Thursday, March 13, 2025
Homeຂ່າວພາຍໃນກອງປະຊຸມສະພາມະຫາວິທະຍາໄລສະຫວັນນະເຂດຄັ້ງທີ 8 ຊຸດທີ II

ກອງປະຊຸມສະພາມະຫາວິທະຍາໄລສະຫວັນນະເຂດຄັ້ງທີ 8 ຊຸດທີ II

ປະຊຸມສະພາມະຫາວິທະຍາໄລສະຫວັນນະເຂດ (ມຂ) ຄັ້ງທີ 8 ຊຸດທີ II ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງມະຫາວິທະຍາໄລສະຫວັນນະເຂດ (ວິທະຍາເຂດໜອງຜື) ໃນວັນທີ 12 ມີນານີ້, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບົວສອນ ບຸບຜາວັນ ຜູ້ຊົງຄຸນ ວຸດ ທິ ອະດີດນາຍົກລັດຖະມົນຕີ, ມີທ່ານ ຄູນ ສັກບົວວົງ ອະທິການ ບໍດີ ມຂ, ທ່ານ ຫຼ້າວັນ.

ສະພາມະຫາວິທະຍາໄລສະຫວັນນະເຂດ ໄດ້ຮັບການສ້າງຕັ້ງ ຂຶ້ນໃນວັນທີ 24 ມິຖຸນາ 2014 ຊຶ່ງມີສະມາຊິກທີ່ມາຈາກຕົວ ແທນຂອງກົມກອງ ແລະ ພາກສ່ວນທີ່ກ່ຽວຂ້ອງຊຸດທີ I ມີຈໍານວນ 25 ທ່ານ ແລະ ຊຸດທີ II ເພີ່ມຂຶ້ນເປັນ 34 ທ່ານ. ພາຍຫຼັງໄດ້ຮັບການສ້າງຕັ້ງສະພາ ມຂ ກໍໄດ້ຈັດກອງປະຊຸມຄັ້ງທີ 1 ຈົນ ຮອດຄັ້ງນີ້ ເປັນຄັ້ງທີ 8 ແລ້ວ.

ກອງປະຊຸມແຕ່ລະຄັ້ງ ເຊິ່ງລວມທັງຄັ້ງນີ້ ໄດ້ຄົ້ນຄວ້າຫຼາຍບັນ ຫາທີ່ພົວພັນກັບການພັດທະນາມະຫາວິທະຍາໄລສະຫວັນນະ ເຂດ ເປົ້າໝາຍສໍາຄັນຄືການສ້າງບຸກຄະລາກອນ ຫຼື ພັດທະນາຊັບພະຍາກອນມະນຸດທີ່ມີຄຸນະພາບອອກຮັບໃຊ້ສັງຄົມ ແລະ ສອດຄ່ອງກັບຕະຫຼາດແຮງງານໃນແຕ່ລະໄລຍະ ຕາມແນວທາງແຜນນະໂຍບາຍຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ.

ຂ່າວ: ແຂວງສະຫວັນນະເຂດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments