ການສະແດງສິນລະປະລາວ-ຣັດເຊຍ ໃນງານວັນວຽງຈັນ ຢູ່ນະຄອນຫຼວງມົດ ສະກູ ຈັດຂຶ້ນວັນທີ 27 ກຸມພາ 2025 ທີ່ນະຄອນຫຼວງມົດສະກູ ປະເທຣັດເຊຍ ມີ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ແຊຣເກ ເຈຣີໂອມິນ ລັດຖະມົນຕີປະຈຳລັດຖະບານມົດສະກູ ຫົວໜ້າພະແນກພົວພັນຕ່າງປະເທດ ແລະ ເສດຖະກິດພາຍນອກນະຄອນຫຼວງມົດສະກູ ທ່ານ ສີພັນດອນ ອ້ວຍບົວບຸດດີ ເອກອັກຄະລັດຖະທູດລາວປະຈໍາຣັດເຊຍ ຄະນະຜູ້ແທນຂັ້ນສູງນະຄອນ ຫຼວງວຽງຈັນ ການນໍາ ແລະ ປະຊາຊົນນະຄອນຫຼວງມົດສະກູ ແລະ ນັກສຶກສາລາວ ທີ່ສຶກສາຢູ່ຣັດເຊຍ ເຂົ້າຮ່ວມ.

ໃນພິທີທ່ານ ນາງ ວຽງພອນ ແກ້ວຄູນສີ ຫົງໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງມົດສກູມີມູນເຊື້ອຄວາມຜູກພັນສາມັກຄີຮັກແພງກັນ ຖານອ້າຍນ້ອງເພື່ອນມິດສະຫາຍມາແຕ່ດົນນານ ແລະ ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງນະຄອນມົດສະກູ ຜ່ານມາຄະນະຜູ້ແທນ ແລະ ຄະນະສິລະປະນະຄອນຫຼວງມົດສະກູ ໄດ້ເດີນທາງໄປຮ່ວມແລກປ່ຽນສິລະປະ-ວັດທະນະທໍາ ແລະ ຮູບເງົາຢູ່ນະຄອນຫຼວງວຽງຈັນ ຄັ້ງວັນທີ 28 ຕຸລາ ຫາວັນທີ 1 ພະຈິກ 2024 ຂ້າພະເຈົ້າຕີລາຄາສູງ ແລະ ເຫັນວ່າມີຄວາມໝາຍສຳຄັນຢ່າງຍິ່ງ ແລະ ມີຄວາມຄຶກຄື້ນເບີກບານມ່ວນຊື່ນ ສ້າງຄວາມສາມັກຄີ ຮັດແໜ້ນທັງສອງນະຄອນ ເຊິ່ງງານວັນວຽງຈັນຢູ່ນະຄອນຫຼວງມົດສະກູ ໄດ້ນໍາເອົາລາຍການສະແດງເພື່ອມາຮ່ວມງານ ແລະ ນໍາສະເໜີລາຍການສິລະປະ-ວັດທະນະທໍາຂອງນະຄອນຫຼວງວຽງຈັນ.

ເພື່ອໃຫ້ປະຊາຊົນຣັດເຊຍໄດ້ຮັບຊົມ ເຊິ່ງມີຫຼາກຫຼາຍລາຍການທີ່ສ່ອງແສງໃຫ້ເຫັນເຖິງວັດທະນະທໍາ ຄວາມເປັນເອກະລັກສະເພາະ ແລະ ຄວາມສາມັກຄີຮັກແພງຂອງສອງນະຄອນຫຼວງຄື: ບົດເພງມິດຕະພາບລາວ-ຣັດເຊຍ ບົດເພງວຽງຈັນ-ມົດສະກູ ໝາຍເຖິງຄວາມຮັກແພງປຽບດັງສາຍນໍ້າຂອງ ແລະ ສາຍນໍ້າວົງກ້າ ທີ່ບໍ່ມີວັນແຫ້ງຫາຍ ບົດຟ້ອນດອກຈໍາປາເມືອງລາວ ແລະ ຜ້າລາຍນາກ ໝາຍເຖິງດອກຈໍາປາ ເປັນດອກໄມ້ປະຈໍາຊາດ ທີ່ງົດງາມ ທົນທານ ຫອມຫວນ ຜ້າລາຍນາກ ເປັນຜືນຜ້າທີ່ຕິດພັນກັບວິຖີການດໍາລົງຊີວິດຂອງຄົນລາວມາແຕ່ດົນນານ ແລະ ໄດ້ຮັບຮອງເປັນມໍລະດົກໂລກທາງດ້ານວັດທະນະທໍານາມມະທໍາ ປີ 2023 ພິເສດບົດເພງບຸນຄຸນພັກ ໝາຍເຖິງ 70 ປີ ມູນເຊື້ອການນໍາພາຂອງພັກ ຕະຫຼອດໄລຍະຕໍ່ສູ້ກູ້ຊາດກໍຄືພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໂດຍສະເພາະພັກນໍາພາເສີມຂະຫຍາຍການຮ່ວມມືມິດຕະພາບກັບບັນດາປະເທດເພື່ອນມິດ ລາຍການສະແດງເປົ່າແຄນ ແລະ ບັນເລງເຄື່ອງດົນຕີພື້ນເມືອງຂອງລາວທີ່ເປັນເອກະລັກວັດທະນະທໍາລາວ ໂດຍສະເພາະສຽງແຄນຄົນເຊື້ອຊາດລາວໄດ້ຮັບຮອງຂຶ້ນເປັນມໍລະດົກໂລກທາງດ້ານວັດທະນະທໍານາມມະທໍາ ປີ 2017 ນອກນຈາກນີ້ແລ້ວຜູ້ເຂົ້າຮ່ວມຍັງໄດ້ຮັບຊົມລາຍການສະແດງສິລະປະຂອງຣັດເຊຍ 3 ລາຍການຕື່ມອີກ ອັນໄດ້ສ້າງຄວາມເບີກບານມ່ວນຊື່ນໃຫ້ແກ່ຜູ້ທີ່ເຂົ້າຮ່ວມຊົມ.
ທີ່ມາ: ວຽງຈັນໃໝ່