Thursday, March 13, 2025
Homeຂ່າວຕ່າງປະເທດຂໍ້ສະເໜີຢຸດຍິງໃນ 30 ວັນ ເປີດຄວາມຫວັງ ຢຸດຕິການປະທະກັນ ລະຫວ່າງ ຣັດເຊຍ-ອູແກຣນ

ຂໍ້ສະເໜີຢຸດຍິງໃນ 30 ວັນ ເປີດຄວາມຫວັງ ຢຸດຕິການປະທະກັນ ລະຫວ່າງ ຣັດເຊຍ-ອູແກຣນ

ວິທະຍຸກະຈາຍສຽງຫວຽດນາມ, ເມື່ອບໍ່ດົນມານີ້, ສ.ອາເມລິກາ ແລະ ອູແກຣນ ໄດ້ດຳເນີນການເຈລະຈາຢູ່ນະຄອນເຈັດດາ (Jeddah), ອາຣັບບິຊາອຸດິ ແລະ ອອກຖະແຫລງການຮ່ວມ, ໃນນັ້ນຈຸດສຸມແມ່ນສະເໜີຄຳສັ່ງຢຸດຍິງຢ່າງຮອບດ້ານໃນຮອບເວລາ 30 ວັນ ສຳລັບການປະທະກັນ ລະຫວ່າງ ຣັດເຊຍ – ອູແກຣນ. ນີ້ແມ່ນການກະທຳທາງການທູດທີ່ຕັ້ງໜ້າທີ່ສຸດໃນໄລຍະເວລາກວ່າ 3 ປີຜ່ານມາ ເພື່ອແນໃສ່ຢຸດຕິການປະທະກັນໃຫຍ່ທີ່ສຸດຢູ່ເອີຣົບ ນັບແຕ່ພາຍຫລັງສົງຄາມໂລກ ຄັ້ງທີ II. ຂໍ້ສະເໜີຢຸດຍິງແມ່ນຈຸດສຸມໃນການເຈລະຈາທີ່ແກ່ຍາວເປັນຫລາຍຊົ່ວໂມງ ລະຫວ່າງ ຄະນະທູຕານຸທູດສະຫະລັດ ອາເມລິກາ, ໂດຍມີ ທ່ານ ມາໂຄ ຣູດີໂອ ( Marco Rubio) ລັດຖະມົນຕີການຕ່າງປະເທດ ແລະ ທີ່ປຶກສາຄວາມໝັ້ນຄົງ ແຫ່ງຊາດ Mike Waltz ນຳໜ້າ, ດ້ວຍຄະນະທູຕານຸທູດ ອູແກຣນ, ໂດຍມີ ທ່ານ ແອນດຣີ ຢາມາກ(Andriy Yermak) ຫົວໜ້າຫ້ອງວ່າການ ປະທານາທິບໍດີ, ທ່ານ Rustem Umerov ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ທ່ານ Andriy Sybiha ລັດຖະມົນຕີ ກະຊວງ ການຕ່າງປະເທດ. ຕາມການສະເໜີ ໂດຍຝ່າຍ ສະຫະລັດ ອາເມລິກາ ຍົກອອກມາ, ຄຳສັ່ງຢຸດຍິງທີ່ແກ່ຍາວເປັນເວລາ 30 ວັນຈະປະຕິບັດເພື່ອໃຫ້ທຸກຝ່າຍເຂົ້າຮ່ວມການປະທະກັນລະຫວ່າງ ຣັດເຊຍ- ອູແກຣນ ຍູ້ແຮງບັນດາການເຄື່ອນໄຫວ ທາງການທູດ ເພື່ອແນໃສ່ຢຸດຕິ ການປະທະກັນ. ຄຳສັ່ງນີ້ ອາດຈະຕໍ່ກຳນົດເວລາ ຕາມຂໍ້ຕົກລົງຮ່ວມ ຂອງບັນດາຝ່າຍ. ຝ່າຍ ສ.ອາເມລິກາ ໃຫ້ຄຳໝັ້ນສັນຍາ ຈະປຶກສາຫາລື ບັນດາ ຂໍ້ສະເໜີ ລະອຽດນີ້ ກັບຜູ້ຕາງໜ້າຂອງ ຣັດເຊຍ ໃນຂະນະທີ່ ຄະນະທູຕານຸທູດ ອູແກຣນ ເນັ້ນໜັກວ່າ ບັນດາຄູ່ຮ່ວມມື ເອີີຣົບຂອງປະເທດນີ້ ຕ້ອງໄດ້ຮັບ ການອະນຸຍາດ ເຂົ້າຮ່ວມວິວັດການເຈລະຈາສັນຕິພາບ. ໃນບົດກ່າວປາໄສ ພາຍຫລັງ ການເຈລະຈາສິ້ນສຸດ, ທ່ານ Volodymyr Zelensky ປະທານາທິບໍດີ ອູແກຣນ, ຜູ້ກໍ່ມີໜ້າຢູ່ Jeddad ແຕ່ບໍ່ເຂົ້າຮ່ວມ ການເຈລະຈາ, ປະກາດ ເຫັນດີ ຕໍ່ຂໍ້ສະເໜີ ຢຸດຍິງ ແຕ່ເນັ້ນໜັກເຖິງ ເງື່ອນໄຂ ຝ່າຍ ຣັດເຊຍ ກໍ່ຕ້ອງເຫັນດີ ແລະ ຄຳສັ່ງຢຸດຍິງ ຕ້ອງມີລັກສະນະຮອບດ້ານ, ລວມມີ ທຸກການເຄື່ອນໄຫວ ທາງການທະຫານ ທາງອາກາດ, ທາງທະເລ ແລະ ທາງບົກ.ປັດຈຸບັນ ສ.ອາເມລິກາ ພວມເດີນທາງໄປຣັດເຊຍ ເພື່ອປຶກສາຫາລື ໃຫ້ບັນລຸ ຂໍ້ສະເໜີດັ່ງກ່າວ.ຂະນະທີ່ ອູແກຣນ ແມ່ນຍອມຮັບ ຂໍ້ສະເໜີ ຢຸດຍິງແລ້ວ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments