Home ສາລະໜ້າຮູ້ ວິທີເກັບຮັກສາຢາປະຈຳບ້ານ

ວິທີເກັບຮັກສາຢາປະຈຳບ້ານ

0
7

ຢາປະຈຳເຮືອນ ແມ່ນຢາທີ່ເຈົ້າຂອງບ້ານຄວນມີໄວ້ຕິດບ້ານ ເພາະຈະໄດ້ເກັບປີ່ນປົວໃນເວລາເຈັບເປັນເບື້ອງຕົ້ນໃຫ້ທັນເວລາ, ສາມາດປີ່ນປົວອາການເຈັບປ່ວຍໄດ້ເລັກໆ ໜ້ອຍໆ ໂດຍທ່ານສາມາດປີ່ນປົວໄດ້ດ້ວຍຕົນເອງ  ມື້ນີ້ເຮົາຈະເອົາຂໍ້ມູນຄວາມຮູ້ກ່ຽວກັບຢາປະຈຳບ້ານ ມາຝາກທຸກໆ ທ່ານ ມາເບີ່ງນຳກັນເລີຍ…

ຢາສາມັນປະຈຳບ້ານເປັນຢາທີ່ມີຄວາມປອດໄພສູງ ຖ້າໃຊ້ຖືກວິທີກໍ່ຈະບໍ່ເປັນອັນຕະລາຍ ເຊັ່ນ: ໄອ, ເຈັບຫົວ, ເປັນຫັວດ, ເຈັບທ້ອງ, ບາດແຜຕ່າງໆ ສາມາດຫາຊື້ໄດ້ທົ່ວໄປໂດຍບໍ່ຕ້ອງມີໃບສັ່ງແພດ.

ເມື່ອຮູ້ຢາປະຈຳບ້ານແລ້ວກໍ່ຕ້ອງຮູ້ເລືອກຊື້ຕູ້ເກັບຢາໃຫ້ຖືກລັກສະນະດັ່ງນີ້:

  1. ຕູ້ຄວນກັນແສງໄດ້ ເພາະໂຕຢາບໍ່ຄວນຖືກແສງແດດ ດ້ານໜ້າອາດເປັນແວ່ນເລື່ອນ ຫຼື ເພື່ອໃຫ້ເບີ່ງເຫັນວ່າທາງໃນມີຢາຫັຍງແດ່ (ແວ່ນຂອງຕູ້ຢາກໍ່ບໍ່ຄວນຖືກແສງແດດ)
  2. ຕູ້ຢາຄວນມີຂະໜາດທີ່ເໝາະສົມ ບໍ່ໃຫຍ່ ຫຼື ນ້ອຍເກີນໄປ ສາມາດບັນຈຸຢາໄດ້ພຽງພໍກັບສະມາຊິກໃນຄອບຄົວ
  3. ຄວນມີຊັ້ນແຍກຢາ ເພື່ອຊ່ວຍຈັດວາງແຍກປະເພດຢາ ຊື່ງອາດແບ່ງເປັນສາມກຸ່ມຄື: ກຸ່ມຢາສຳລັບໃຊ້ພາຍໃນ, ກຸ່ມຢາສຳລັບໃຊ້ພາຍນອກ ແລະ ອຸປະກອນໃຊ້ທີ່ຈຳເປັນ ເຊັ່ນ: ບ່ວງກິນຢາ, ສຳລີຕ່າງໆ

ສະຖານທີ່ຕັ້ງຕູ້ຢາປະຈຳບ້ານກໍ່ຖືເປັນເລື່ອງສຳຄັນເຊັ່ນ:

  • ຄວນໄວ້ຢູ່ບ່ອນສູງ ບໍ່ໃຫ້ເດັກນ້ອຍເອົາເຖີງ
  • ບໍ່ຄວນຕັ້ງຕູ້ຢາໃນບ່ອນທີ່ມີແສງແດດໂດຍຕົງ
  • ບໍ່ຄວນຢູ່ບ່ອນຊຸ່ມ ເພາະຈະເຮັດໃຫ້ຢາເສື່ອມສະມັດຖະພາບໄວຂື້ນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here