ຄວາມກົດດັນອາກາດຕໍໍ່າຂອງອາກາດຮ້ອນຍັງປົກຄຸມຢູ່ທົົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບລົມຕາເວັນຕົກພັດປົກຄຸມ. ຊຶ່ງຈະເຮັດໃຫ້ອາກາດຈະຮ້ອນຂຶ້ນ ພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນຢູ່ທົົ່ວໄປໃນແຕ່ລະພາກ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ.
ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 04/03/2025 ຫາ ເວລາ 07 ໂມງ ຂອງວັນທີ 05/03/2025
ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດເຢັນ ຫາ ໜາວເຢັນໃນຕອນເຊົ້າ, ສ່ວນຕອນບ່າຍອາກາດຈະຮ້ອນຂຶ້ນ ພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 13-32 ອົງສາ.
ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ, ພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນຢູ່ທົົ່ວໄປໃນຕອນກາງເວັນ ອຸນຫະພູມໃນລະຫວ່າງ 14-38 ອົງສາ.
ນະຄອນຫລວງວຽງຈັນ: ອາກາດຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົົ່ວໄປໃນຕອນກາງເວັນ ແລະ ມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 23-36 ອົງສາ.
ພາກກາງ: ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 35% ຂອງພາກ. ອຸນຫະພູມໃນລະຫວ່າງ 23-39 ອົງສາ.
ແຂວງໄຊສົມບູນ: ອາກາດເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ທົົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 18-33 ອົງສາ.
ພາກໃຕ້: ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົົ່ວໄປໃນຕອນກາງເວັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 40%. ອຸນຫະພູມໃນລະຫວ່າງ 23-39 ອົງສາ.
ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ ຫາ ໜາວເຢັນ , ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ບາງບໍລິເວນ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 25%. ອຸນຫະພູມໃນລະຫວ່າງ 16-31 ອົງສາ.