ວິທະຍຸກະຈາຍສຽງຫວຽດນາມ ວັນທີ 2 ມີນານີ້ ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ທ່ານ ສາດສະດາຈານ, ປ.ອ ຄີວຢົງ(Qiu Yong), ກຳມະການສຳຮອງສູນກາງພັກ ກອມມູນິດຈີນ, ເລຂາຄະນະພັກມະຫາວິທະຍາໄລຊິງຮວາ (Tsinghua), ສະມາຊິກສະຖາບັນວິທະຍາສາດຈີນ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ. ໃນໂອກາດນີ້ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ຕີລາຄາສູງ ບັນດາໝາກຜົນ ການຮ່ວມມື ອັນດີງາມ ລະຫວ່າງ ມະຫາວິທະຍາໄລ Tsinghua ກັບບັນດາ ຄູ່ຮ່ວມມື ຫວຽດນາມ ໃນໄລຍະຜ່ານມາ. ພ້ອມທັງ ໄດ້ກ່າວເນັ້ນໜັກເຖິງ ເລື່ອງສາມ ມະຫາວິທະຍາໄລ ແຖວໜ້າຂອງ ສສ ຫວຽດນາມ ແມ່ນ: ມະຫາວິທະຍາໄລ ແຫ່ງຊາດ ຮ່າໂນ້ຍ, ມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈີມິນ ແລະ ມະຫາວິທະຍາໄລ ເສດຖະກິດ ໄດ້ເຊັນເອກະສານ ຮ່ວມມືກັບ ມະຫາວິທະຍາໄລ ຊິງຮວາ(Tsinghua) ໃນໂອກາດນີ້ ບໍ່ພຽງແຕ່ປະກອບສ່ວນ ຊຸກຍູ້ການພົບປະຮ່ວມມື ລະຫວ່າງສອງຝ່າຍເທົ່ານັ້ນ, ຫາກຍັງເປີດໂອກາດ ອັນລ້ຳຄ່າ ເພື່ອໃຫ້ນັກສຶກສາ, ຄູອາຈານ, ນັກຄົ້ນຄວ້າ ຫວຽດນາມ ເພີ່ມມທະວີ ການສຳຜັດກັບ ພູມປັນຍາ ທີ່ກ້າວໜ້າ, ເປັນຕົ້ນ ແມ່ນໝາກຜົນ ດ້ານວິທະຍາສາດ ອັນພົ້ນເດັ່ນ ຂອງມະຫາວິທະຍາໄລ Tsinghua. ສ່ວນ ທ່ານ ສາດສະດາຈານ, ປ.ອ Qiu Yong ໄດ້ຕີລາຄາສູງ ບັນດາຄວາມຄືບໜ້າ ທີ່ຕັ້ງໜ້າ, ໝາກຜົນສຳຄັນ ຂອງຂະແໜງ ການສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໃນໄລຍະຜ່ານມາ ແລະ ຢັ້ງຢືນ ຈະສືບຕໍ່ ເອົາໃຈໃສ່, ຊຸກຍູ້ ຢ່າງແຮງ ການຮ່ວມມື ດ້ານການສຶກສາ ບຳລຸງສ້າງ, ແລກປ່ຽນຄວາມຮູ້, ຄົ້ນຄວ້າ ວິທະຍາສາດ ລະຫວ່າງ ມະຫາວິທະຍາໄລ Tsinghua ແລະ ບັນດາອົງການ, ມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ຂອງ ສສ ຫວຽດນາມ ໃນໄລຍະຈະມາເຖິງ.ນອກນີ້ ກະຊວງການຕ່າງປະເທດ, ກະຊວງສຶກສາ ແລະ ບຳລຸງສ້າງ, ມະຫາວິທະຍາໄລ ຮ່າໂນ້ຍ ໄດ້ສົມທົບກັບ ມະຫາວິທະຍາໄລ Tsinghua ຂອງ ສປ ຈີນ ຈັດຕັ້ງພິທີມອບລາງວັນ “ສາດສະດາຈານ ກຽດຕິສັກ” ມະຫາວິທະຍາໄລ Tsinghua ໃຫ້ແກ່ ທ່ານ ຟ້າມມິງຈິງ, ຍ້ອນບັນດາ ການປະກອບສ່ວນ ສຳຄັນ ຂອງພັກ, ລັດຖະບານ ຫວຽດນາມ ແລະ ສ່ວນຕົວ ທ່ານ ນາຍົກລັດຖະມົນຕີ ຕໍ່ການພັດທະນາ ຢ່າງກະໂດດຂັ້ນ ຂອງພື້ນຖານ ເສດຖະກິດ ຫວຽດນາມ ແລະ ການຮ່ວມມື ລະຫວ່າງ ສສ ຫວຽດນາມ ແລະ ສປ ຈີນ ໃນຊຸມປີຜ່ານມາ./.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ