ນະຄອນຫຼວງວຽງຈັນ, ສປປ ລາວ ວັນທີ 7 ມີນາ 2025 ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ພາຍໃຕ້ຫົວຂໍ້: “ໃນວັນແມ່ຍິງສາກົນ ມື້ນີ້”ສະຖານທູດຝຣັ່ງ, “UNFPA” ແລະ “UNDP” ອົງການສະຫະປະຊາຊາດເພື່ອການພັດທະນາ. ໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ (IWD) ຢ່າງຄຶກຄື້ນທີ່ສະຖາບັນຝຣັ່ງປະຈຳລາວ ພາຍໃຕ້ຫົວຂໍ້: ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ: ສິດທິ ຄວາມສະເໝີພາບ, ການສ້າງຄວາມເຂັ້ມແຂງ.
ໃນໂອກາດດັ່ງກ່າວ ໄດ້ມີການເຕົ້າໂຮມບັນດາພະນັກງານຈາກພາກລັດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ, ຊາວໜຸ່ມ ແລະ ແມ່ຍິງ ຈາກຂະແໜງການຕ່າງໆ ເພື່ອໃຫ້ຍົກຍ້ອງຕໍ່ບັນດາຜົນສໍາເລັດຂອງແມ່ຍິງ, ປຶກສາຫາລືກ່ຽວກັບສິ່ງທ້າທາຍ ແລະ ຢືນຢັນ ຄືນຕໍ່ຄໍາໝັ້ນສັນຍາໃນການສົ່ງເສີມຄວາມສະເໝີພາບລະຫວ່າງບົດບາດຍິງ-ຊາຍ ຢູ່ ສປປ ລາວ.
ງານດັ່ງກ່າວໄດ້ຈັດຂຶ້ນໂດຍມີກິດຈະກຳທີ່ເນັ້ນການມີສ່ວນຮ່ວມ ແລະ ມີການສົນທະນາກ່ຽວກັບວິທີການຕອບໂຕ້ຕໍ່ຄວາມຮຸນແຮງບົນພື້ນຖານທາງເພດຢ່າງມີປະສິດທິພາບ ເຊິ່ງນຳພາການສົນທະນາໂດຍ ຜູ້ໃຫ້ບໍລິການດ້ານສຸຂະພາບ, ດ້ານສັງຄົມ ແລະ ດ້ານຍຸຕິທໍາ, ມີການວາງສະແດງສິລະປະ ແລະ ພື້ນທີ່ໃຫ້ຜູ້ເຂົ້າຮ່ວມງານໄດ້ເປີດປະສົບການ ໂດຍການລອງ “ໃສ່ໝວກຂອງນາງ”, ເຊິ່ງເປັນການສະແດງໃຫ້ເຫັນເຖິງບົດບາດ, ພື້ນຖານ, ຄວາມຫວັງທີ່ຫຼາກຫຼາຍ ຂອງແມ່ຍິງລາວ.

ພິທີສະເຫຼີມສະຫຼອງດັ່ງກ່າວ ໄດ້ມີການເຊື້ອເຊີນບັນດາຜູ້ບັນຍາຍ ຈາກສູນໃຫ້ຄ່າປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ຈາກສະຫະພັນແມ່ຍິງລາວ, ໜ່ວຍບໍລິການປະຕູດຽວຈາກໂຮງໝໍມະໂຫສົດ, ແລະ ຂະແໜງຍຸຕິທຳ ເພື່ອມາໂອ້ລົມສົນທະນາແບ່ງປັນປະສົບການ ກ່ຽວກັບການຕອບໂຕ້ຕໍ່ຄວາມຮຸນແຮງບົນພື້ນຖານທາງເພດ. ພ້ອມກັນນັ້ນ, ບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ອົງການສະຫະປະຊາຊາດ, ແລະ ຄູ່ຮ່ວມພັດທະນາຕ່າງໆ ກໍໄດ້ຈັດບຸດຕ່າງ ເຊິ່ງຜູ້ເຂົ້າຮ່ວມກໍໄດ້ຢ້ຽມຊົມ “ການພັດທະນາປະເທດຊາດ ໃນການຮັບປະກັນການເປັນຢູ່ທີ່ດີ ເພື່ອຮຽນຮູ້ກ່ຽວກັບຂໍ້ມູນດ້ານສິດທິຂອງແມ່ຍິງ, ແຜນງານເພື່ອການສ້າງຄວາມເຂັ້ມແຂງ ແລະ ການບໍລິການກວດສຸຂະພາບບໍ່ເສຍຄ່າ.
+ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ເນັ້ນໜັກເຖິງການເຊື່ອມໂຍງທີ່ສໍາຄັນລະຫວ່າງຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ແລະ ວາລະການພັດທະນາ ດ້ານສາທາລະນະສຸກ, ສັງຄົມ ແລະ ກົດໝາຍ ຄື: ການພັດທະນາປະເທດຊາດ ແມ່ນມາຈາກການປູພື້ນຖານທີ່ເຂັ້ມແຂງ ໃນການຮັບປະກັນການເຂົ້າເຖິງການບໍລິການ ແລະ ການດູແລທີ່ມີຄຸນນະພາບ ແລະ ການຕອບສະໜອງຕໍ່ຄວາມຕ້ອງການຂອງຜູ້ລອດຊີວິດຈາກຄວາມຮູນແຮງບົນພື້ນຖານທາງເພດ ລວມທັງການບໍລິການສຸຂະພາບທາງເພດ, ສະຂະພາບຈະເລີນພັນ ແລະ ການດູແລແມ່ ແລະ ເດັກຢ່າງຮອບດ້ານ, ແມ່ນອົງປະກອບທີ່ດີທີ່ສຸດຕໍ່ການພັດທະນາເພື່ອຮັບປະກັນໃຫ້ປະຊາຊົນສາມາດເຂົ້າເຖິງການບໍລິການ ແລະ ການດູແລສຸຂະພາບ ເພື່ອໃຫ້ທຸກຄົນ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍມີອະນາຄົດທີ່ປອດໄພ, ສຸຂະພາບແຂງແຮງ.
ທ່ານ ຊິບ-ເລັງ ຈົວ (Siv-Leng Chhuor) ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ ໄດ້ ໝັ້ນສັນຍາຂອງລັດຖະບານຝຣ່ັງ ໃນການສົ່ງເສີມຄວາມສະເໝີ ພາບ ລະຫວ່າງຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃກ້ແກ່ແມ່ຍິງ ໂດຍທ່ານໄດ້ກ່າວວ່າ: “ການສະໜັບສະໜູນແມ່ຍິງແມ່ນພາກສ່ວນໜຶ່ງໃນວຽກງານການທູດຝຣ່ັງ, ເຊິ່ງຄວາມສະເໝີພາບລະຫວ່າງບົດບາດິຍງ-ຊາຍ ແລະ ສິດທິຂອງແມ່ຍິງ ແລະ ເດັກຍິງດ ແມ່ນຖືເປັນບຸິລມະສິດ ດ້ານນະໂຍບາຍການພົວພັນຕ່າງປະເທດຂອງພວກເຮົາ, ໂຄງການທັງໝົດທີ່ໄດ້ຮັບການສະໜັບສະໜູນຈາກສະຖານທູດຝຣ່ັງ ປະຈຳລາວ ແມ່ນແນໃສ່ການແກ້ໄຂບັນຫາດ້ານບົດບາດຍິງ-ຊາຍ ເພື່ອປະກັນວ່າການປະກອບສ່ວນຂອງແມ່ຍ້ງ ແມ່ນຖືກຮັບຮູ້ ແລະ ມີຂະບວນການປຸກລະດົມຂົນຂວາຍ. ໃນນີ້, ສະຖານທູດຝຣ່ັງ ໄດ້ໃຫ້ການສະໜັບສະໜູນ 8 ອົງການຈັດຕັ້ງທາງສັງຄົມຂອງລາວ ທີ່ຈັດຕັ້ງປະຕິບັດໂຄງການເພື່ອສົ່ງເສີມຄວາມສະເໝີ ພາບລະຫວ່າງບົດບາດ ຍິງ-ຊາຍ ໂດຍຜ່ານກອງທຶນຝຣັ່ງສຳລັບອົງການຈັດຕັ້ງທາງສັງຄົມ (FEF-OSC) ໃນໄລຍະ 2 ປີ ດ້ວຍງົບປະມານທັງໝົດ 500.000 ເອີໂຣ.”

ທ່ານ ໂຮເດຍ ເບີລະນ໋ອຟ (Bakhodir Burkhanov), ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ, ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການເຄື່ອນໄຫວຮ່ວມກັນ ການມີນະໂຍບາຍລວມສູນ ຄື ແລະ “ເມື່ອແມ່ຍິງ ແລະ ເດັກຍິງມີຄວາມເຂັ້ມແຂງໃນການຕັດສິນໃຈໃນທາງເລືອກຂອງຕົນເອງ ສາມາດເຂົ້າເຖິງໂອກາດ, ປະເທດຊາດກໍຈະມີຄວາມຈະເລີນຮຸ່ງເຮືອງ ແລະ ເພື່ອທີ່ຈະໃຫ້ບັນລຸໄດ້ຕາມເປົ້າໝາຍທີ່ກ່າວມາ ປະກອບສ່ວນໃນສັງຄົມຢ່າງເຕັມທີ່, ເຮົາຕ້ອງການຫຼາຍກວ່າຄໍາໝາຍໝັ້ນ ເຮົາຕ້ອງລົງມືເຮັດ, ມີການລົງທຶນ ແລະ ມີຄວາມຮັບຜິດຊອບ. ໂດຍການຮ່ວມມື ແລະ ລິເລີ່ມຮ່ວມກັນ, ພວກເຮົາຈະສືບຕໍ່ຂະຫຍາຍກະບອກສຽງຂອງແມ່ຍິງທຸກຄົນ, ເພື່ອຮັບປະກັນວ່າ ນະໂຍບາຍ, ແຜນງານ, ແລະ ວິທີແກ້ໄຂຕ່າງໆສອດຄ່ອງກັບການດຳລົງຊີວິດໂຕຈິງຂອງເຂົາເຈົ້າ ພວກເຮົາຕ້ອງຮ່ວມກັນຂຸ້ນຂ້ຽວກ້າວໄປຂ້າງໜ້າ ເພື່ອສ້າງອະນາຄົດທີ່ ບໍ່ມີແມ່ຍິງ ຫຼື ເດັກຍິງຄົນ ໃດຖືກປະຖິ້ມໄວ້ຂ້າງຫຼັງ.”
ການສະເຫຼີມສະຫຼອງວັນແມ່ຍິງສາກົນ ແມ່ນຊ່ວງເວລາແຫ່ງການຮຽກຮ້ອງ, ຮັບຮູ້ ແລະ ຍອມຮັບ. ມັນແມ່ນການເນັ້ນໜັກເຖິງຄວາມຮີບດ່ວນ ໃນການເສີມສ້າງນະໂຍບາຍທີ່ສົ່ງເສີມບົດບາດ ຍິງ- ຊາຍ, ການລົງທຶນໃນການເປັນຜູ້ນໍາຂອງແມ່ຍິງ, ແລະ ການຮັບປະກັນໃຫ້ມີການເຂົ້າເຖິງໂອກາດ ຢ່າງເທົ່າທຽມກັນສຳລັບທຸກຄົນ. ໂດຍການຮ່ວມມືກັນທັງພາກລັດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ ແລະ ຊຸມຊົນ ພວກເຮົາສາມາດສ້າງອະນາຄົດ ເພື່ອໃຫ້ແມ່ຍິງ ແລະ ເດັກຍິງທຸກຄົນໃນ ສປປ ລາວ ມີຄວາມເຂັ້ມແຂງ, ສາມາດບັນລຸທ່າແຮງບົ່ມຊ້ອນຂອງຕົນ, ປາສະຈາກການຈຳແນກ ແລະ ຄວາມຮຸນແຮງ, ຄວາມຄືບໜ້າທີ່ແທ້ຈິງ ຈະເປັນໄປໄດ້ ກໍ່ຕໍ່ເມື່ອຄວາມສະເໝີພາບ ແມ່ນຄວາມເປັນຈິງຂອງທຸກຄົນ.