Tuesday, March 11, 2025
Homeຂ່າວໜ້າໜຶ່ງຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ໂດຍໄດ້ຮັບຄຳເຊີນ ສະຫາຍ ພົນເອກ ຫງວຽນເຕີນເກືອງ ກຳມະການສູນກາງພັກ, ຄະນະກຳມະການປະຈຳການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໄດ້ເດີນທາງມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ໃນລະຫວ່າງວັນທີ 4-6 ມີນາ 2025 ນີ້.

ຕອນເຊົ້າວັນທີ 5 ມີນາ, ຢູ່ທີ່ສຳນັກງານກະຊວງປ້ອງກັນປະເທດ, ສະຫາຍ ພົນເອກ ຫງວຽນເຕີນເກືອງ ໄດ້ເປັນປະທານພິທີຕ້ອນຮັບ ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ແລະ ຄະນະຜູ້ແທນສອງປະເທດໄດ້ດຳເນີນກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ.

ສະຫາຍ ພົນເອກ ຫງວຽນເຕີນເກືອງ ໄດ້ກ່າວຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຕໍ່ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ທີ່ໄດ້ຮັບການແຕ່ງຕັ້ງຈາກພັກ ແລະ ລັດ ໃຫ້ດໍາລົງຕໍາແໜ່ງເປັນຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ; ເຊື່ອໝັ້ນວ່າໃນຕຳແໜ່ງໃໝ່ຂອງຕົນ, ຈະປະກອບສ່ວນນຳພາກອງທັບປະຊາຊົນລາວໃຫ້ນັບມື້ນັບພັດທະນາ, ການພົວພັນຮ່ວມມືດ້ານການທະຫານລະຫວ່າງກອງທັບ ຫວຽດນາມ-ລາວ ນັບມື້ນັບເຂັ້ມແຂງ.

ສະຫາຍ ພົນເອກ ຫງວຽນເຕີນເກືອງ ໄດ້ກ່າວວ່າ: ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດເວົ້າລວມ ເວົ້າສະເພາະ, ການຮ່ວມມືລະຫວ່າງກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ-ລາວ ບັນລຸໄດ້ໝາກຜົນສູງ, ສືບຕໍ່ເປັນເສົາຄ້ຳອັນສຳຄັນໃນການພົວພັນສອງຝ່າຍ ຫວຽດນາມ – ລາວ.

ໃນນັ້ນ, 2 ຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການເປັນເສນາທິການໃຫ້ບັນດາການນຳພັກ, ລັດ ກ່ຽວກັບບັນດາບັນຫາຍຸດທະສາດດ້ານການທະຫານ, ປ້ອງກັນຊາດຂອງແຕ່ລະປະເທດ; ການຮ່ວມມືດ້ານກອງທັບ ແລະ ການທະຫານໄດ້ຮັບການປະຕິບັດຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ; ທະຫານຊາຍແດນ ແລະ ກອງບັນຊາການທະຫານຊາຍແດນ ຂອງສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມຢູ່ເຂດຊາຍແດນ; ການຮ່ວມມືດ້ານການບຳລຸງສ້າງຊັບພະຍາກອນມະນຸດສືບຕໍ່ໄດ້ຮັບຄວາມສຳຄັນເປັນພິເສດຂອງສອງຝ່າຍທັງດ້ານປະລິມານ ແລະ ຄຸນນະພາບ; ການຮ່ວມມືດ້ານການຂົນສົ່ງ ແລະ ດ້ານວຽກອຸດສາຫະກໍາກະຊວງປ້ອງກັນປະເທດໄດ້ຮັບການຊຸກຍູ້ຢ່າງແຂງແຮງ.

ໃນຕໍ່ໜ້າ 2 ຝ່າຍໄດ້ເຫັນດີເປັນເອກະພາບ, ບົນພື້ນຖານບັນດາເອກະສານທີ່ການນຳກະຊວງປ້ອງກັນປະເທດ 2 ປະເທດໄດ້ລົງນາມ, ໄດ້ສະເໜີໃຫ້ສຸມໃສ່ຊຸກຍູ້ການພົວພັນຮ່ວມມືໃນບັນດາເນື້ອໃນສຳຄັນຄື: ສົມທົບກັນຜັນຂະຫຍາຍບັນດາເນື້ອໃນການຮ່ວມມືຢ່າງມີປະສິດທິຜົນຕາມຄວາມຮັບຮູ້ຮ່ວມຂອງການນຳຂັ້ນສູງຂອງສອງປະເທດ, ພິເສດແມ່ນສັນຍາຮ່ວມມືລະຫວ່າງສອງປະເທດ ຫວຽດນາມ – ລາວ ໃນປີ 2024; ການພົບປະລະຫວ່າງການນຳພັກ-ລັດ 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ (22/02/2025); ເພີ່ມທະວີການແລກປ່ຽນບັນດາບັນຫາຍຸດທະສາດຜ່ານກອງປະຊຸມຂັ້ນສູງ ແລະ ກົນໄກສົນທະນານະໂຍບາຍປ້ອງກັນປະເທດ; ສະໜັບສະໜູນລາວ ໃນການສ້າງຕັ້ງກຳລັງຮັກສາສັນຕິພາບ ສະຫະປະຊາຊາດ; ເພີ່ມທະວີການຮ່ວມມືລະຫວ່າງກອງທັບ, ກອງທັບ ແລະ ກຳລັງປ້ອງກັນຊາຍແດນ 2 ປະເທດ; ເອົາໃຈໃສ່ການຮ່ວມມືດ້ານການບຳລຸງສ້າງຊັບພະຍາກອນມະນຸດ; ຊຸກຍູ້ການຮ່ວມມືດ້ານການຂົນສົ່ງ, ເຕັກໂນໂລຊີຂໍ້ມູນຂ່າວສານ, ອຸດສາຫະກຳປ້ອງກັນປະເທດ; ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.

ສະຫາຍ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໄດ້ຢັ້ງຢືນເຖິງຄວາມໝາຍຄວາມສໍາຄັນຂອງການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຄັ້ງນີ້ຂອງຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ; ເນັ້ນໜັກວ່າ, ໃນໄລຍະຜ່ານມາ ການຮ່ວມມືດ້ານປ້ອງກັນຊາດ ລາວ-ຫວຽດນາມ ນັບມື້ນັບພັດທະນາຢ່າງເລິກເຊິ່ງ ແລະ ບັນລຸໄດ້ໝາກຜົນສູງ. ໃນ ປີ 2024, ການຮ່ວມມືລະຫວ່າງກອງທັບສອງປະເທດໄດ້ຮັບການພັດທະນາຢ່າງຮອບດ້ານໃນຂົງເຂດການແລກປ່ຽນຄະນະຜູ້ແທນ, ການເຝິກອົບຮົມ, ການທະຫານ ແລະ ການພົບປະແລກປ່ຽນການທະຫານ. ພ້ອມກັນນັ້ນ, ສອງຝ່າຍກໍຕັ້ງໜ້າສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສສາກົນ.

ສະຫາຍ ພົນຕີ ສາຍໃຈ ກົມມະສິດ ເຫັນດີເປັນເອກະພາບໃນຕໍ່ໜ້າ ທັງສອງຝ່າຍຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືບົນພື້ນຖານບັນດາເອກະສານທີ່ໄດ້ລົງນາມ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ແລະ ກອງທັບສອງປະເທດ ລາວ-ຫວຽດນາມ ໃຫ້ຂຽວສົດງົດງາມຕະຫຼອດໄປ.

ພາຍຫຼັງສຳເລັດ, ພິທີພົບປະສອງຝ່າຍ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ພ້ອມຄະນະໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ພົນເອກ ຟານວັນຢາງ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ອີກດ້ວຍ.

ຂ່າວ: ໜັງສືພິມກອງທັບ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments