Thursday, March 13, 2025
Homeຂ່າວໜ້າໜຶ່ງຫສນຍ ເຜີຍແຜ່ເອກະສານສຳຄັນ ຂອງພັກ-ຂອງຊາດ

ຫສນຍ ເຜີຍແຜ່ເອກະສານສຳຄັນ ຂອງພັກ-ຂອງຊາດ

ໃນຕອນເຊົ້າວັນທີ 12 ມີນາ 2025 ອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວັນສຳຄັນ ຂອງພັກ-ຂອງຊາດ ໂດຍການເປັນປະທານຮ່ວມ ແລະ ໃຫ້ກຽດເຜີຍແຜ່ ຂອງສະຫາຍ ບົວຄົງ ນາມມະວົງ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ ແລະ ສະຫາຍ ພົທ ແສງນວນ ໄຊຍະລາດ ເລຂາຄະນະພັກ, ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ; ມີບັນດາສະຫາຍ ຄະນະບໍລິຫານງານພັກ, ບັນດາສະຫາຍຄະນະໜ່ວຍພັກຮາກຖານ ພ້ອມດ້ວຍສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນ ຫສນຍ ເຂົ້າຮ່ວມ.

ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ ປະກອບມີ: 1) ເອກະສານວັນຄຽດແຄ້ນຂອງປະຊາຊົນລາວ – ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ວັນທີ 21 ມີນາ 1946 ໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ພົທ ແສງນວນ ໄຊຍະລາດ ເລຂາຄະນະພັກ, ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນ ເຫດການ ແລະ ການຕໍ່ສູ້ຢ່າງພິລະອາດຫານຂອງທະຫານ ແລະ ປະຊາຊົນເມືອງທ່າແຂກ, ຄວາມໝາຍຄວາມສຳຄັນຂອງບັ້ນຮົບດັ່ງກ່າວ ທີ່ໄດ້ກາຍເປັນເຫດການປະຫວັດສາດແຫ່ງການຕໍ່ສູ້ພິລະອາດຫານຂອງປະຊາຊົນລາວ ແລະ ກາຍເປັນກະແສຟອງໃຫ້ແກ່ການປະຕິວັດຊາດປະຊາທິປະໄຕຂອງພວກເຮົາ ກ້າວໄປສູ່ການປົດປ່ອຍຊາດຢ່າງສົມບູນ. 2) ເອກະສານວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ; ເອກະສານກອງປະຊຸມສໍາມະນາວິທະຍາສາດ 70 ປີ ພາຍໃຕ້ການນໍາພາຂອງພັກ ທີ່ມີກຽດສະຫງ່າ ໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ບົວຄົງ ນາມມະວົງ ເຊິ່ງສະຫາຍ ໄດ້ຍົກໃຫ້ເຫັນຂະບວນວິວັດແຫ່ງການກຳເນີດຂອງພັກປະຊາຊົນລາວ, 70 ປີແຫ່ງການຊີ້ນໍາ-ນໍາພາ ຂອງພັກປະຊາຊົນປະຕິວັດລາວ ແລະ ໝາກຜົນທີ່ໄດ້ຮັບ, ການເສີມຂະຫຍາຍມູນເຊື້ອທາດແທ້ຂອງພັກ; ເນື້ອໃນສໍາຄັນເອກະສານກອງປະຊຸມສຳມະນາວິທະຍາສາດ ເປັນຕົ້ນ ການກໍາເນີດຂອງພັກປະຊາຊົນລາວ ເປັນບາດລ້ຽວປະຫວັດສາດ ຕັດສິນໄຊຊະນະ ຂອງການປະຕິວັດ; ພັກປະຊາຊົນປະຕິວັດລາວ ນຳພາພາລະກິດປົດປ່ອຍຊາດ ຢ່າງສົມບູນ; ພັກກໍ່ສ້າງ-ປັບປຸງຢ່າງບໍ່ຢຸດຢັ້ງ ເພື່ອຮັບປະກັນໄຊຊະນະ ຂອງການປະຕິວັດແຕ່ລະໄລຍະ; ພັກນຳພາສ້າງລັດ ຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ; ພັກນຳພາພັດທະນາເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ; ພັກນຳພາພັດທະນາວັດທະນະທຳ-ສັງຄົມ ເພື່ອຄວາມຢູ່ດີກິນດີ ຂອງປະຊາຊົນບັນດາເຜົ່າ; ພັກນຳພາເຕົ້າໂຮມຄວາມສາມັກຄີ ເປັນປຶກແຜ່ນທົ່ວປວງຊົນທັງຊາດ; ພັກນຳພາວຽກງານປ້ອງກັນຊາດ ບົນເສັ້ນທາງກ້າວສູ່ຈຸດໝາຍສັງຄົມນິຍົມ; ພັກນຳພາກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ເຂັ້ມແຂງ, ມີແບບແຜນທັນສະໄໝ ແລະ ພັກນຳພາເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ; ພ້ອມກັນນີ້ ໄດ້ເຜີຍແຜ່ເອກະສານຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກໍາມະການສູນກາງພັກ ກອມມູນິດຈີນ ສະໄໝທີ XX. 3). ມະຕິຕົກລົງ ວ່າດ້ວຍເອກະສານ ຂອງພັກປະຊາຊົນປະຕິວັດລາວ ສະບັບເລກທີ 25/ກມສພ, ລົງວັນທີ 24 ທັນວາ 2024 ໃຫ້ກຽດເຜີຍແຜ່ ສະຫາຍ ເຂິງຄໍາ ແກ້ວໜູຈັນ, ຄະນະບໍລິຫານງານພັກ ຫສນຍ, ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ ໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຊາບຕື່ມອີກ.

ການເຜີຍແຜ່ເຊື່ອມຊຶມບັນດາເນື້ອໃນ ຂອງເອກະສານວັນສຳຄັນ ຂອງພັກ-ຂອງຊາດ ໃນຄັ້ງນີ້ ເພື່ອໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວ ຫສນຍ ເຫັນໄດ້ມູນເຊື້ອອັນພິລະອາດຫານຂອງບັນພະບູລຸດ, ຖອດຖອນເອົາບົດຮຽນ ແລະ ປະສົບການອັນດີເລີດ ຂອງບັນດາຜູ້ນຳ ໝູນໃຊ້ເຂົ້າໃນພຶດຕິກໍາຕົວຈິງ; ຮັບຮູ້, ເຂົ້າໃຈ ແລະ ຍຶດໝັ້ນອຸດົມການຂອງພັກ; ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄຸນສົມບັດສິນທຳປະຕິວັດ, ກຳແໜ້ນ ແລະ ເປັນເອກະພາບ ຕໍ່ບັນດາເນື້ອໃນຈິດໃຈ ຂອງເອກະສານທີ່ນຳມາເຜີຍແຜ່ເຊື່ອມຊຶມ ພ້ອມທັງ ນໍາໄປຄົ້ນຄວ້າຈັດຕັ້ງຜັນຂະຫຍາຍເຂົ້າໃນຈັດຕັ້ງປະຕິບັດວຽກງານຕົວຈິງ ຕາມໜ້າທີ່ການເມືອງ ແລະ ຄວາມຮັບຜິດຊອບຂອງຕົນ ໃນເງື່ອນໄຂໃໝ່ ໃຫ້ເກີດປະໂຫຍດສູງສຸດ ຕໍ່ປະເທດຊາດ ແລະ ປະຊາຊົນ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments