ວຽກງານທາງລົດໄຟຂອງ ສປປ ລາວ ກໍາລັງໄດ້ຮັບການພັດ ທະນາຢ່າງຕໍ່ເນື່ອງ. ເມື່ອເວົ້າເຖິງວຽກງານທາງລົດໄຟ, ຫຼາຍຄົນອາດຈະຄິດວ່າເປັນວຽກທີ່ເໝາະສຳລັບຜູ້ຊາຍ ເພາະອາດຕ້ອງໃຊ້ແຮງງານ, ຄວາມຊ່ຽວຊານທາງດ້ານເຕັກນິກ ແລະ ການເຮັດວຽກໃນສະພາບແວດລ້ອມທີ່ທ້າທາຍ. ແຕ່ໃນປັດຈຸບັນ ມີແມ່ຍິງຈຳ ນວນຫຼາຍໄດ້ພິສູດແລ້ວວ່າພວກເຂົາສາມາດເຮັດວຽກເຫຼົ່ານີ້ໄດ້ດີບໍ່ຕ່າງຈາກຜູ້ຊາຍ.
ທາງລົດໄຟລາວ-ຈີນ ມີພະນັກງານ ຈໍານວນ 311 ຄົນທີ່ເປັນເອື້ອຍນ້ອງແມ່ຍິງ ທີ່ບັນຈຸຢູ່ໃນຕຳແໜ່ງງານຕ່າງໆຂອງທາງລົດໄຟ, ບໍ່ວ່າຈະເປັນພະນັກງານຂົນສົ່ງໂດຍສານສະຖານີ, ພະ ນັກງານຈຸລົດລົດໄຟ, ພະນັກງານຂົນສົ່ງສິນຄ້າ, ພະນັກງານກົນ ຈັກຕິດຕາມຂະບວນລົດໄຟ, ພະນັກງານສາຍສັນຍານ, ພະນັກ ງານກວດກາ ແລະ ສ້ອມແປງຫົວຈັກລົດໄຟ ຕະຫຼອດຮອດລະ ດັບຕຳແໜ່ງຄຸ້ມຄອງບໍລິຫານ ແລະ ຂະແໜງອື່ນໆ.

ນາງ ປານໃສ ເຍ່ຍຢັ້ງວ່າ ຫົວໜ້າພະນັກງານຂົນສົ່ງຜູ້ໂດຍ ສານປະຈຳສະຖານີນະຄອນຫຼວງວຽງຈັນ ເປັນໜຶ່ງໃນພະນັກງານຍິງທີ່ມີຄວາມພາກພຽນພະຍາຍາມ, ມານະບາກບັ່ນບໍ່ຍອມແພ້ຕໍ່ອຸປະສັກ, ຈົນສາມາດກ້າວຂຶ້ນມາຢູ່ໃນຕຳແໜ່ງບໍລິຫານ ໄດ້ບອກກັບພວກເຮົາວ່າ: ພະນັກງານຂົນສົ່ງຜູ້ໂດຍສານຂອງທາງລົດໄຟສ່ວນໃຫຍ່ແມ່ນເອື້ອຍນ້ອງຍິງ, ເພາະວຽກຂົນສົ່ງຜູ້ໂດຍສານເປັນວຽກບໍລິການທີ່ຕ້ອງໄດ້ພົບປະກັນຜູ້ຄົນຫຼາກຫຼາຍ, ເປັນວຽກທີ່ຕ້ອງຍິ້ມແຍ້ມແຈ່ມໃສ, ອຸ່ນອຽນທຸ່ນທ່ຽງ ແລະ ນອບ ນ້ອມຖ່ອມຕົນ ເຊິ່ງກົງກັບຄຸນລັກສະນະຂອງເອື້ອຍນ້ອງຍິງພວກເຮົາຢູ່ແລ້ວ, ບວກກັບເວລາເຮັດວຽກແມ່ຍິງມີຄວາມລະ ອຽດຮອບຄອບ, ມີຄວາມກ້າຫານໃນການຕັດສິນໃຈ, ມີຄວາມຫ້າວຫັນມຸມານະ, ມີຄວາມອ່ອນໂຍນ ແລະ ມີຄວາມເຂັ້ມແຂງໃນເວລາດຽວກັນ, ຈິ່ງເຮັດໃຫ້ເອື້ອຍນ້ອງຍິງຂອງພວກເຮົາມີບົດ ບາດສູງໃນຕຳແໜ່ງງານນີ້.
ປານໃສ ຍັງບອກອີກວ່າ: ຕົນເອງຮູ້ສຶກພູມໃຈຫຼາຍທີ່ປະເທດລາວມີທາງລົດໄຟ ແລະ ຕົນເອງກໍຍັງໄດ້ເປັນສ່ວນໜຶ່ງໃນການ ສ້າງສາພັດທະນາທາງລົດໄຟສາຍນີ້, ອະນາຄົດຕົນເອງຈະສືບຕໍ່ນຳພາເອື້ອຍນ້ອງແມ່ຍິງໃຫ້ມີບົດບາດສູງຂຶ້ນກວ່າເກົ່າໃນວຽກງານທາງລົດໄຟ.

ນາງ ພອນພິມົນ ມອນຈັນດີ ພະນັກງານສ້ອມແປງ ແລະ ບຳ ລຸງຮັກສາຫົວຈັກລົດໄຟ ປະຈຳຂະແໜງສ້ອມແປງບຳລຸງຮັກສາຫົວຈັກລົດໄຟນະຄອນຫຼວງວຽງຈັນ ກໍເປັນພະນັກງານຍິງອີກ ໜຶ່ງຄົນທີ່ເຮັດວຽກໃນຂະແໜງເຕັກນິກ. ລາວໄດ້ບອກກັບພວກເຮົາວ່າ: ເຄີຍຫຼາຍຄົນບອກກັບຕົນເອງວ່າ ຜູ້ຍິງບໍ່ເໝາະກັບຕຳ ແໜ່ງງານນີ້ ເພາະໃນສາຍຕາຫຼາຍຄົນຄິດວ່າວຽກເຕັກນິກເໝາະກັບຜູ້ຊາຍຫຼາຍກວ່າ ແຕ່ຕົນເອງກໍໄດ້ພິສູດໃຫ້ທຸກຄົນເຫັນແລ້ວວ່າແມ່ຍິງກໍສາມາດເຮັດວຽກນີ້ໄດ້ ແລະ ເຮັດໄດ້ດີບໍ່ນ້ອຍໜ້າຄົນອື່ນເລີຍ. ຕອນນີ້ ນາງ ພອນພິມົນ ນອກຈາກໜ້າວຽກຂອງຕົນເອງແລ້ວ ຍັງເປັນອາຈານສອນໃຫ້ກັບລຸ້ນນ້ອງທີ່ເຂົ້າມາໃຫມ່ອີກດ້ວຍ ຈົນກາຍເປັນຕົວແບບໃຫ້ເອື້ອຍນ້ອງແມ່ຍິງຫຼາຍຄົນທີ່ຢາກເຂົ້າມາເຮັດວຽກດ້ານເຕັກນິກຢູ່ທາງລົດໄຟ ໂດຍປະຈຸບັນ ໃນຂະແໜງສ້ອມແປງບຳລຸງຮັກສາຫົວຈັກລົດໄຟມີພະນັກງານຍິງທັງໝົດ 9 ຄົນ.
ຍຸກສະໄຫມນີ້, ເປັນຍຸກທີ່ທຸກເພດທຸກໄວມີຄວາມເທົ່າທຽມກັນ, ເອື້ອຍນ້ອງແມ່ຍິງ ກໍເປັນເພດທີ່ມີບົດບາດສຳຄັນໃນການຂັບເຄື່ອນສັງຄົມ, ມີຄວາມອົງອາດກ້າຫານ ແລະ ມີມັນສະໝອງທີ່ສາມາດປະກອບສ່ວນຊຸກຍູ້ເຂົ້າໃນການພັດທະນາປະເທດຊາດ ໂດຍສະເພາະໃນຂົງເຂດການສ້າງສາພັດທະນາທາງລົດໄຟ, ໂດຍຜ່ານຄວາມພາກພຽນພະຍາຍາມ, ຝຶກຝົນຮ່ຳຮຽນເຕັກນິກວິຊາຊີບ, ມານະບາກບັ່ນ ບໍ່ຍອມແພ້ຕໍ່ອຸປະສັກ, ເຮັດໃຫ້ແມ່ຍິງກາຍມາເປັນພະນັກງານທາງລົດໄຟທີ່ມີຄວາມຮູ້ຄວາມສາມາດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ພ້ອມປະຕິບັດເນື້ອໃນຈິດໃຈທິດຊີ້ນຳຂອງຜູ້ນຳສູງສຸດຂອງສອງພັກສອງລັດ ກໍຄືການຍົກສູງບົດບາດແມ່ຍິງໃນຂົງເຂດວຽກງານທາງລົດໄຟ.
ທີ່ມາ: ທາງລົດໄຟລາວຈີນ