ໂຮງໝໍມະໂຫສົດໄດ້ຈັດພິທີສະຫຼຸບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານບໍລິການສຸຂະພາບປະຈຳປີ 2024 ແລະ ແຜນການປະຈຳປີ 2025 ພ້ອມທັງສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 115 ປີ ຂຶ້ນໃນວັນທີ 5 ມີນານີ້ ທີ່ໂຮງໝໍມະໂຫສົດ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະ ມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ ໄດ້ຜ່ານບົດສະ ຫຼຸບການຈັດຕັ້ງປະຕິບັດການເຄື່ອນ ໄຫວວຽກງານບໍລິການສຸຂະພາບປະຈຳປີ 2024; ຈາກນັ້ນ, ທ່ານ ໄຊຊະນະ ສົມບັນດິດ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ໄດ້ຜ່ານແຜນພັດທະນາການບໍລິການສຸຂະພາບປະຈຳປີ 2025. ຈາກນັ້ນ, ຕາງໜ້າຂະແໜງການໄດ້ຂຶ້ນຈັບມືແຂ່ງຂັນກັນເພື່ອເປີດຂະ ບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃນຕໍ່ໜ້າ ພ້ອມທັງໄດ້ມີການມອບໃບຍ້ອງຍໍໃຫ້ພະແນກດີເດັ່ນ, ບຸກຄົນດີເດັ່ນປະຈໍາປີ 2024.

ໃນພິທີ, ທ່ານນາງ ໂພຄໍາ ຊາວົງໄຊ ປະທານສະຫະພັນແມ່ຍິງໂຮງໝໍມະໂຫສົດ ໄດ້ຫວນຄືນປະຫວັດຄວາມເປັນມາວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 115 ປີ ພ້ອມທັງມອບຂອງຂວັນໃນໂອກາດວັນແມ່ຍິງສາກົນຕື່ມອີກ. ຕອນທ້າຍພິທີ, ທ່ານ ບຸນແຝງ ພູມມະໄລສິດ ໄດ້ໃຫ້ກຽດໂອ້ລົມ ເພື່ອເປັນເຂັມຊີ້ທິດເຍືອງທາງໃນການພັດທະນາໂຮງໝໍມະໂຫສົດໃນຕໍ່ໜ້າ.