ສະຫະພັນແມ່ຍິງ ຫ້ອງວ່າການກະຊວງປ້ອງກັນປະເທດ ຈັດກິດຈະກຳຟ້ອນລຳວົງລາວ 2 ຈັງຫວະ ແລະ ເຕັ້ນບັດສະລົບເນື່ອງໃນໂອກາດສະເຫລີມສະຫລອງວັນແມ່ຍິງສາກົນ ຄົບຮອບ 115 ປີ (8 ມີນາ 1910-8 ມີນາ 2025) ໃນວັນທີ 6 ມີນາ 2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸດສະດີ ຈັນທະລັງສີ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ.

ສະຫາຍ ພັນເອກ ສະຫຼອງໄຊ ໄຊຍະເສນາ, ຫົວໜ້າຫ້ອງການເມືອງ ຫ້ອງວ່າການ ກະຊວງປ້ອງກັນປະເທດ ໃຫ້ຮູ້ວ່າ: ການສ້າງຂະບວນການກິດຈະກຳຄັ້ງນີ້ ເພື່ອເປັນການຮັດແໜ້ນຄວາມສາມັກຄີຮັກແພງ, ເຮັດໃຫ້ສຸຂະພາບຮ່າງກາຍມີຄວາມ ເຂັ້ມແຂງ, ຈິດໃຈຜ່ອງໃສ, ແນໃສ່ສ້າງຂະບວນການໃຫ້ມີບັນຍາກາດຄຶກຄື້ນ ທັງເປັນການສ້າງຜົນງານ ແລະ ທັງເປັນການຮັກສາຮີດຄອງປະເພນີ, ວັດທະນະທໍາ ຟ້ອນລຳວົງລາວຢູ່ຄູ່ລາວຕະຫຼອດ ໄປ.
ໂດຍ: ລີຕ່າ