Wednesday, March 12, 2025
Homeຂ່າວພາຍໃນເປີດມະຫະກຳໜັງສື ພາຍໃຕ້ຫົວຂໍ້ "ການອ່ານເພື່ອການພັດທະນາ"

ເປີດມະຫະກຳໜັງສື ພາຍໃຕ້ຫົວຂໍ້ “ການອ່ານເພື່ອການພັດທະນາ”

ສໍານັກພິມດີບຸກ ຮ່ວມກັບມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດງານມະຫະກຳໜັງສື ມະຫາວິທະຍາໄລແຫ່ງຊາດ ຄັ້ງທີ V ໃນວັນທີ 12-16 ມີນາ 2025 ຢູ່ສະໂມສອນໃຫຍ່ ມຊ ນະ ຄອນຫລວງວຽງຈັນ ເພື່ອສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ພາຍໃຕ້ຫົວຂໍ້ “ການອ່ານເພື່ອການພັດທະນາ” ເພື່ອສະແດງໃຫ້ເຫັນເຖິງການພັດທະນາດ້ານການສຶກສາ ແລະ ວັດທະ ນະທໍາການອ່ານ ຂອງ ສປປ ລາວ ໂດຍມີຮອງອະທິການບໍດີ ມຊ, ບັນດາຄູ-ອາຈານ, ນັກຂຽນ, ນັກປະພັນ, ຜູ້ປະກອບການຮ້ານຂາຍປື້ມ, ພ້ອມດ້ວຍນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ສົມໄໝ ພົມມະຈັນ ຜູ້ອໍານວຍການສໍານັກພິມດີບຸກ ໄດ້ກ່າວວ່າ: ງານມະຫະກຳໜັງສືຄັ້ງນີ້, ມີຫລາຍກິດຈະກຳສະທ້ອນໃຫ້ເຫັນເຖິງການພັດທະນາຂອງປະເທດເຮົາ ຕະ ຫລອດໄລຍະ 5 ທົດສະວັດທີ່ຜ່ານມາ, ທັງສະແດງໃຫ້ເຫັນເຖິງປະຫວັດສາດການພັດທະນາດ້ານການສຶກສາ, ການພິມ ແລະ ການເຜີຍແຜ່ວັດທະນະທຳການອ່ານໃນ ສປປ ລາວ, ທັງເປັນເວທີສໍາຄັນ ໃນການສະແດງໃຫ້ເຫັນເຖິງຄວາມກ້າວໜ້າຂອງ ສປປ ລາວ ໃນດ້ານການສຶກສາ ແລະ ວັດທະນະທຳ ຕະ ຫລອດ 50 ປີທີ່ຜ່ານມາ, ທັງເປັນການວາງເປົ້າໝາຍ ສໍາລັບການພັດທະນາໃນອະນາຄົດ, ພາຍໃນງານ ຍັງມີການວາງສະແດງປື້ມປະຫວັດສາດສໍາຄັນຂອງຊາດ, ການເສວະນາກ່ຽວກັບບົດບາດຂອງການອ່ານ ໃນການພັດທະນາປະເທດ ແລະ ການສະແດງສິລະປະ-ວັດທະນະທຳ ທີ່ສະທ້ອນໃຫ້ເຫັນມູນເຊື້ອອັນດີງາມຂອງຊາດລາວ. ນອກນັ້ນ, ຍັງມີການຈັດວາງສະແດງປື້ມທີ່ໄດ້ຮັບລາງວັນ ແລະ ມີຄວາມສໍາຄັນໃນແຕ່ລະຊ່ວງເວລາ ຂອງການພັດທະນາປະເທດ.

ມະຫະກຳໜັງສືຄັ້ງນີ້, ບໍ່ພຽງແຕ່ເປັນການສະຫລອງ ວັນຊາດ ຄົບຮອບ 50 ປີ ເທົ່ານັ້ນ, ແຕ່ຍັງເປັນການສົ່ງເສີມວັດທະນະທໍາການອ່ານ ແລະ ການຮຽນຮູ້ຕະຫລອດຊີວິດ, ທັງເປັນການສົ່ງເສີມໃຫ້ ປະຊາຊົນລາວ ຫັນມາອ່ານຫລາຍຂຶ້ນ, ສອດຄ່ອງກັບແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດ ຂອງ ສປປ ລາວ ຮອດປີ 2025. ງານດັ່ງກ່າວ, ເປີດໃຫ້ປະຊາຊົນທົ່ວໄປ ເຂົ້າຊົມໂດຍບໍ່ເສຍຄ່າ ເລີ່ມເປີດ ເວລາ 9:00-17:00 ໂມງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments