ວັນທີ 5 ມີນານີ້, ໃນບົດລາຍງານວຽກງານຂອງລັດຖະບານປະຈຳປີ 2025 ທີ່ລັດຖະບານຈີນຍື່ນໃຫ້ແກ່ສະພາປະຊາຊົນແຫ່ງຊາດ ທີ່ເປັນອົງການອຳນາດສູງສຸດຂອງຈີນພິຈາລະນາ ໄດ້ສະເໜີວ່າ: ຈີນໄດ້ກຳນົດເປົ້າໝາຍການເຕີບໂຕຂອງ ລວມຍອດຜະລິດຕະພັນພາຍໃນ ຫຼື GDP ໃນປີນີ້ຢູ່ປະມານ 5% ເຊິ່ງຍັງຮັກສາຢູ່ໃນລະດັບດຽວກັນກັບ 2 ປີທີ່ຜ່ານມາ. ນັກວິເຄາະຊີ້ອອກວ່າ, ເປົ້າໝາຍທີ່ເສດຖະກິດຈີນເຕີບໂຕ 5% ນັ້ນບໍ່ພຽງແຕ່ສອດຄ່ອງກັບຄວາມຕ້ອງການຂອງປະເທດຈີນເທົ່ານັ້ນ, ແຕ່ຍັງໄດ້ນຳເອົາໂອກາດທີ່ດີມາໃຫ້ແກ່ປະເທດສະມາຊິກອາຊຽນ ເຊິ່ງລວມທັງປະເທດລາວອີກດ້ວຍ. ການເຕີບໂຕທີ່ໝັ້ນທ່ຽງຂອງຈີນຈະໝາຍຄວາມວ່າຄູ່ການຄ້າຈະມີຄວາມຮັບປະກັນເພີ່ມຂຶ້ນຕື່ມ, ຈາກການເພີ່ມຂຶ້ນຂອງຄວາມຕ້ອງການໃນຕະຫຼາດ ຈົນຮອດໂອກາດການລົງທຶນເພີ່ມຂຶ້ນ, ຈາກການຍົກລະດັບອຸດສາຫະກຳຈົນຮອດເສດຖະກິດພາກພື້ນເຊື່ອມໂຍງເຂົ້າກັນ, ການເຕີບໂຕທີ່ໝັ້ນທ່ຽງຂອງເສດຖະກິດຈີນ ຈະເພີ່ມພະລັງຂັບເຄື່ອນທີ່ແຂງແຮງເຂົ້າໃນການພັດທະນາເສດຖະກິດຂອງປະເທດສະມາຊິກອາຊຽນ.
ກ່ອນອື່ນ, ເປົ້າໝາຍການເຕີບໂຕດ້ານເສດຖະກິດຂອງຈີນໃນປີນີ້ ແມ່ນຕິດພັນກັບຍຸດທະສາດທີ່ຊຸກຍູ້ການພັດທະນາຢ່າງມີຄຸນນະພາບສູງນັ້ນຢ່າງແໜ້ນແຟ້ນ. ການພັດທະນາຢ່າງວ່ອງໄວຂອງຈີນໃນຂົງເຂດປັນຍາປະດິດ ຫຼື AI, ລົດພະລັງງານໃໝ່, ການຜະລິດອຸດສາຫະກຳແບບອັດສະລິຍະ ແລະອື່ນໆ ຈະເປັນໂອກາດດີໃນການຖ່າຍທອດດ້ານເຕັກນິກ ແລະ ຍົກລະດັບດ້ານອຸດສາຫະກຳໃຫ້ແກ່ປະເທດສະມາຊິກອາຊຽນ. ຕົວຢ່າງ: ການກໍ່ສ້າງພື້ນຖານໂຄງລ່າງດິຈິຕອນຢູ່ບັນດາປະເທດສະມາຊິກອາຊຽນ ເຊິ່ງລວມທັງປະເທດລາວ ຈະຊ່ວຍຊຸກຍູ້ການພັດທະນາເສດຖະກິດດິຈິຕອນຢູ່ປະເທດເຫຼົ່ານີ້, ທັັງຍົກສູງຖານະໃນຕ່ອງໂສ້ອຸດສາຫະກຳຂອງໂລກ. ພ້ອມກັນນັ້ນ, ການລົງທຶນຂອງວິສາຫະກິດຈີນຢູ່ປະເທດສະມາຊິກອາຊຽນ ກໍຈະນຳມາເຊິ່ງເຕັກນິກທັນສະໄໝ ແລະ ບົດຮຽນດ້ານການຄຸ້ມຄອງບໍລິຫານທີ່ດີ. ໂດຍຜ່ານການເພີ່ມທະວີການຮ່ວມມືດ້ານເສດຖະກິດກັບຈີນ ຈະເຮັດໃຫ້ປະເທດສະມາຊິກອາຊຽນສາມາດເຊື່ອມໂຍງເຂົ້າກັບເສດຖະກິດໂລກໄດ້ດີຂຶ້ນກວ່າເກົ່າ ແລະ ຍົກສູງຖານະຂອງຕົນໃນຕ່ອງໂສ້ອຸດສາຫະກຳທົ່ວໂລກ.

ສອງ, ຢູ່ເບື້ອງຫຼັງເປົ້າໝາຍເຮັດໃຫ້ເສດຖະກິດເຕີບໂຕ 5% ນີ້, ບໍ່ສາມາດປາສະຈາກການລົງທຶນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງຢ່າງຕໍ່ເນື່ອງໄດ້. ໃນຊຸມປີຜ່ານມານີ້, ການກໍ່ສ້າງ ແລະ ເປີດນຳໃຊ້ທາງລົດໄຟລາວ-ຈີນ ກໍເປັນຕົວແບບທີ່ພົ້ນເດັ່ນ ເຊິ່ງບໍ່ພຽງແຕ່ໄດ້ປັບປຸງເງື່ອນໄຂດ້ານການຄົມມະນາຄົມຂອງລາວໃຫ້ດີຂຶ້ນເທົ່ານັ້ນ, ແຕ່ຍັງໄດ້ສ້າງພື້ນຖານໃຫ້ແກ່ການເຊື່ອມໂຍງ-ເຊື່ອມຈອດກັນຂອງພາກພື້ນອີກດ້ວຍ. ຄຽງຄູ່ກັບເສດຖະກິດຈີນຈະໄດ້ຮັບການພັດທະນາຂຶ້ນຕື່ມອີກ, ການລົງທຶນຂອງຈີນຢູ່ປະເທດສະມາຊິກອາຊຽນກໍຈະເພີ່ມຂຶ້ນເລື້ອຍໆ ເຊິ່ງບໍ່ພຽງແຕ່ໄດ້ຊຸກຍູ້ການພັດທະນາເສດຖະກິດຂອງປະເທດຕ່າງໆເທົ່ານັ້ນ, ແຕ່ຍັງຈະໄດ້ສ້າງໂອກາດແຫ່ງການຊອກວຽກເຮັດງານທຳຢ່າງຫຼວງຫຼາຍອີກດ້ວຍ. ຕົວຢ່າງ: ໂຄງການເຂື່ອນໄຟຟ້າທີ່ຈີນສ້າງຂຶ້ນຢູ່ປະເທດລາວ, ໄດ້ສະໜອງພະລັງງານທີ່ສະອາດ ແລະ ໄດ້ຊຸກຍູ້ການພັດທະນາອຸດສາຫະກຳທີ່ກ່ຽວຂ້ອງຢູ່ທ້ອງຖິ່ນຕ່າງໆຕື່ມອີກ.
ສາມ, ໃນບົດລາຍງານວຽກງານຂອງລັດຖະບານຈີນ ປະຈຳປີ 2025 ໄດ້ເນັ້ນໜັກເຖິງການເປີດກວ້າງຄວາມຕ້ອງການພາຍໃນປະເທດ ແລະ ຊຸກຍູ້ການຍົກລະດັບການບໍລິໂພກ ເຊິ່ງຈະຊ່ວຍຊຸກຍູ້ການຮ່ວມມືໃນລະດັບເລິກເຊິ່ງກວ່າເກົ່າລະຫວ່າງຈີນ ແລະ ປະເທດສະມາຊິກອາຊຽນໃນຂົງເຂດການຄ້າ. ຄຽງຄູ່ກັບຕະຫຼາດການບໍລິໂພກຂອງຈີນໄດ້ຮັບການຍົກລະດັບສູງຂຶ້ນເລື້ອຍໆ, ຜະລິດຕະພັນກະສິກຳ, ຊັບພະຍາກອນບໍ່ແຮ່ ແລະ ຜະລິດຕະພັນອື່ນໆ ທີ່ມີເອກະລັກພິເສດຂອງປະເທດສະມາຊິກອາຊຽນ ເຊິ່ງລວມທັງປະເທດລາວ ຈະມີຕະຫຼາດຮອງຮັບທີ່ກວ້າງຂວາງກວ່າເກົ່າຢູ່ປະເທດຈີນ. ໃນບົດລາຍງານວຽກງານຂອງລັດຖະບານຍັງໄດ້ສະເໜີມາດຕະການທີ່ເປີດກວ້າງການເປີດປະຕູສູ່ພາຍນອກ ເຊິ່ງຈະລົງເລິກການຮ່ວມມືດ້ານເສດຖະກິດລະຫວ່າງຈີນກັບປະເທດອາຊຽນຕື່ມອີກ. ພາຍໃຕ້ການຊຸກຍູ້ຂອງກົນໄກຮ່ວມມືຕ່າງໆທີ່ມີຢູ່ໃນປັດຈຸບັນນີ້ ເປັນຕົ້ນ: ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ “ສັນຍາຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP”, ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ ແລະ ອາຊຽນ ຈະນັບມື້ກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ພ້ອມກັນນັ້ນຈະເປັນການເພີ່ມພະລັງຂັບເຄື່ອນອັນໃໝ່ເຂົ້າໃນການເຊື່ອມໂຍງເຂົ້າກັນຂອງເສດຖະກິດພາກພື້ນ.

ນອກຈາກນີ້, ການເຕີບໂຕຂອງເສດຖະກິດຈີນຍັງໄດ້ສະໜອງບົດຮຽນທີ່ດີໃຫ້ປະເທດຕ່າງໆໄດ້ຖອດຖອນເອົາເປັນແບບຢ່າງ. ບົດຮຽນ ແລະ ຮູບແບບການພັດທະນາເສດຖະກິດທີ່ຈີນສະສົມໄວ້ ຈະເປັນບົດຮຽນທີ່ມີຄຸນຄ່າສູງທີ່ສຸດໃຫ້ແກ່ປະເທດອື່ນ. ໂດຍຜ່ານການເພີ່ມທະວີການຮ່ວມມືດ້ານເສດຖະກິດກັບຈີນ, ປະເທດລາວ ແລະ ປະເທດອື່ນໆຈະສາມາດຖອດຖອນບົດຮຽນຈາກຜົນສຳເລັດໃນການພັດທະນາຂອງຈີນ ແລ້ວເລັ່ງລັດບາດກ້າວການພັດທະນາປະເທດຂອງຕົນ. ໃນຂະນະດຽວກັນ ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກ ແລະ ຮູບແບບການພັດທະນາຂອງຈີນ ຍັງໄດ້ສ້າງພະລັງຂັບເຄື່ອນ ແລະ ໂອກາດໃໝ່ໃຫ້ແກ່ການພັດທະນາເສດຖະກິດຂອງປະເທດສະມາຊິກອາຊຽນ.
ເວົ້າລວມແລ້ວ, ເປົ້າໝາຍເຮັດໃຫ້ເສດຖະກິດຈີນເຕີບໂຕ 5% ນັ້ນ ໝາຍເຖິງໂອກາດການຮ່ວມມືຫຼາຍກວ່າເກົ່າ, ຕະຫຼາດທີ່ກວ້າງຂວາງກວ່າເກົ່າ ແລະ ສາຍພົວພັນດ້ານເສດຖະກິດທີ່ເລິກເຊິ່ງກວ່າເກົ່າ ເຊິ່ງບໍ່ພຽງແຕ່ໄດ້ສ້າງພະລັງຂັບເຄື່ອນອັນໃໝ່ເຂົ້າໃນການຮ່ວມມືດ້ານເສດຖະກິດລະຫວ່າງຈີນກັບອາຊຽນເທົ່ານັ້ນ, ແຕ່ຍັງໄດ້ສ້າງຄວາມສາມາດເປັນໄປໄດ້ໃຫ້ແກ່ການພັດທະນາຂອງປະເທດຕ່າງໆຫຼາຍກວ່າເກົ່າອີກດ້ວຍ. ພາຍໃຕ້ເງື່ອນໄຂແຫ່ງໂລກາພິວັດ, ການຮ່ວມມືດ້ານເສດຖະກິດລະຫວ່າງຈີນ ແລະ ອາຊຽນຈະແໜ້ນແຟ້ນຂຶ້ນກວ່າເກົ່າ ແລະ ຈະຮ່ວມກັນຊຸກຍູ້ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາຂອງພາກພື້ນໃຫ້ນັບມື້ດີຂຶ້ນເລື້ອຍໆ.