ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ວັນທີ 10 ມີ ນາ, ຢູ່ນະຄອນຫລວງຈາກາຕາ, ປະເທດອິນໂດເນເຊຍ, ພາຍ ຫລັງ ພິທີຕ້ອນຮັບຢ່າງສົມກຽດຢູ່ທຳນຽບປະທານາທິບໍດີ ວັງ Mer deka, ທ່ານ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ພົບປະສອງຝ່າຍກັບ ທ່ານ ປຣາໂບໂວ ຊູບຽນໂຕ(Prabowo Subianto), ປະທານາ ທິບໍດີ ອິນໂດເນເຊຍ.
ສອງຝ່າຍ ໄດ້ຕົກລົງເຫັນດີ ຍົກລະດັບ ການພົວພັນ ຫວຽດ ນາມ-ອິນໂດເນເຊຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ພ້ອມທັງເຫັນດີສືບຕໍ່ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການ ເມືອງລະຫວ່າງສອງປະເທດເລິກເຊິ່ງກວ່າເກົ່າ ໂດຍຜ່ານການ ແລກປ່ຽນ, ພົບປະສອງຝ່າຍ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງ ໃນທຸກຊ່ອງທາງ; ຜັນຂະຫຍາຍບັນດາກົນໄກຮ່ວມມື ສອງຝ່າຍຢ່າງມີປະສິດທິຜົນ, ສ້າງແຜນການເຄື່ອນໄຫວ ໂດຍໄວ ເພື່ອຂຸດຄົ້ນ ແລະ ຍົກລະດັບການຮ່ວມມື ໃນທຸກຂົງເຂດຢ່າງມີປະສິດທິຜົນ.
ນອກນີ້ ຍັງເຫັນດີເປີດກວ້າງ ແລະ ເຮັດໃຫ້ການຮ່ວມມືດ້ານເສດຖະກິດ ເລິກເຊິ່ງກວ່າອີກ; ສູ້ຊົນ ບັນລຸ ວົງເງິນ ການຄ້າສອງຝ່າຍ ບັນລຸ 18 ຕື້ໂດລາສະຫະລັດ ຕາມທິດດຸ່ນດ່ຽງ; ຊຸກຍູ້ການຮ່ວມມື ດ້ານກະສິກຳ ແລະ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ; ສົ່ງເສີມ, ອຳນວຍຄວາມສະດວກໃຫ້ແກ່ວິສາ ຫະກິດສອງປະເທດໃນດ້ານການລົງທຶນເຂົ້າຕະຫລາດ.
ສອງຝ່າຍ ເຫັນດີເປີດກວ້າງການຮ່ວມມືກ່ຽວກັບວິທະຍາ ສາດເຕັກໂນໂລຢີ, ນະວັດຕະກຳ, ເຕັກໂນໂລຊີຂໍ້ມູນຂ່າວສານ, ມຸ່ງໄປເຖິງການສ້າງການພົວພັນຄູ່ຮ່ວມມືດີຈີຕອນ, ເສດຖະກິດ ດີຈີຕອນ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດໃໝ່ ແລະ ສົມທົບກັນຢ່າງແໜ້ນແຟ້ນໃນອາຊຽນເພື່ອພ້ອມກັນສ້າງອາຊຽນທີ່ເຂັ້ມ ແຂງ, ເສີມຂະຫຍາຍບົດບາດເປັນໃຈກາງ, ປັບປຸງຄວາມສາມັກຄີ ພາຍໃນກຸ່ມ ແລະ ເພີ່ມການຮ່ວມມືດ້ານອື່ນໆອີກ.
ທີ່ມາ: vov world