ຂປລ. ໃນໂອກາດເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ ວັນທີ 3 ມີນາ 2025 ນີ້, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ພ້ອມດ້ວຍຄະນະ ໄດ້ໄປເຄື່ອນໄຫວຢ້ຽມຢາມສະຖານທີ່ທ່ອງທ່ຽວທໍາມະຊາດ ແລະ ວັດທະນະທໍາເຊັ່ນ: ນໍ້າກັດຢໍລາປ່າ, ຫັດຖະກໍາໄຕລື້ ແລະ ວັດພູທາດ.
ສະຖານທີ່ທ່ອງທ່ຽວນໍ້າກັດຢໍລາປ່າ ເປັນໜຶ່ງໃນສະຖານທີ່ທ່ຽວທ່ຽວທໍາມະຊາດທີ່ສວຍງາມ ແລະ ມີຊື່ສຽງແຫ່ງໜຶ່ງຂອງລາວຕັ້ງຢູ່ຫ່າງຈາກເທສະບານ ເມືອງໄຊ ແຂວງອຸດົມໄຊ ປະມານ 17 ກິໂລແມັດ. ສະຖານທີ່ດັ່ງກ່າວ, ມີບໍລິການຫລາຍກິດຈະກໍາ ເຊັ່ນ: ຂີ່ລົດຊົມປ່າ-ຍ່າງປ່າ-ໄຕ່ຂົວອູ່-ຊົມນໍ້າຕົກ, ຂີ່ລົດຊົມປ່າ-ຍ່າງປ່າ-ຊົມຕົ່ນໄມ້ໃຫຍ່, ຂີ່ລົດເອທີວີ, ໄຕ່ຂົວໂຕວີ ແລະ ຊົມວິວພູໂຕະຫີນ, ປີນຕາໜ່າງແມງມູມ, ຂີ່ສະລິງດື່ມກາເຟ, ໄຕ່ຂົວໂຕວີ-ໄຕ່ຫາໜ້າຜາ-ຂີ່ຕາໜ່າງລອຍເທິງສາຍນ້ຳກັດ-ຂີ່ສະລິງ 3 ເສັ້ນ ແລະ ອື່ນໆ.
ນອກນີ້, ຍັງມີຫໍພິພິທະພັນຊີວະນານາພັນ, ອ່າງປາຄາບ ໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າມາສໍາຜັດຢູ່ສະຖານທີ່ແຫ່ງນີ້ເປັນຈໍານວນຫລວງຫລາຍ ໂດຍສະເພາະໃນໄລຍະເທສະການວັນສໍາຄັນຕ່າງໆ, ວັນເສົາ-ອາທິດ ຈະມີນັກທ່ອງທ່ຽວລາວ ແລະ ຕ່າງປະເທດເຂົ້າມາທ່ຽວຫລາຍ.

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ຖວທ ພ້ອມຄະນະ ຍັງໄດ້ໄປຢ້ຽມຫັດຖະກໍາໄຕລື້ ບ້ານປ່າສັກ ເມືອງໄຊ ທີ່ໄດ້ຜະລິດເປັນ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ເຊິ່ງໄດ້ ຜະລິດຫັດຖະກໍາແຜ່ນແພ ເປັນຕົ້ນ ສິ້ນ, ເສື້ອ,ແພ, ຖົງ, ກະເປົາ ແລະ ອື່ນໆ ສົ່ງໄປຂາຍທີ່ຕ່າງປະເທດເຊັ່ນ: ຍີ່ປຸ່ນ, ສ ເກົາຫລີ ແລະ ຂາຍພາຍໃນ ທີ່ມີລູກຄ້າປະຈໍານໍາໄປຈໍາໜ່າຍຢູ່ແຂວງຫລວງພະບາງ, ນະຄອນຫລວງວຽງຈັນ, ບັນດາແຂວງອ້ອມຂ້າງ ແລະ ພາຍໃນແຂວງຈໍານວນໜຶ່ງ. ຈາກນັ້ນ, ຄະນະດັ່ງກ່າວ ຍັງໄດ້ໄປກາບໄຫວ້ວັດພູທາດ ໄຊມຸງຄຸນລັດຕະນະມິ່ງເມືອງ ເຊິ່ງເປັນສະຖານທີ່ສັກກາລະບູຊາຂອງປະຊາຊົນພາຍໃນແຂວງອຸດົມໄຊ, ທາດໄຊມຸງຄຸນລັດຕະນະມິ່ງເມືອງ ສ້າງຂຶ້ນໃນສະໄໝເຈົ້າໄຊເສດຖາທິລາດ ປະມານ 400-500 ກວ່າປີ.
ຂ່າວ-ພາບ: ຂັນໄຊ