Thursday, March 13, 2025
Homeຂ່າວຕ່າງປະເທດທ່ານ ສີ ຈິ້ນຜິງ ເນັ້ນໜັກການຊຸກຍູ້ການສ້າງປະເທດທີ່ມີຄວາມສະຫງົບຫລາຍຂຶ້ນ

ທ່ານ ສີ ຈິ້ນຜິງ ເນັ້ນໜັກການຊຸກຍູ້ການສ້າງປະເທດທີ່ມີຄວາມສະຫງົບຫລາຍຂຶ້ນ

ວິທະຍຸສາກົນແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ກົມການເມືອງ ຄະນະກໍາມະການ ສູນກາງພັກ ກອມມູນິດຈີນ ໄດ້ຈັດການຮໍ່າຮຽນ ລວມໝູ່ ຄັ້ງທີ 19 ພາຍໃຕ້ ຫົວຂໍ້ ການສ້າງ ປະເທດຈີນ ທີ່ມີຄວາມສະຫງົບ ໃຫ້ມີລະດັບ ສູງກວ່າເກົ່າ. ໃນໂອກາດນີ້ ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະ ກໍາມະການ ສູນກາງພັກ ກອມມູນິດຈີນ ໄດ້ເປັນປະທານ ການຮໍ່າຮຽນຄັ້ງນີ້ ແລະ ກ່າວເນັ້ນໜັກວ່າ: ການສ້າງປະເທດຈີນ ທີ່ມີຄວາມສະຫງົບ ໃຫ້ຂຶ້ນສູ່ ລະດັບ ສູງກວ່າເກົ່າ ກ່ຽວພັນເຖິງ ຄວາມຈະເລີນ ຮຸ່ງເຮືອງ ຂອງພາລະກິດ, ກ່ຽວພັນເຖິງ ຊີວິດ ການເປັນຢູ່ ອັນດີງາມ ຂອງປະຊາຊົນ ແລະ ກ່ຽວພັນເຖິງ ຄວາມໝັ້ນຄົງ ຖາວອນ ຂອງປະເທດຊາດ.ນອກນີ້ ຍັງຕ້ອງຈັດຕັ້ງ ປະຕິບັດ ແນວຄວາມຄິດ ດ້ານຄວາມໝັ້ນຄົງ ແຫ່ງຊາດ ໂດຍລວມ ຢ່າງເດັດດ່ຽວ ໜຽວແໜ້ນ, ສຸມຄວາມພະຍາຍາມ ໃນການເຮັດໃຫ້ ປະເທດຊາດ ມີຄວາມໝັ້ນຄົງ ກວ່າເກົ່າ, ສັງຄົມ ມີຄວາມເປັນລະບຽບ ຮຽບຮ້ອຍ ກວ່າເກົ່າ, ການປົກຄອງ ບໍລິຫານ ມີປະສິດທິຜົນ ກວ່າເກົ່າ ແລະ ປະຊາຊົນ ມີຄວາມເພິ່ງພໍໃຈ ຫລາຍກວ່າເກົ່າ ຢ່າງຕໍ່ເນື່ອງ ເພື່ອຊຸກຍູ້ ການສ້າງ ປະເທດຈີນ ທີ່ມີຄວາມສະຫງົບ ໃຫ້ຂຶ້ນສູ່ ລະດັບສູງ ກວ່າເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments