ໃນລະຫວ່າງ ວັນທີ 11-13 ມີນາ 2025 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຊຽງຂວາງ ໂດຍການຕ້ອນຮັບ ຂອງສະຫາຍ ບຸນຈັນ ສີວົງພັນ ເຈົ້າແຂວງ ແຂວງຊຽງຂວາງ ພ້ອມດ້ວຍຄະນະ.

ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຊຽງຂວາງ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມຄະນະ ໃນຄັ້ງນີ້ ຈະໄດ້ຢ້ຽມຢາມໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາເຄົ້າ ຢູ່ບ້ານນໍ້າເກາະ ຂອງບໍລິສັດ ໄມ້ແປກຄໍາ, ຢ້ຽມຊົມພູກູດຈອມເຫຼັກວີລະຊົນ, ເມືອງພູກູດ, ເຂົ້າຮ່ວມກອງປະຊຸມສາມະນາ (ຢູ່ທີ່ ພະແນກແຜນການ ແລະ ການລົງທຶນແຂວງ), ຢ້ຽມຢາມໂຄງການ ບໍລິສັດ ພັດທະນາກະສິກຳ ລາວ-ຍີ່ປຸ່ນ ຊຽງຂວາງ ຈຳກັດ, ຣີສອດຟາມງົວ ພັນນົມເຕັກໂນໂລຊີສູງ VINAMILKLAO–JAGRO (ຢູ່ບ້ານໂຕນເໜືອ ເມືອງແປກ) ແລະ ຢ້ຽມຢາມໂຄງການກໍ່ສ້າງສ້ອມແປງ ແລະ ປັບປຸງສະໜາມບິນທົ່ງໄຫຫີນ ຂອງ ບໍລິສັດ AVIC- INTL Project Engineering Company.
ທີ່ມາ: ໜັງສືພິມກອງທັບ