ຕາມການລາຍງານຂອງ ໜ່ວຍງານ ສືບສວນສອບສວນ ກອງບັນຊາການ ປກສ ເມືອງລະຄອນເພັງ ໃຫ້ຮູ້ວ່າ: ມີຜູ້ໃຊ້ສື່ສັງຄົມອອນໄລ໌ ໂພສ ວີດີໂອວ່າ “ມີໂຈນມາລັກເດັກນ້ອຍ ຢູ່ບ້ານຄອຍສາຍ ເມືອງລະຄອນເພັງ” ຜ່ານເຟກສບຸກສ່ວນຕົວ ແລະຕໍ່ມາໄດ້ມີຜູ້ເຂົ້າເບິ່ງ ແລະສົ່ງຕໍ່ເປັນຈໍານວນຫຼາຍ. ຜ່ານການເກັບກຳຂໍ້ມູນຫຼັກຖານຂອງເຈົ້າໜ້າທີ່ແລ້ວ ເປັນເຫດການກຸ່ມຄົນບໍ່ດີຫາລັກຊັບ ບໍ່ແມ່ນລັກເດັກນ້ອຍຄືດັ່ງສື່ສັງຄົມອອນລາຍໄດ້ເຜີຍແຜ່.
ຜູ້ເຫັນເຫດການໄດ້ໃຫ້ຂໍ້ມູນຕໍ່ເຈົ້າໜ້າທີ່ ວ່າ: ໃນເວລາປະມານ 13 ໂມງ ຂອງວັນທີ 07/03/2025 ທ້າວ ກໍ (ນາມສົມ) ອາຍຸ 14 ປີ ນັກຮຽນ ໄດ້ຫຼິ້ນຢູ່ເຮືອນບຸນ ທີ່ຕັ້ງຢູ່ຄົນລະຟາກທາງກັບເຮືອນຂອງຕົນ ຈາກນັ້ນຜູ່ກ່ຽວໄດ້ຍ່າງເມືອເຮືອນ ເພື່ອຈະໄປເອົາເກີບມາໃສ່ ພໍຮອດໜ້າເຮືອນຜູ້ກ່ຽວໄດ້ແນມເຫັນ ຜູ້ຍິງຄົນໜຶ່ງ ໃສ່ໝວກ, ໃສ່ແວ່ນຕາດໍາ, ຜ້າອັດປາກ ໃສ່ເສື້ອແຂນຍາວສີຂາວ, ໂສ້ງຢືນສີຟ້າ ຍ່າງອອກມາຈາກຫຼັງເຮືອນທີ່ຢູ່ໃກ້ກັນ ແລະ ຍ່າງເຂົ້າມາຫາຕົນເອງຢູ່ກ້ອງຕະລ້າງເຮືອນ ແລ້ວເວົ້າວ່າ: ຊ່ວຍເອື້ອຍແດ່ ຫຼັງຈາກນັ້ນ ຜູ້ຍິງຄົນດັ່ງກ່າວ ກໍຍ່າງອອກມາໜ້າ ເຮືອນທີ່ຢູ່ຂ້າງໆ. ສ່ວນທ້າວກໍ ກໍໄດ້ຍ່າງນໍາຫຼັງ ຫ່າງປະມານ 3-4 ແມັດ, ຈາກນັ້ນຜູ່ຍິງຄົນດັ່ງກ່າວ ໄດ້ກວັກມື ເອົາຜູ້ຊາຍໃສ່ເສື້ອແຂນຍາວສີດໍາ, ໃສ່ສົ້ງຂາຍາວ (ບໍ່ຈື່ສີ) ໃສ່ຜ້າອັດປາກ, ໃສ່ໝວກແກັບ ທີ່ຈອດລົດຈັກຢູ່ໜ້າເຮືອນໃກ້ກັນ ມາຮັບເອົາຜູ້ຍິງຄົນນັ້ນ ມຸ່ງໜ້າໄປ ທາງສະຫວັນນະເຂດ.
ຜ່ານການເກັບກຳຂໍ້ມູນ ຂອງເຈົ້າໜ້າທີ່ ສັນນິຖານວ່າ: ເຫດການດັ່ງກ່າວແມ່ນເຫດການຄົນບໍ່ດີຫາລັກຊັບ. ສ່ວນຂໍ້ມູນທີ່ປະຊາຊົນ ໄດ້ລົງໃນສື່ອອນລາຍ ວ່າ ມີຄົນຮ້າຍມາລັກເອົາເດັກນ້ອຍ ຢູ່ບ້ານໜອງໂພຄອນສາຍ ເມືອງລະຄອນເພັງ ແມ່ນບໍ່ມີຄວາມຈິງ. ຈຸດທີ່ຜູ້ຕ້ອງສົງໃສເຂົ້າໄປນັ້ນແມ່ນບໍ່ມີເດັກນ້ອຍຫຼິ້ນຢູ່ໃນເວລານັ້ນ ແລະ ບໍ່ມີລູກຫຼານໃຜເສຍ.
ຂ່າວ: ສື່ມວນຊົນເມືອງລະຄອນເພັງ