Friday, March 14, 2025
Homeຂ່າວຕ່າງປະເທດກະຊວງສຶກສາທິການ ສ.ອາເມລິກາ ກຽມປັບຫລຸດພະນັກງານ

ກະຊວງສຶກສາທິການ ສ.ອາເມລິກາ ກຽມປັບຫລຸດພະນັກງານ

ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ວໍຊິງຕັນ ຂອງ ສ.ອາເມລິກາ ເມື່ອບໍ່ດົນມານີ້, ກະຊວງ ສຶກສາທິການ ຢືນຢັນ ການກຽມ ປັບຫລຸດພະນັກງານ ເຄິ່ງໜຶ່ງ ເພື່ອໃຫ້ສອດຄ່ອງກັບ ນະໂຍບາຍຂອງ ລັດຖະບານກາງ. ໂດຍ ທ່ານນາງ ລິນດາ ແມດແມນ ລັດຖະມົນຕີ ກະຊວງ ສຶກສາທິການ ສ.ອາເມລິກາ ກ່າວວ່າ ໃນລະຫວ່າງ ການດຳເນີນ ປັບໂຄງສ້າງຄັ້ງສຳຄັນ ເພື່ອຫລຸດ ຈຳນວນ ບຸກຄະລາກອນ ລົງເຄິ່ງໜຶ່ງ ຕາມນະໂນບາຍ ຂອງ ປະທານາທິບໍດີ ໂດນັນທຣຳ ເພື່ອສົ່ງມອບ ອຳນາດ ໃນການ ບໍລິຫານ ນະໂຍບາຍ ການສຶກສາ ກັບຄືນສູ່ແຕ່ລະລັດ ແລະ ສົ່ງເສີມ ສິດທິຂອງ ຜູ້ປົກຄອງ ໃນການທີ່ຈະໃຫ້ ລູກຫລານຂອງ ຕົນເອງ ເຂົ້າເຖິງ ລະບົບການສຶກສາທີ່ດີ.

ທັງນີ້, ເຈົ້າໜ້າທີ່ ທຸກຄົນ ທີ່ ຕ້ອງພົ້ນ ຈາກຕຳແໜ່ງ ຈະໄດ້ຮັບອີເມລ ແຈ້ງໃຫ້ຢຸດວຽກ ຕັ້ງແຕ່ ວັນທີ 21 ມີນານີ້ ເປັນຕົ້ນໄປ ແລະ ທຸກຄົນ ຈະຍັງສືບຕໍ່ ໄດ້ຮັບເງິນເດືອນ ຕາມປົກກະຕິ ຈົນເຖິງ ວັນທີ 9 ມິຖຸນາ . ໂດຍທຸກສຳນັກ ແລະ ທຸກພະແນກ ຂອງ ກະຊວງສຶກສາທິການ ຈະໄດ້ຮັບຜົນກະທົບ ຈາກ ມາດຕະການ ດັ່ງກ່າວ ຫລັງຈາກ ສຳເລັດຂັ້ນຕອນ ໂດຍຈະເຫລືອ ບຸກຄະລາກອນ ໃນທຸກໜ່ວຍງານ ລວມກັນ ປະມານ 2.183 ຄົນ. ກະຊວງ ສຶກສາທິການ ສ.ອາເມລິກາ ໄດ້ສ້າງຕັ້ງຂຶ້ນ ເມື່ອປີ 1979 , ໂດຍມີ ເຈົ້າໜ້າທີ່ ທັງໝົດ 4.133 ຄົນ ແລະ ໄດ້ຮັບງົບປະມານ ສະໜັບສະໜູນ ປະມານ 238.000 ລ້ານໂດລາສະຫະລັດ ຕໍ່ປີ . ນີ້ຖືເປັນ ກະຊວງ ຂະໜາດນ້ອຍທີ່ສຸດ ໃນບັນດ າໜ່ວຍງານ ລະດັບ ກະຊວງ ທັງ 15 ແຫ່ງຂອງ ສ.ອາເມລິກາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments