Wednesday, March 12, 2025
Homeຂ່າວໜ້າໜຶ່ງກອງປະຊຸມປຶກສາຫາລື ກ່ຽວກັບຮ່າງກົດໝາຍວ່າດ້ວຍພະນັກງານໄອຍະການປະຊາຊົນ

ກອງປະຊຸມປຶກສາຫາລື ກ່ຽວກັບຮ່າງກົດໝາຍວ່າດ້ວຍພະນັກງານໄອຍະການປະຊາຊົນ

ໃນເຊົ້າວັນທີ 11 ມີນາ 2025 ທີ່ ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບຮ່າງກົດໝາຍວ່າດ້ວຍພະນັກງານໄອຍະການປະຊາຊົນຂຶ້ນ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຄໍາເພັດ ສົມວໍລະຈິດ ຄະນະປະຈໍາພັກ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ທ່ານ ວົງສອນ ອິນປານພິມ ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໃຫ້ກຽດເຂົ້າຮ່ວມ, ມີທ່ານ ຫົວໝ້າອົງການໄອຍະການທະຫານຂັ້ນສູງ, ມີບັນດາທ່ານອາຈານນັກກົດໝາຍຜູ້ອາວຸໂສ, ບັນດາກົມ, ກົມຈັດຕັ້ງ-ພະນັກງານ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ອົງການໄອຍະການປະຊາຊົນສູງສຸດ. ມີຜູ້ຕາງໜ້າຈາກ ອົງການໄອຍະການປະຊາຊົນພາກກາງ, ສະພາແຫ່ງຊາດ, ກະຊວງຍຸຕີທຳ, ຫ້ອງວ່າການສຳນັກງານປະທານປະເທດ, ຄະນະຮັບຜິດຊອບ ແລະ ກອງເລຂາ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ໃນວາລະກອງປະຊຸມ ທ່ານ ຈັນທະບູນ ເພັງຄໍາໃສ ຮອງຫົວໜ້າອົງການໄອຍະການປະຊາຊົນພາກກາງ ໄດ້ຂຶ້ນຜ່ານຮ່າງກົດໝາຍ ວ່າດ້ວຍ ພະນັກງານໄອຍະການປະຊາຊົນ, ພ້ອມນັ້ນຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ມີການປຶກສາຫາລື ແລກປ່ຽນຄວາມຄິດເຫັນກ່ຽວກັບ ພາກ, ໝວດ ແລະ ມາດຕາຕ່າງໆ ເພື່ອເຮັດໃຫ້ກົດໝາຍດັ່ງກ່າວ ມີເນື້ອໃນຄົບຖ້ວນ ແລະ ມີຄວາມຖືກຕ້ອງສົມບູນຍິ່ງຂຶ້ນ.

ໃນໂອກາດດັ່ງກ່າວ, ທ່ານ ຄໍາເພັດ ສົມວໍລະຈິດ ຄະນະປະຈໍາພັກ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມພ້ອມທັງໄດ້ ສະຫຼຸບສັງລວມ, ດ້ານດີ-ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ທິດທາງແກ້ໄຂໃນຕໍ່ໜ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments