Tuesday, March 11, 2025
Homeທຸລະກິດພິທີເຊັນບົດບັນທຶກຂໍ້ຕົກລົງ ຄວາມຮ່ວມມື ລະຫວ່າງທະນາຄານຄໍາ ລາວ ຈໍາກັດ ແລະ ຮ້ານຄໍາ ສໍາລານ ໂພທິສານ

ພິທີເຊັນບົດບັນທຶກຂໍ້ຕົກລົງ ຄວາມຮ່ວມມື ລະຫວ່າງທະນາຄານຄໍາ ລາວ ຈໍາກັດ ແລະ ຮ້ານຄໍາ ສໍາລານ ໂພທິສານ

ສະຫລອງຄວາມສໍາເລັດກັບບາດກ້າວໃຫມ່ ໃນການຮ່ວມມືທາງດ້ານທຸລະກິດຄໍາ ລະຫວ່າງທະນາຄານຄໍາ ລາວ ຈໍາກັດ (LBB) ແລະ ຮ້ານຄໍາ ສໍາລານ ໂພທິສານ ເພື່ອຍົກລະດັບຕະຫລາດຄໍາລາວ ກໍຄືອຸດສາຫະກໍາຄໍາ ລາວ ກ້າວສູ່ມາດຕະຖານສາກົນ.

ພິທີເຊັນບົດບັນທຶກຂໍ້ຕົກລົງ ຄວາມຮ່ວມມື ລະຫວ່າງທະນາຄານຄໍາ ລາວ ຈໍາກັດ ແລະ ຮ້ານຄໍາ ສໍາລານ ໂພທິສານ ໄດ້ຈັດຂຶ້ນໃນວັນທີ 4 ມີນາ 2025 ທີ່ໂຮງແຮມຄຣາວ ພລາຊ່າ ນະຄອນຫລວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສຸລິສັກ ທຳນຸວົງ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ປອ ຈັນທອນ ສິດທິໄຊ ຜູ້ອໍານວຍການ ທະນາຄານຄໍາ ລາວ ຈໍາກັດ ແລະ ທ່ານ ນາງ ສໍາລານ ໂພທິສານ ເຈົ້າຂອງຮ້ານຄໍາສໍາລານ ພ້ອມດ້ວຍແຂກກິດຕະມາສັກເຂົ້າຮ່ວມເປັນສັກຂີພະຍານ.

ທ່ານ ຫນູໄຊ ແຫວນສະຫວັນ ຕາງຫນ້າຄະນະບໍລິຫານ ທະນາຄານຄໍາ ລາວ ຈໍາກັດ ໄດ້ກ່າວເຖິງການຮ່ວມມືໃນຄັ້ງນີ້ ແມ່ນຄວາມຄິດລິເລີ່ມສ້າງມາດຕະຖານຕະຫລາດຄໍາລາວ ແລະ ຍົກລະດັບອຸດສາຫະກໍາຄໍາ ລາວ ໃຫ້ກ້າວໄປສູ່ລະດັບສາກົນ ໂດຍທັງສອງຝ່າຍໄດ້ເຊັນບົດບັດທຶກຄວາມເຂົ້າໃຈໃນໄລຍະທີ່ຜ່ານມາ ແລະ ສຶກສາຄວາມເປັນໄປໄດ້ ກ່ອນການເຊັນບັດບັນທຶກຂໍ້ຕົກລົງໃນມື້ນີ້.

ທະນາຄານຄໍາ ລາວ ຈໍາກັດ ແມ່ນດໍາເນີນໃນຮູບແບບທະນາຄານທຸລະກິດ ພາຍໃຕ້ກົດຫມາຍທະນາຄານທຸລະກິດແຫ່ງ ສປປ ລາວ ມີເປົ້າໝາຍໃນການຮັບຝາກຄໍາຈາກທົ່ວສັງຄົມ ກໍຄືປະຊາຊົນລາວ ບັນດາເຜົ່າ ເພື່ອເກັບຮັກສາຄໍາ ກັບທະນາຄານຄໍາ ລາວ ທີ່ມີມາດຕະຖານດ້ານຄວາມປອດໄພສູງ.

ນີ້ແມ່ນບາດກ້າວໃໝ່ ແລະ ສໍາຄັນສໍາລັບອຸດສາຫະກໍາຄໍາລາວ ພ້ອມສ້າງປະຫວັດສາດຫນ້າໃໝ່ໃນການຮອງຮັບຄຸນນະພາບຄໍາທີ່ໄດ້ມາດຕະຖານລະຫວ່າງສອງຝ່າຍບົນພື້ນຖານການຮັບຝາກຄໍາຈາກຮ້ານຄໍາ ສໍາລານໂພທິສານ ກັບທະນາຄານຄໍາ ລາວ ແລະ ສາມາດຊື້-ຂາຍຄໍາ ທະນາຄານຄໍາ ລາວ ໄດ້ທີ່ຮ້ານຄໍາ ສໍາລານໂພທິສານ ອໍານວຍຄວາມສະ ດວກໃນການແລກປ່ຽນ ແລະ ຊື້-ຂາຍຄໍາ; ເປັນການສ້າງຕາຫນ່າງການຈໍລະຈອນຄໍາ ໃນລາວ ໃຫ້ມີຄວາມຄ່ອງຕົວລະ ຫວ່າງປະຊາຊົນ ກັບ ຮ້ານຂາຍຄໍາ ແລະ ທະນາຄານຄໍາ ລາວ; ສອດຄ່ອງກັບຫລັກການສ້າງຄວາມເຂັ້ມແຂງຕະຫລາດ ຄໍາລາວ ກໍຄືອຸດສາຫະກໍາລາວ ໄປສູ່ມາດຕະຖານສາກົນ ແລະ ຮ່ວມເຮັດວຽກໄປໃນທິດທາງດຽວກັນໄດ້ຢ່າງປະສົມປະສານ ແລະ ມີປະສິດທິພາບສູງສຸດ

ຄະນະບໍລິຫານ ທະນາຄານຄໍາ ລາວ ຈໍາກັດ ສະແດງຄວາມຫມັ້ນໃຈວ່າ: ການຕົກລົງຮ່ວມມືທຸລະກິດຄໍາ ໃນຄັ້ງນີ້ ຈະຜັກດັນການລະດົມຄໍາເຂົ້າສູ່ລະບົບການເງິນ ກໍຄືການເງິນການທະນາຄານ ເພື່ອສ້າງຄວາມຫມັ້ນຄົງໃນໄລຍະຍາວຂອງປະຊາຊົນ; ສ້າງຄວາມຫມັ້ນທ່ຽງທາງດ້ານການເງິນ,ຫລຸດຜ່ອນຄວາມສ່ຽງອັດຕາເງິນເຟີ້ ແລະ ສ້າງສະຖຽນລະພາບທາງການເງິນຂອງ ສປປ ລາວ.

ພ້ອມດຽວກັນນັ້ນ ທ່ານ ນາງ ທິບພະພອນ ໂພທິສານ ຕາງໜ້າຮ້ານຄຳ ສຳລານ ໂພທິສານ ກໍໄດ້ສະແດງຄວາມເຊື່ອຫມັ້ນໃນການຮ່ວມມືທາງດ້ານທຸລະກິດໃນຄັ້ງນີ້ ເນື່ອງຈາກຮ້ານຄໍາ ສໍາລານໂພທິສານ ທີ່ດໍາເນີນທຸລະກິດຄໍາມາຫລາຍສິບປີ ແລະ ເປັນຮ້ານຄໍາອັບດັບຕົ້ນໆຂອງປະເທດລາວ ພ້ອມທີ່ສະຫນອງຄໍາທີ່ໄດ້ມາດຕະຖານໃຫ້ລູກຄ້າ ແລະ ພ້ອມທີ່ຈະຮ່ວມຍົກລະດັບມາດຕະຖານຕະຫລາດຄໍາລາວໄປສູ່ລະດັບສາກົນເທື່ອລະກ້າວ ໄປພ້ອມກັບທະນາຄານຄໍາ ລາວ ທີ່ເປັນຄູ່ຮ່ວມທຸລະກິດ ແລະ ເສີມສ້າງຄວາມເຂັ້ມແຂງເຊິ່ງກັນ ແລະ ກັນ ກ່ຽວກັບທຸລະກິດຄໍາ; ແລກປ່ຽນປະ ສົບການ ແລະ ຄວາມຮູ້ໃຫມ່ໆ ພ້ອມກັບວິວັດທະການໃຫມ່ໆໃຫ້ທັນກັບສະພາບທັງພາຍໃນ ແລະ ຕ່າງປະເທດ

ໃນໂອກາດນີ້ ທຸກທ່ານຍັງສາມາດ ມ່ວນຊື່ກັບກິດຈະກໍາຮ່ວມ ຮັບຄໍາຟຣີ 1 ກຣາມ ພຽງແຕ່ຝາກຄໍາກັບທະນາຄານຄໍາ ລາວ ທີ່ມີສັນຍາລັກຮ້ານຄໍາສໍາລານ 75 ກຣາມຂຶ້ນໄປ

+ໂດຍມີເງື່ອນໄຂແລະຂໍ້ກໍານົດ:

* ສິດທິພິເສດນີ້ ມີຈໍານວນຈໍາກັດ 999 ທ່ານທໍາອິດເທົ່ານັ້ນ

** ໂດຍນໍາຄໍາແທ່ງ ສັນຍາລັກຮ້ານຄໍາສໍາລານ ໂພທິສານ ມາຝາກທີ່ທະນາຄານຄໍາ ລາວ

*** ຝາກຄໍາ 75 ກຣາມຂຶ້ນໄປ ສັນຍາລັກຮ້ານຄໍາແມ່ສໍາລານ ຮັບຟຣີ 1 ກຣາມ ທັນທີ

**** ສິດທິພິເສດນີ້ ໜຶ່ງທ່ານ ຕໍ່ ໜຶ່ງບັນຊີ, ເປີດບັນຊີຝາກຄໍາແບບມີກໍານົດ 1 ປີ ຮັບດອກເບ້ຍ 2% ຕໍ່ປີ (ອີງຕາມເງື່ອນໄຂ ແລະ ຂໍ້ກໍານົດຂອງທະນາຄານຄໍາ ລາວ)

***** ໝົດກໍານົດ 30 ເມສາ 2025 ຫລື ຄົບກໍານົດ 999 ທ່ານ ຖືເປັນອັນສິ້ນສຸດນະໂຍບາຍກິດຈະກໍາພິເສດນີ້

#ທະນາຄານຄໍາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments