ວິທະຍຸສາກົນແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ທ່ານ ເຄຍ ສະຕາເມີ, ນາຍົກລັດຖະມົນຕີ ອັງກິດ ໄດ້ກ່າວຢ້ຳໃນເວລາ ພົບປະກັບ ທ່ານ ໂວໂລດີເມຍ ເຊເລນສະກີ, ປະທານາທິບໍດີ ອູແກຣນ ວ່າ: ອັງກິດ ຈະສະໜັບ ສະໜູນ ອູແກຣນ ຢ່າງເດັດດ່ຽວ ໜຽວແໜ້ນ ແລະ ຈະຢືນຢູ່ຂ້າງ ອູແກຣນ ຢ່າງສະເໝີຕົ້ນ ສະເໝີປາຍ.ໂດຍອັງກິດ ສຸມໃສ່ ການຮັບປະກັນ ການສ້າງສັນຕິພາບ ທີ່ຍຸຕິທຳ ແລະ ຖາວອນ ເພື່ອຮັບປະກັນ ອະທິປະໄຕ ແລະ ຄວາມໝັ້ນຄົງ ຂອງອູແກຣນ. ລັດຖະມົນຕີກະຊວງການເງິນ ອູແກຣນ ກ່າວຜ່ານທາງສື່ສັງຄົມອອນລາຍ ຫລັງການພົບປະວ່າ: ອັງກິດ ເຫັນດີຈະສະໜອງເງິນກູ້ ທີ່ມີມູນຄ່າເຖິງ 2,26 ຕື້ປອນອັງກິດ ໃຫ້ແກ່ອູແກຣນ ເພື່ອສະໜັບ ສະໜູນອູແກຣນ ໃນການຍົກສູງຄວາມສາມາດດ້ານວຽກງານປ້ອງກັນ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ