Thursday, March 13, 2025
Homeຂ່າວໜ້າໜຶ່ງປະທານປະເທດ ຕ້ອນຮັບທູດຕ່າງປະເທດຍື່ນສານຕາຕັ້ງແລະ ມອບສານຕາຕັ້ງ ໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຕ້ອນຮັບທູດຕ່າງປະເທດຍື່ນສານຕາຕັ້ງແລະ ມອບສານຕາຕັ້ງ ໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ

ໃນວັນທີ 4 ມີນາ 2025 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດ ຕ່າງປະເທດ ຈາກ 12 ປະເທດ ເພື່ອດໍາລົງຕໍາແໜ່ງ ເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ, ພ້ອມທັງມອບສານຕາຕັ້ງໃຫ້ແກ່ບັນດາທູດ ຂອງ ສປປ ລາວ ຈຳນວນ 6 ທ່ານ ເພື່ອໄປປະຈຳຢູ່ຕ່າງປະເທດ.

ບັນດາທູດປະເທດເພື່ອນມິດ ທີ່ເຂົ້າຢື່ນສານຕາຕັ້ງໃນຄັ້ງນີ້ປະກອບມີ: ທ່ານ ໂຢເກສ໌ວາ ສັງວານ (Yogeshwar Sangwan) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ ນະຄອນຫລວງວຽງຈັນ, ທ່ານ ຫລຸຍ ມານູແອນ ເວໂລໂຊ (Luiz Manuel de Magalhães de albuquerque Veloso) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ປອກຕຸຍການ ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ ຣາຊະອານາຈັກໄທ, ທ່ານ ຊູເຣນ ບັດສດາ ຊາຣຢານ (Suren Baghdasaryan) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອາກເມນີ ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ ສສ ຫວຽດນາມ, ທ່ານ ປາບລິນ ໂຕໂດຣົຟ (Pavlin Todorov) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ບຸນກາລີ ປະຈໍາ ສປປ ລາວ ໂດຍມີສໍານັກງານການທູດຕັ້ງຢູ່ ສສ ຫວຽດນາມ, ທ່ານ ນາດເຊີເຣດດິນ ເຫດາຣິ (Nassereddin HEIDARI) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ ຣາຊະອານາຈັກໄທ; ທ່ານ ກິບຕິເນສ໌ ລິນເຊ ກິມວເລ (Kiptiness Lindsay Kimwole) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ເຄັນຍາ ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ ຣາຊະອານາຈັກໄທ, ທ່ານ ນາງ ປາຕຣີເຊຍ ໂຢລານດາ (Patricia Yolanda Raez Portocarrero) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ເປຣູ ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ ສສ ຫວຽດນາມ, ທ່ານ ມາຣິໂອ ໂຮເຊ ກໍາໂປສ (Mario Jose Armengol Campos), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ນິກາຣາກວາ ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ ສສ ຫວຽດນາມ, ທ່ານ ໂກດາຍາ ມາຣີ (Kohdayar Marri) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ ສສ ຫວຽດນາມ, ທ່ານ ຊອງ ລຸຍ ໂຣບິນຊົງ ຣິຊາດ (JEAN LOUIS Robinson Richard) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ມາດາກາສະກາ ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ ສປ ຈີນ, ທ່ານ ດານ ບາຮາເດີ ໂອລີ (Dhan Bahadur Oli) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ເນປານ ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ ຣາຊະອານາຈັກໄທ ແລະ ທ່ານ ນາງ ອີເອເອສ ວິຈາຍັນຕິ ເອດິຣິສິງ (E.A.S. Wijayanthi Edirisinghe) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍມີສຳນັກງານການທູດຕັ້ງຢູ່ ຣາຊະອານາຈັກໄທ.

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ບັນດາທູດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ຄົນໃໝ່ ປະຈໍາ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍປະສົບການທາງດ້ານການທູດ, ບົດຮຽນ ແລະ ຄວາມຮູ້ຄວາມສາມາດທີ່ອຸດົມສົມບູນຂອງ ບັນດາທ່ານທູດ ຈະຊ່ວຍສືບຕໍ່ຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ສືບຕໍ່ໄດ້ຮັບການພັດທະນາຂຶ້ນສູ່ບາດກ້າວອັນໃໝ່ໃນຕໍ່ໜ້າ, ຊຸກຍູ້ການແລກປ່ຽນຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງການນຳຂັ້ນສູງນຳກັນ ຈົນເຖິງ ການໄປມາຫາສູ່ລະຫວ່າງປະຊາຊົນດ້ວຍກັນ ເພື່ອເປັນພື້ນຖານອັນດີໃຫ້ແກ່ການປຶກສາຫາລືຮ່ວມກັນໃນຕໍ່ໜ້າ ເປັນຕົ້ນ ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະ ຂະແໜງການອື່ນໆ ທີ່ມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ. ພ້ອມນີ້, ກໍສະເໜີມາຍັງບັນດາທູດ ຈົ່ງສືບຕໍ່ປະສານສົມທົບຮ່ວມກັບພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ເພື່ອຊຸກຍູ້ການ ຈັດຕັ້ງປະຕິບັດບັນດາບົດບັນທຶກຄວາມເຂົ້າໃຈ ທີ່ສອງຝ່າຍໄດ້ຮ່ວມກັນລົງນາມ ໃຫ້ປະກົດຜົນເປັນຈິງ, ສະເໜີໃຫ້ບັນດາທູດ ໄປຢ້ຽມຢາມບັນດາແຂວງຕ່າງໆຂອງ ສປປ ລາວ ເພື່ອເບິ່ງການພັດທະນາຕົວຈິງຂອງແຂວງ, ຊ່ວຍຍາດແຍ່ງ ແລະ ຂົນຂວາຍບັນດານັກທຸລະກິດ-ນັກລົງທຶນ ທີ່ມີຄວາມສົນໃຈ ໃຫ້ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ.

ພ້ອມນີ້, ທ່ານປະທານປະເທດ ຍັງໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍ ເຫລືອ ສປປ ລາວ ໃນໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ພ້ອມທັງສະແດງຄວາມຫວັງວ່າ ບັນດາທ່ານທູດ ຈະສືບຕໍ່ໃຫ້ຄວາມຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອ ສປປ ລາວ ພ້ອມທັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດໄປຍັງ ບັນດາຜູ້ນໍາຂອງທູດປະເທດເພື່ອນມິດທັງໝົດ ແລະ ຖືໂອກາດດັ່ງ ກ່າວ ອວຍພອນໃຫ້ບັນດາທູດ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້.

ໂອກາດນີ້, ບັນດາທູດຕ່າງກໍໄດ້ສະແດງຄວາມຂອບໃຈຕໍ່ຄຳເວົ້າອັນຈົບງາມຂອງ ທ່ານປະທານປະເທດ ແລະ ການຕ້ອນຮັບອັນອົບອຸ່ນ ໃນໂອກາດມາປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ແລະ ເຫັນດີຈະສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທິຜົນສູງສຸດ ເພື່ອນຳເອົາຜົນປະໂຫຍດມາສູ່ປະເທດຊາດ ກໍຄື ປະຊາຊົນຂອງທັງສອງປະເທດ.

ໃນວັນດຽວກັນ, ທ່ານປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ມອບສານຕາຕັ້ງໃຫ້ແກ່ບັນດາທູດຂອງ ສປປ ລາວ ເພື່ອໄປປະຈຳຢູ່ຕ່າງປະເທດ ເຊິ່ງປະກອບມີ: ທ່ານ ອໍາໄພ ກິນດາວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຍີ່ປຸ່ນ, ທ່ານ ຈາຕຸລົງ ບົວສີສະຫວັດ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ອົດສະຕຣາລີ, ທ່ານ ຄໍາແພງ ດວງທອງລາ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ໂອຕຣິດ, ທ່ານ ວິລັດສອນ ວິສອນນະວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ສິງກະໂປ, ທ່ານ ສິດສັງຄົມ ສີສະເກດ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ອາຊຽນ ທີ່ຈາກາຕາ, ອິນໂດເນເຊຍ ແລະ ທ່ານ ເຮືອນແກ້ວ ສັງສົມສັກ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ບຣູໄນ ດາຣູຊາລາມ.

ໃນໂອກາດດຽວກັນນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ທ່ານເອກອັກຄະລັດຖະທູດ ປະຈຳ 6 ປະເທດດັ່ງກ່າວ ທີ່ຈະໄປປະຕິບັດໜ້າທີ່ການທູດຢູ່ຕ່າງປະເທດ ຈົ່ງສືບຕໍ່ປະກອບສ່ວນສຸມທຸກເຫື່ອແຮງ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ປະເທດເພື່ອນມິດ ໃຫ້ແຕກດອກອອກຜົນຍິ່ງຂຶ້ນ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາເອກະສານການຮ່ວມມືຕ່າງໆ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນແລ້ວນັ້ນ ໃຫ້ປະກົດຜົນເປັນຈິງ, ຊຸກຍູ້ການພົບປະແລກປ່ຽນ ແລະ ການໄປມາຫາສູ່ກັນ ລະຫວ່າງ ຂັ້ນການນຳປະເທດ ແລະ ປະຊາຊົນດ້ວຍກັນ, ຍາດແຍ່ງເອົາການຮ່ວມມື ແລະ ການສະໜັບສະໜູນຊ່ວຍເຫລືອດ້ານຕ່າງໆຈາກສາກົນ, ເອົາໃຈໃສ່ໂຄສະນາຂົນຂວາຍບັນດານັກລົງທຶນ, ນັກທຸລະ ກິດ ແລະ ນັກທ່ອງທ່ຽວຕ່າງປະເທດ ໃຫ້ເຂົ້າມາ ສປປ ລາວ ຫລາຍຂຶ້ນ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນລາວບັນດາເຜົ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນການລຶບລ້າງຄວາມທຸກຍາກໃຫ້ແກ່ປະຊາຊົນລາວ ແລະ ໃຫ້ສາມາດນຳພາປະເທດຊາດຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2026 ຕາມເປົ້າໝາຍທີ່ວາງໄວ້.

ພາບ: ທະນູທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments