ກອງປະຊຸມຮຽບຮຽງເນື້ອໃນການປັບປຸງຮ່າງລັດຖະທຳມະນູນ ສະບັບປີ 2025 ຈັດຂຶ້ນໃນວັນທີ 1-2 ມີນານີ້ ທີ່ເມືອງແກ້ວອຸດົມ, ແຂວງວຽງຈັນ ໂດຍການເປັນປະ ທານຂອງ ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ຮອງປະທານຜູ້ປະຈຳການ ແລະ ຫົວໜ້າກອງເລຂາຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ (ຄລຊ).
ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 20 ກຸມ ພາ 2025 ຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ ໄດ້ລາຍງານຄວາມຄືບໜ້າການປັບປຸງ ແລະ ຜົນການທາບທາມຮ່າງລັດຖະທຳມະນູນ ສະບັບປີ 2025 ໃນ 7 ຈຸດທົ່ວປະເທດ ເພື່ອຂໍທິດຊີ້ນຳຈາກກອງປະຊຸມກົມການເມືອງຮ່ວມກັບຄະນະເລຂາທິການສູນກາງພັກ ສະໄໝວິສາມັນ; ຫຼັງຈາກນັ້ນ, ຄະນະກຳມະການລະດັບຊາດ ກໍໄດ້ປັບປຸງຮ່າງລັດຖະທຳມະນູນຕາມທິດຊີ້ນຳຂອງກອງປະຊຸມດັ່ງກ່າວ ແລະ ໃນວັນ ທີ 24 ກຸມພາຜ່ານມາ, ຄະນະກຳມະການລະດັບຊາດ ໄດ້ລາຍງານຂໍທິດຊີ້ນຳກ່ຽວກັບການປັບປຸງຮ່າງລັດຖະທຳມະນູນ ສະບັບປີ 2025 ຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ສະໄໝວິສາມັນ ເຊິ່ງກອງປະຊຸມຄັ້ງນີ້ ໄດ້ມີບັນດາສະຫາຍກົມການເມືອງ, ຄະນະເລຂາທິການ ແລະ ກຳມະການສູນກາງພັກ ປະກອບຄວາມເຫັນທັງ ໝົດ 22 ສະຫາຍ, ຍິງ 2 ສະຫາຍ ກວມເອົາ ຄຳນຳ ແລະ 29 ມາດຕາ.

ສະນັ້ນ, ເພື່ອເຮັດໃຫ້ກອງປະຊຸມຮຽບຮຽງຮ່າງລັດຖະທຳມະນູນ ສະບັບປີ 2025 ຄັ້ງນີ້ ໄດ້ຮັບໝາກຜົນດີ, ສະເໜີໃຫ້ບັນດາຜູ້ເຂົ້າຮ່ວມຈົ່ງລົງເລິກຄົ້ນຄວ້າ, ປະກອບຄຳເຫັນ ໂດຍອີງໃສ່ທິດຊີ້ນຳຂອງກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ສະ ໄໝວິສາມັນ ເພື່ອເຮັດໃຫ້ຮ່າງລັດຖະທຳມະນູນ ສະບັບປີ 2025 ມີເນື້ອໃນຄົບ ຖ້ວນ, ຮັດກຸມ, ແທດເຖິງຕົວຈິງ ແລະ ສາມາດນຳເຂົ້າລາຍງານຕໍ່ກອງປະຊຸມສະໄໝວິສາ ມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະດຳເນີນໃນທ້າຍເດືອນມີນານີ້ ພິ ຈາລະນາຮັບຮອງ ແລະ ປະກາດໃຊ້.