ຂະບວນການແຂ່ງຂັນກິລາ, ສິລະປະ-ວັນນະຄະດີ, ຂະບວນການອອກແຮງງານລວມໝູ່, ອະນາໄມສະຖານທີ່ຄ້າຍຄູ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມເປັນລະບຽບຈົບງາມ, ປະດັບປະດາ, ຕິດທຸງຊາດ, ທຸງພັກ, ທຸງທິວ ໃຫ້ມີສີສັນງາມຕາ, ຈັດຕັ້ງເຜີຍແຜ່ໂຄສະນາ-ປາຖະກະຖາວັນ ສໍາຄັນຕ່າງໆ ຂອງພັກ, ຂອງຊາດ ແລະ ຂອງກອງ ທັບ ໃນແຕ່ລະໄລຍະ ໃຫ້ນາຍ ແລະ ພົນທະຫານໄດ້ເຊື່ອມຊຶມ, ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ວັນສໍາຄັນດັ່ງກ່າວ.
ໂອກາດນີ້, ສະຫາຍ ພັນເອກ ສີພົມພູ ແກ້ວບຸນລ້ອມ ໄດ້ຕາງໜ້າໃຫ້ ຄະນະພັກ-ຄະນະກົມກວດກາກອງທັບ ອວຍພອນໄຊອັນປະເສີດ ມາຍັງການນໍາ ພັກ-ລັດ, ການນໍາກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມສົມບູນ, ເຮັດສຳເລັດໜ້າທີ່ວຽກງານອັນມີກຽດສະຫງ່າ ຂອງບັນດາທ່ານ, ສືບຕໍ່ນໍາພາ-ຊີ້ນຳທຸກໆເຫລົ່າຮົບ ໃນກຳລັງປະກອບອາວຸດ ກອງທັບປະຊາຊົນລາວ ໃຫ້ນັບມື້ເຕີບໃຫຍ່, ໜັກແໜ້ນ, ເຂັ້ມແຂງ, ທັນສະໄໝ ແລະ ກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.
ຂ່າວ: ນົກ ບຸນມາເລີດ