Wednesday, March 12, 2025
Homeຂ່າວໜ້າໜຶ່ງສະເຫລີມສະຫລອງວັນແມ່ຍິງສາກົນ ຄົບຮອບ 115 ປີ

ສະເຫລີມສະຫລອງວັນແມ່ຍິງສາກົນ ຄົບຮອບ 115 ປີ

ໃນວັນທີ 6 ມີນາ 2025 ທີ່ຫໍປະຊຸມແຫ່ງຊາດ, ຄະນະບໍລິຫານງານສະຫະພັນແມ່ຍິງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ຮ່ວມກັບ ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງພາຍໃນ ແລະ ຄະນະບໍລິຫານງານສະຫະພັນແມ່ຍິງ ທະນາຄານແຫ່ງ ສປປ ລາວ ຈັດພິທີສະເຫລີມສະຫລອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 115 ປີ (ວັນທີ 8 ມີນາ 1910 ຫາ ວັນທີ 8 ມີນາ 2025) ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ມີບັນດາພັນລະຍາການນຳຂັ້ນສູງ, ທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ, ຄະນະບໍລິຫານງານສະຫະພັນແມ່ຍິງ ຫສນຍ, ກະຊວງພາຍໃນ, ທະນາຄານແຫ່ງ ສປປ ລາວ, ອົງການກາງແດງແຫ່ງຊາດລາວ ພ້ອມດ້ວຍແຂກຖືກເຊີນ ແລະ ສະມາຊິກສະຫະພັນແມ່ຍິງ ພາຍໃນ ຫສນຍ ເຂົ້າຮ່ວມ.

ຈຸດປະສົງ ເພື່ອສະເຫລີມສະຫລອງວັນແມ່ຍິງສາກົນ ຄົບຮອບ 115 ປີ ພາຍໃຕ້ຄໍາຂວັນ “ ສິດທິ, ຄວາມສະເໜີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກນ້ອຍທຸກຄົນ” ໃຫ້ເປັນຂະບວນການຟົດຟື້ນ, ມ່ວນຊື່ນ, ຮັດແໜ້ນ ຄວາມສາມັກຄີ ແລະ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ, ທັງຫວນຄືນມູນເຊື້ອປະຫວັດຄວາມເປັນມາ ຂອງວັນແມ່ຍິງສາກົນ ກໍຄື ຜົນງານການເຄື່ອນໄຫວ, ມູນເຊື້ອອັນດີງາມ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງສາກົນ ແລະ ແມ່ຍິງລາວ ຕະຫລອດໄລຍະທີ່ຜ່ານມາ.

ໃນໂອກາດນີ້, ທ່ານ ນາງ ບຸນໜັກ ດາລາງາແກ້ວ ກຳມະການຄະນະບໍລິຫານງານພັກ ຫສນຍ, ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ຫສນຍ ກໍໄດ້ໃຫ້ກຽດນຳສະເໜີ ປະຫວັດມູນເຊື້ອ ແລະ ຄວາມເປັນມາ ຂອງວັນແມ່ຍິງສາກົນ ເຊິ່ງທ່ານໄດ້ກ່າວບາງຕອນວ່າ: ວັນທີ 8 ມີນາ ແມ່ນການເຫດການການເມືອງໜຶ່ງທີ່ສຳຄັນ ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໜີພາບກັບຜູ້ຊາຍ; ວັນແມ່ຍິງສາກົນກຳເນີດເກີດຂຶ້ນ ໃນທ່າມກາງທີ່ສະພາບເສດຖະກິດ ຂອງສັກດີນາ ແລະ ນາຍທຶນຂະຫຍາຍຕົວ, ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ຖືກດູມິ່ນປະໝາດ, ຖືເປັນສິນຄ້າ, ເປັນເຄື່ອງຫລິ້ນ, ຖືກທຸບຕີຂົ່ມຂືນທຳສຳເລົາ, ບໍ່ໄດ້ຮັບການເອົາໃຈໃສ່ເບິ່ງແຍງດູແລຈາກສັງຄົມ, ເຮັດວຽກຫລາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງງານລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາສຸຂະພາບ ຂອງແມ່ຍິງ ແລະ ເດັກນ້ອຍ. ຕໍ່ສະພາບດັ່ງກ່າວ, ກຳມະກອນແມ່ຍິງ ຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້, ໂຮມຊຸມນຸມປະທ້ວງ ແລະ ຄັດຄ້ານຕໍ່ການໃຫ້ຄ່າແຮງງານຕ່ຳ ແລະ ສະຖານທີ່ເຮັດວຽກ ທີ່ບໍ່ຮັບປະກັນຕໍ່ສຸຂະພາບ ເຊິ່ງໃນວັນທີ 8 ມີນາ 1908 ແມ່ຍິງໄດ້ເດີນຂະບວນ ຢູ່ເມືອງນິວຢອກ ເພື່ອທວງໃຫ້ນາຍທຶນ ຫລຸດຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາການຂູດຮີດແຮງງານເດັກ, ທວງໃຫ້ແມ່ຍິງ ມີສິດອອກສຽງເລືອກຕັ້ງ ແລະ ລົງຮັບສະໝັກເລືອກຕັ້ງ. ການເດີນຂະບວນປະທ້ວງ ພາຍໃຕ້ຄໍາຂວັນ: ເຂົ້າຈີ່ ແລະ ດອກກຸຫລາບ. ເຂົ້າຈີ່ ໝາຍເຖິງ: ເສດຖະກິດດີຂຶ້ນ, ດອກກຸຫລາບ ໝາຍເຖິງ: ຄຸນນະພາບຊີວິດທີ່ດີ. ປີ 1910 ກອງປະຊຸມສາກົນ ກ່ຽວກັບບັນຫາແມ່ຍິງ ຄັ້ງທໍາອິດ ໄດ້ຈັດຂຶ້ນຢູ່ປະເທດເດນມາກ ມີຜູ້ແທນ 100 ກວ່າຄົນ ຈາກ 17 ປະເທດ, ກອງປະຊຸມໄດ້ຮັບຮອງ ເອົາວັນທີ 8 ມີນາ ຂອງທຸກປີ ເປັນວັນແມ່ຍິງສາກົນ. ວັນທີ 8 ມີນາ ຈຶ່ງເປັນເຫດການ-ການເມືອງທີ່ສຳຄັນ, ເປັນຂີດໝາຍແຫ່ງໄຊຊະນະພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາ ໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ພາຍໃຕ້ຄຳຂວັນ: ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍ ເຮັດວຽກຄືກັນຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ. ນັບແຕ່ນັ້ນມາວັນທີ 8 ມີນາ ຈຶ່ງໄດ້ຮັບການສະເຫລີມສະຫລອງ ຢູ່ໃນຫລາຍປະເທດທົ່ວໂລກ. ຕິດພັນກັບການຫວນຄືນມູນເຊື້ອວັນແມ່ຍິງສາກົນ, ໃນພິທີ ຍັງໄດ້ຈັດເວທີສົນທະນາແລກປ່ຽນບົດຮຽນ ໃນ 3 ຫົວຂໍ້ ຄື: ແມ່ຍິງ ກັບ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ເຊິ່ງສະເໜີໂດຍ ຜູ້ຕາງໜ້າຄະນະບໍລິຫານງານສະມາຊິກແມ່ຍິງກະຊວງພາຍໃນ; ການສ້າງລາຍຮັບເສີມໃຫ້ຄອບຄົວ ຈາກສະມາຊິກສະຫະພັນແມ່ຍິງ ຫສນຍ ແລະ ການເຂົ້າເຖິງແຫລ່ງທຶນຂະໜາດນ້ອຍ ແລະ ຂະໜາດກາງ (SME) ຈາກທະນາຄານ ລາວ-ຫວຽດນາມ ແລະ ທະນາຄານອິນໂດຈີນ.

ໃນພິທີທີ່ມີຄວາມໝາຍສຳຄັນນີ້, ກອງປະຊຸມ ໄດ້ຮັບຟັງການໂອ້ລົມ ແລະ ແລກປ່ຽນຄຳເຫັນ ຈາກທ່ານ ລັດຖະມົນຕີ, ຫົວໜ້າ ຫສນຍ ເຊິ່ງທ່ານ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການກະກຽມ ແລະ ຈັດພິທີສະເຫລີມສະຫລອງ ວັນແມ່ຍິງສາກົນ ໃນຄັ້ງນີ້ຂຶ້ນ, ພ້ອມທັງ ຕີລາຄາວ່າ ການຈັດເວທີສຳມະນາ ກໍເປັນຫົວຂໍ້ທີ່ມີຄວາມ ໝາຍສຳຄັນຫລາຍ, ເປັນໂອກາດສົນທະນາແລກປ່ຽນບົດຮຽນ ແລະ ຮັດແໜ້ນຄວາມສາມັກຄີ ກັບບັນດາຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ. ອັນສຳຄັນ, ທ່ານ ຍັງໄດ້ສະເໜີໃຫ້ເອົາໃຈໃສ່ໃນຕໍ່ໜ້າຕື່ມບາງດ້ານ ເປັນຕົ້ນ ໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງ ກໍຄື ສະມາຊິກສະຫະພັນແມ່ຍິງ ທີ່ເຂົ້າຮ່ວມທັງໝົດ ສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງແມ່ຍິງລາວບັນດາເຜົ່າ ກໍຄື ມູນເຊື້ອອັນດີງາມຂອງແມ່ຍິງ ຫສນຍ, ມູນເຊື້ອອັນດີງາມຂອງແມ່ຍິງ ກະຊວງພາຍໃນ ແລະ ມູນເຊື້ອອັນດີງາມຂອງແມ່ຍິງທະນາຄານແຫ່ງ ສປປ ລາວ ເຂົ້າໃນພຶດຕິກຳຕົວຈິງໃຫ້ຫລາຍຂຶ້ນ; ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ, ເຜີຍແຜ່ແນວທາງນະໂຍບາຍ ແລະ ລະບຽບກົດໝາຍ ໃຫ້ມີຄວາມໜັກແໜ້ນ; ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານ ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ, ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ດ້ວຍຄວາມຮັບຜິດສູງ; ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ ພ້ອມທັງ ຕິດຕາມກວດກາ ແລະ ຊຸກຍູ້ການປະຕິບັດວຽກງານຕົວຈິງ; ສືບຕໍ່ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃນ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ໂດຍສະເພາະ ໃນເງື່ອນໄຂສະພາບເສດຖະກິດ-ການເງິນ ຫຍຸ້ງຍາກໃນປັດຈຸບັນ, ພ້ອມທັງ ສືບຕໍ່ເພີ່ມທະວີຊຸກຍູ້, ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ເພື່ອຮັບໃຊ້ໜ້າທີ່ການເມືອງຂອງຕົນ ໃຫ້ມີຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.

ຕິດພັນກັບພິທີສະເຫລີມສະຫລອງວັນແມ່ຍິງສາກົນ ໃນຄັ້ງນີ້ ກໍຍັງໄດ້ຈັດກິດຈະກຳຕ່າງໆ ເປັນຕົ້ນ ການວາງ ສະແດງ ແລະ ຈໍາໜ່າຍສິນຄ້າ ທີ່ເປັນຜະລິດຕະພັນພາຍໃນ, ມີການບໍລິການ ຈົດທະບຽນສົມລົດ, ຈົດທະບຽນການເກີດ ແລະ ໃຫ້ບໍລິການຜະລິດຕະພັນການທະນາຄານ ຈາກທະນາຄານຮ່ວມທຸລະກິດລາວ-ຫວຽດ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ທະນາຄານອິນໂດຈີນ ຕື່ມອີກ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments