Home ຂ່າວໜ້າໜຶ່ງ ສະຫຼອງວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ຄົບຮອບ 60 ປີ (13 ມີນາ 1965-13 ມີນາ 2025).

ສະຫຼອງວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ຄົບຮອບ 60 ປີ (13 ມີນາ 1965-13 ມີນາ 2025).

0
7

ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ມີຄຳເຫັນເນື່ອງໃນໂອກາດສະເຫຼີມສະຫຼອງ ວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ຄົບຮອບ 60 ປີ (13 ມີນາ 1965-13 ມີນາ 2025). ດັ່ງນັ້ນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຈຶ່ງໄດ້ສ້າງຂະບວນການສະເຫຼີມສະຫຼອງ ພາຍໃຕ້ຄໍາຂວັນ “ພັດທະນາໂຄງລ່າງພື້ນຖານດິຈິຕອນຂອງ ສປປ ລາວ ໃຫ້ເຂັ້ມແຂງ ແລະ ຍືນຍົງ” ຢ່າງເປັນຂະບວນຟົດຟື້ນໃນຂອບເຂດທົ່ວປະເທດ.

ປັດຈຸບັນນີ້, ວຽກງານ ໄປສະນີ ແລະ ໂທລະຄົມມະນາຄົມ ໄດ້ມີການປ່ຽນແປງຢ່າງວ່ອງໄວ ຍ້ອນການຂະຫຍາຍຕົວຂອງເຕັກໂນໂລຊີ ແລະ ນະວັດຕະກຳ, ເປັນຕົ້ນແມ່ນ ໄດ້ມີການຄ້າເອເລັກໂຕຼນິກ, ລະບົບໂລຈິດສຕິກທີ່ທັນສະໄໝ, ເຄື່ອງບິນບໍ່ມີຄົນຂັບ (Drone), ລະບົບເຕັກໂນໂລຊີການສື່ສານ 5G, ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain), ປັນຍາປະດິດ (A.I.), ອິນເຕີເນັດແຫ່ງສັບພະສິ່ງ (IoT), ຖານຂໍ້ມູນມະຫາສານ (Big Data), ລະບົບ Cloud Computing, ຫຸ່ນຍົນ ແລະ ລົດອັດຕະໂນມັດ (Auto Mobile and Robotics), ການພິມສາມມິຕິ (3D Printing) ແລະ ລະບົບເຕັກໂນໂລຊີດິຈິຕອນ ອື່ນໆອີກດ້ວຍ.

ຕະຫຼອດໄລຍະຜ່ານມາ ວຽກງານໄປສະນີ ແລະ ໂທລະຄົມມະນາຄົມ ຂອງ ສປປ ລາວ ສາມາດສ້າງຜົນງານອັນໃຫຍ່ຫຼວງຫຼາຍດ້ານ ເປັນຕົ້ນແມ່ນ ວຽກງານໄປສະນີໄດ້ຫັນມານຳໃຊ້ເຕັກໂນໂລຊີດິຈິຕອນ ເພື່ອເພີ່ມຄວາມສະດວກໃນການໃຫ້ບໍລິການ ແລະ ຮອງຮັບທຸລະກິດອອນລາຍ, ເພີ່ມປະສິດທິພາບ ແລະ ຫຼຸດເວລາການຂົນສົ່ງ ທີ່ເປັນມິດຕໍ່ສິ່ງແວດລ້ອມ. ສິ່ງທີ່ພົ້ນເດັ່ນແມ່ນໄດ້ສ້າງລະບົບລວມສູນການກວດກາ ແລະ ຕິດຕາມເຄື່ອງຝາກໄປສະນີພາຍໃນປະເທດ ຊຶ່ງອຳນວຍຄວາມສະດວກໃຫ້ແກ່ການຕິດຕາມ ກວດກາ ແລະ ເກັບກຳຂໍ້ມູນສະຖິຕິ, ຜູ້ປະກອບການໄປສະນີ ແລະ ຜູ້ຊົມໃຊ້ສາມາດຕິດຕາມເຄື່ອງຝາກຂອງຕົນໄດ້ຕະຫຼອດເວລາ. ໃນປີ 2025 ມີຈຳນວນຜູ້ປະກອບການຂະແໜງໄປສະນີ ທັງໝົດ 63 ບໍລິສັດ, ໃນນັ້ນ ບໍລິສັດບໍລິການພາຍໃນແຂວງ ມີ 52 ບໍລິສັດ, ບໍລິສັດບໍລິການສະເພາະລະຫວ່າງປະເທດ ມີ 4 ບໍລິສັດ ແລະ ບໍລິສັດບໍລິການທັງພາຍໃນ ແລະ ລະຫວ່າງປະເທດ ມີ 7 ບໍລິສັດ, ມີປ່ອງບໍລິການທັງໝົດ 1.161 ແຫ່ງ ຊຶ່ງກວມເອົາທຸກແຂວງ, ທຸກເມືອງ ແລະ ເກືອບທຸກບ້ານ ໃນຂອບເຂດທົ່ວປະເທດ, ສາມາດສ້າງລາຍຮັບໄດ້ 198 ຕື້ກວ່າກີບ, ແລະ ມອບພັນທະອາກອນເຂົ້າງົບປະມານແຫ່ງຊາດ ຈຳນວນ 14 ຕື້ກວ່າກີບ.

ໃນວຽກງານໂທລະຄົມມະນາຄົມ ກໍເຫັນວ່າ ປັດຈຸບັນນີ້ຢູ່ປະເທດເຮົາມີຜູ້ໃຫ້ບໍລິການໂທລະຄົມມະນາຄົມ ຈຳນວນ 6 ບໍລິສັດ, ບໍລິສັດສະໜອງສິ່ງອໍານວຍຄວາມສະດວກທາງດ້ານໂທລະຄົມມະນາຄົມ ຈຳນວນ 3 ບໍລິສັດ ແລະ ຜູ້ໃຫ້ບໍລິການອິນເຕີເນັດປະເພດ I ຈໍານວນ 10 ບໍລິສັດ, ປະເພດ II ຈໍານວນ 3 ບໍລິສັດ, ແລະ ປະເພດ III ຈໍານວນ 7 ບໍລິສັດ. ຈຸດເຊື່ອມຕໍ່ສາຍສົ່ງໂທລະຄົມມະນາຄົມ ເຂົ້າ-ອອກ ສປປ ລາວ ມີທັງໝົດ 22 ຈຸດ ໃນ 14 ແຂວງ. ບັນດາຫົວໜ່ວຍທຸລະກິດເຫຼົ່ານັ້ນ ສາມາດສ້າງລາຍຮັບໄດ້ ໃນປີ 2025 ຈໍານວນ 5.818 ຕື້ກວ່າກີບ, ໄດ້ມອບພັນທະໃຫ້ລັດ 482 ຕື້ກວ່າກີບ ແລະ ຂະຫຍາຍສາຍກາບໄຍແສງໄດ້ທັງໝົດ 97.153 ກິໂລແມັດ, ຂະຫຍາຍສັນຍານໂທລະສັບມືຖືໄດ້ທົ່ວທຸກແຂວງ, ທຸກເມືອງ, ສັນຍານໂທລະສັບມືຖື ລະບົບ 3G ຄວບຄຸມໄດ້ 85%, 4G ຄວບຄຸມໄດ້ 76% ຂອງຈໍານວນບ້ານທັງໝົດ ແລະ ໄດ້ໃຫ້ບໍລິການສັນຍານ 5G ເລີ່ມແຕ່ຕົ້ນປີ 2024 ເປັນຕົ້ນມາ ຊຶ່ງຄາດວ່າໃນປີ 2026 ຈະຄວບຄຸມໄດ້ 17% ຂອງຕົວເມືອງໃຫຍ່ຢູ່ພາຍໃນແຂວງ. ປະຈຸບັນນີ້, ການນໍາໃຊ້ໂທລະສັບຕັ້ງໂຕະ ແລະ ມືຖື ມີທັງໝົດ 7,3 ລ້ານເລກໝາຍ, ໃນປີ 2024 ຜ່ານມາ ໄດ້ສ້າງຕັ້ງກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ ເພື່ອລະດົມ ແລະ ສະສົມທຶນໃຫ້ແກ່ການພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນໄປສູ່ເຂດຫ່າງໄກສອກຫຼີກ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ຜູ້ຊົມໃຊ້.

ການສະເຫຼີມສະຫຼອງວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ເປັນການປູກຈິດສຳນຶກ ແລະ ຄວາມຮັບຮູ້ໃຫ້ແກ່ທຸກຄົນໃນສັງຄົມ ເປັນຕົ້ນແມ່ນ ໄດ້ໃຫ້ຜູ້ສ້າງລະບຽບການ ແລະ ຄຸ້ມຄອງໄປສະນີ, ໂທລະຄົມມະນາຄົມ, ຜູ້ປະກອບການ, ຜູ້ຄ້າຂາຍອອນລາຍ ແລະ ຜູ້ຊົມໃຊ້ທັງຫຼາຍ ເຂົ້າໃຈຢ່າງເລິກເຊິ່ງເຖິງບົດບາດ ແລະ ຄວາມສຳຄັນຂອງວຽກງານໄປສະນີ ແລະ ວຽກງານໂທລະຄົມມະນາຄົມ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ. ພ້ອມກັນນັ້ນ, ກໍເພື່ອຊຸກຍູ້ສົ່ງເສີມການຄ້າເອເລັກໂຕຣນິກ, ທຸລະກິດ Start-Up, ຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME), ການສຶກສາທາງໄກ, ການແພດທາງໄກ, ການຜະລິດອຸດສາຫະກຳໃນຍຸກດິຈິຕອນ ແລະ ການຖ່າຍທອດເຕັກໂນໂລຊີດິຈິຕອນທີ່ກ້າວໜ້າຂອງໂລກເຂົ້າມາປະເທດເຮົາ ເພື່ອປະກອບສ່ວນຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ-ລັດ ແລະ ແຜນພັດທະນາການຫັນເປັນດິຈິຕອນບົນ 03 ເສົາຄໍ້າ ຄື: ສ້າງການບໍລິຫານ ແລະ ການບໍລິການຂອງລັດແບບດິຈິຕອນ, ສ້າງເສດຖະກິດດິຈິຕອນ ແລະ ສ້າງສັງຄົມດິຈິຕອນ ໃຫ້ປາກົດຜົນເປັນຈິງໃນປະເທດເຮົາ.

ໃນໂອກາດອັນສະຫ່າງລາສີນີ້, ຂ້າພະເຈົ້າຂໍຮຽກຮ້ອງມາຍັງບັນດາທ່ານຈົ່ງໄດ້ນຳໃຊ້ການບໍລິການໄປສະນີ ແລະ ໂທລະຄົມມະນາຄົມ ເປັນຕົ້ນແມ່ນ ນຳໃຊ້ອິນເຕີເນັດ ແລະ ສື່ສັງຄົມອອນລາຍ ໃຫ້ມີຜົນປະໂຫຍດສູງສຸດຢູ່ໃນທຸກຂົງເຂດວຽກງານ ທັງພາກລັດ ແລະ ພາກເອກະຊົນ, ມີສະຕິລະວັງຕົວສູງ, ບໍ່ຫຼົງເຊື່ອໃນການໂຄສະນາປັ່ນປ່ວນຕົວະຍົວະ ຫຼອກລວງ ຂອງພວກກຸ່ມຄົນບໍ່ດີ, ເອົາໃຈໃສ່ຍົກສູງສະມັດຕະພາບການບໍລິການ ແລະ ຄຸນນະພາບຂອງຜະລິດຕະພັນ, ຫັນເປັນທັນສະໄໝດ້ວຍການນຳໃຊ້ເຕັກໂນໂລຊີດິຈິຕອນ ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX, ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ 5 ປີ (2021-2025) ໃຫ້ປະສົບຜົນສຳເລັດຢ່າງສະຫງ່າງາມ ເພື່ອສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຢ່າງໜັກແໜ້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here