ວິທະຍຸກະຈາຍສຽງຫວຽດນາມ, ເມື່ອບໍ່ດົນມານີ້ ກອງປະຊຸມວົງແຄບລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 31 (AEMR-31) ໄດ້ຈັດຂຶ້ນຢູ່ມາເລເຊຍ ໂດຍມີຜູ້ຕາງໜ້າບັນດາປະເທດສະມາຊິກອາຊຽນ ແລະ ຕີມໍແລັດສະເຕີ (ໃນຖານະເປັນຜູ້ສັງເກດການ), ທ່ານ ກາວຄິມຮອນ (Kao Kim Hourn) ເລຂາທິການໃຫຍ່ອາຊຽນ. ຄະນະຜູ້ຕາງໜ້າຫວຽດນາມ ລວມມີ ບັນດາຫົວໜ່ວຍທີ່ກ່ຽວຂ້ອງຂອງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງການຕ່າງປະເທດ ແລະ ທ່ານ ຫງວຽນຊິງເຍິດເຕິນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ນຳໜ້າເຂົ້າຮ່ວມກອງປະຊຸມຄັ້ງນີ້. ຈາກນັ້ນບັນດາລັດຖະມົນຕີ ໄດ້ເຫັນດີເປັນເອກະພາບຮັບຮອງເອົາ 18 ຂໍ້ລິເລີ່ມ ແລະ ບຸລິມະສິດ ໃນການຮ່ວມມືດຳເນີນທຸລະກິດໃນປີປະທານອາຊຽນ 2025 ໂດຍມາເລເຊຍ ສະເໜີ, ສຸມໃສ່ ເຂົ້າໃນ ການຊຸກຍູ້ການຄ້າ ແລະ ການລົງທຶນ, ກໍ່ສ້າງວິວັດການພັດທະນາແບບກວມລວມ ແລະ ຍືນຍົງ, ເພີ່ມທະວີການເຊື່ອມໂຍງ ແລະ ເຊື່ອມຈອດເສດຖະກິດ, ສ້າງພື້ນຖານເສດຖະກິດດີຈີຕອນອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ໂດຍປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມ, ຄະນະຜູ້ແທນຫວຽດນາມ ໄດ້ຕັ້ງໜ້າປຶກສາຫາລືບັນດາເນື້ອໃນໂຄງການດຳເນີນງານ, ສະເໜີການສະໜັບສະໜູນຕໍ່ບັນດາຂໍ້ລິເລີ່ມ, ບຸລິມະສິດໃນປີປະທານອາຊຽນ 2025 ຂອງມາເລເຊຍ, ພ້ອມທັງສະແດງຄວາມໄວ້ເນື້ອເຊື່ອໃຈວ່າດ້ວຍບັນດາຄວາມມານະພະຍາມຂອງມາເລເຊຍ, ອາຊຽນ ຈະບັນລຸໄດ້ບັນດາໝາກຜົນອັນຍິ່ງໃຫຍ່, ມຸ່ງໄປເຖິງອາຊຽນ “ກວມລວມ ແລະ ຍືນຍົງ”.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ