Wednesday, March 12, 2025
Homeຂ່າວໜ້າໜຶ່ງແມ່ຍິງ ກະຊວງ ຖວທ ທັດສະນະສຶກສາ ຢູ່ຕໍານັກຜ້າໄໝລາວບູຮານ

ແມ່ຍິງ ກະຊວງ ຖວທ ທັດສະນະສຶກສາ ຢູ່ຕໍານັກຜ້າໄໝລາວບູຮານ

ສະຫະພັນແມ່ຍິງ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ທັດ ສະນະສຶກສາ ຢູ່ຕໍານັກຜ້າໄໝລາວບູຮານ ແລະ ຫໍພິພິທະພັນແຫ່ງຊາດ ເພື່ອສະເຫລີມສະຫລອງ ແລະຂໍ່ານັບຮັບຕ້ອນວັນແມ່ຍິງສາກົນ ຄົບຮອບ 115 ປີ ນຳໂດຍ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ຖວທ, ມີປະທານ-ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງ, ພ້ອມດ້ວຍສະມາຊິກເອື້ອຍນ້ອງແມ່ຍິງ ພາຍໃນກະຊວງຈໍານວນໜຶ່ງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກຳລາວ ໄດ້ໃຫ້ຮູ້ວ່າ: ຕໍານັກຜ້າໄໝລາວບູຮານ ໄດ້ຮວບຮວມຜ້າແພພື້ນເມືອງລາວ ທີ່ສ່ອງແສງເຖິງຄວາມຫລາກຫລາຍ ທາງດ້ານວັດທະນະທໍາ ຂອງບັນດາເຜົ່າໃນປະເທດລາວ ທີ່ມີເອກະລັກ, ມີຄວາມໂດດເດັ່ນ ແລະ ມີຄວາມຫລາກຫລາຍ ປະກອບດ້ວຍຊຸດແຕ່ງກາຍທີ່ເປັນຕົວແທນໃຫ້ແກ່ຊົນເຜົ່າ ໝວດພາສາ ລາວ-ໄຕ, ຊົນ ເຜົ່າ ໝວດພາສາມອນ-ຂະແມ, ຊົນເຜົ່າໝວດພາສາ ຈີນ-ຕີເບດ, ຊົນເຜົ່າໝວດພາສາມົ້ງ-ອິວມຽນ, ຊຸດແຕ່ງກາຍໝໍມົນ-ໝໍເຢົາ, ຜ້າໃຊ້ໃນພິທີກໍາຕ່າງໆ ແລະ ຜ້າປະເພດຕົກແຕ່ງເຮືອນ. ນອກຈາກ, ຍັງມີຫລາຍກິດຈະກໍາ ເຊັ່ນ: ການສາທິດຕໍ່າຫູກດ້ວຍກີ່ຕັ້ງກີີ່ ແລະ ການຕໍ່າຜ້າພົມ, ການສາວໄໝ, ການເຂັນຝ້າຍ,ການເລັ່ນຝ້າຍ-ເລັ່ນໄໝ, ຊົມຄລີບວິດີໂອ ກ່ຽວກັນວິຖີຊີວິດຂອງຊາວຊ່າງຕໍ່າຫູກ, ນໍາສະເໜີ ສິລະປະຫັດຖະກໍາລາວ ແບບປະຍຸກ ມີທັງຈັດວາງສະແດງ ແລະ ຈໍາໜ່າຍ ລວມທັງຮ້ານກາເຟ ໄວ້ບໍລິການແຂກທີ່ມາຢ້ຽມຊົມ “ຕໍານັກຜ້າລາວໄໝລາວບູຮານ” ແຫ່ງນີ້.

ຫລັງຈາກນັ້ນ, ສະຫະພັນແມ່ຍິງ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ກໍໄດ້ຢ້ຽມຊົມ ຫໍພິພິທະພັນແຫ່ງຊາດ ພ້ອມທັງຟັງປະຫວັດຄວາມເປັນມາ ຂອງຫໍພິພິທະພັນແຫ່ງຊາດລາວ ແລະ ໄດ້ຢ້ຽມຊົມຮູບພາບ, ວັດຖຸບູຮານໃນແຕ່ລະໄລຍະປະຫວັດສາດຂອງຊາດລາວ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments