ນະຄອນຫຼວງວຽງຈັນ, ວັນທີ 28 ກຸມພາ 2025 – ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການຢູນີເຊັບ ປະຈຳ ສປປ ລາວ ໄດ້ທົບທວນຄືນຄວາມຄືບໜ້າ ແລະ ການກໍານົດບູລິມະສິດ ໃນປີ 2025-2026 ໃນລະຫວ່າງກອງປະຊຸມທົບທວນ ໂຄງການຮ່ວມປະຈໍາປີ ທີ່ນະຄອນຫຼວງວຽງຈັນ ໃນອາທິດນີ້ ໂດຍການເປັນປະທານຂອງ ທ່ານ ນາງ ພອນວັນ ອຸທະວົງ ແລະ ທ່ານ ບິລາລ ອູແຣັງ ເຊັບ ດູຣານິ, ຜູ້ຕາງໜ້າອົງການ ຢູນິເຊັບ ປະຈຳ ສປປ ລາວ. ກອງປະຊຸມດັ່ງກ່າວມີຜູ້ແທນຈາກບັນດາ ກະຊວງ ແລະ ບັນດາອົງການສະຫະປະຊາຊາດ ທັງໝົດ ຈຳນວນ 60 ກວ່າ ຄົນ ເຂົ້າຮ່ວມເຊິ່ງໄດ້ຕີລາຄາບັນດາ ຜົນສຳເລັດທີ່ສຳຄັນ ແລະ ການກຳນົດແນວທາງການເຄື່ອນໄຫວໃນອະນາຄົດ.
ທ່ານ ນາງ ພອນວັນ ອຸທະວົງ ໄດ້ທົບທວນຄືນຄຳ ໝັ້ນສັນຍາຂອງລັດຖະບານໃນການພັດທະນາ ເດັກ ໂດຍກ່າວວ່າ: “ການໃຫ້ຄວາມສຳຄັນກັບເດັກໃນຊ່ວງທຳອິດຂອງຊີວິດ ແມ່ນເປັນການວາງພື້ນຖານອັນແຂງແຮງ ໃຫ້ແກ່ການປັບປຸງສຸຂະພາບ, ໂພຊະນາການ, ການພັດທະນາສະຕິປັນຍາ – ເຊິ່ງເປັນສິ່ງຈຳເປັນເພື່ອອະນາຄົດທີ່ສົດໃສ.”
ການສົນທະນາໄດ້ສຸມໃສ່ສີ່ບູລິມະສິດຫຼັກ ໄດ້ແກ່: ການປັບປຸງການພັດທະນາ ແລະ ການເຕີບໃຫຍ່ຂອງເດັກໃນ 1,000 ວັນ ທໍາອິດ ສໍາລັບການເລີ່ມຕົ້ນຊີວິດທີ່ດີກວ່າ, ການປະຕິບັດຫຼັກສູດຊີວິດເພື່ອການພັດທະນາ ແລະ ການມີສ່ວນຮ່ວມຂອງໄວໜຸ່ມ, ເສີມຂະຫຍາຍການສຶກສາ ແລະ ການພັດທະນາທັກສະ ເພື່ອແກ້ໄຂວິກິດການການຮຽນຮູ້ ແລະ ການແກ້ໄຂຜົນກະທົບ ຂອງການປ່ຽນແປງດິນຟ້າອາກາດຕໍ່ເດັກນ້ອຍ.
ທ່ານ ບິລາລ ອູແຣັງ ເຊັບ ດູຣານິ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືໃນຫຼາຍຂະແໜງການ “ການແກ້ໄຂບັນຫາຕ່າງໆເຊັ່ນ: – ການຂາດສານອາຫານແບບລວງສູງບໍ່ໄດ້ມາດຕະຖານ, ຄຸນນະພາບການສຶກສາ, ການແຕ່ງງານກ່ອນໄວອັນຄວນ ແລະ ການປັບຕົວຕໍ່ການປ່ຽນແປງຂອງດິນຟ້າອາກາດ ໄດ້ຮຽກຮ້ອງໃຫ້ມີຄວາມພະຍາຍາມຮ່ວມກັນ. ອົງການຢູນິເຊັບ ຍັງຄົງໃຫ້ຄຳໝັ້ນສັນຍາທີ່ຈະຮັບປະກັນໃຫ້ເດັກທຸກໆຄົນ ໂດຍສະເພາະແມ່ນຜູ້ທີ່ມີຄວາມສ່ຽງຫຼາຍທີ່ສຸດ, ໃຫ້ຈະເລີນເຕີບໃຫຍ່ທີ່ດີ.”

ໃນປີ 2024, ສປປ ລາວ ແລະ ອົງການ ຢູນີເຊັບ ໄດ້ພັດທະນາສະຫວັດດີການເດັກໃນຫຼາຍໆດ້ານ. ເປັນຕົ້ນແມ່ນ ການຮັບຮອງກົດໝາຍວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ແລະ ການປັບປຸງການເບິ່ງແຍງດູແລຫຼັງເກີດ ໄດ້ຊ່ວຍຫຼຸດອັດຕາການຕາຍຂອງເດັກເກີດໃໝ່ ຈາກ 22 ຫາ 12 ກໍລະນີ ຕໍ່ເດັກເກີດມີຊີວິດ 1,000 ຄົນ. ການ ສັກຢາກັນພະຍາດແຫ່ງຊາດ ໄດ້ບັນລຸເປົ້າໝາຍ ແລະ ຍືນຍົງ — ບັນລຸ92 ເປີເຊັນສໍາລັບ ເພນຕ້າ 1 (Penta 1) ແລະ 83 ເປີເຊັນສໍາລັບ ເພນຕ້າ 3 (Penta 3) — ໄດ້ປົກປ້ອງເດັກນ້ອຍຈາກພະຍາດ ແລະ ການແຜ່ລະບາດ ດ້ວຍວັກຊີນ.
ໃນດ້ານການສຶກສາ, ການຈັດຕັ້ງປະຕິບັດ ຫຼັກສູດໃໝ່ຂອງຫ້ອງກຽມປະຖົມ ໄດ້ເຂົ້າເຖິງເດັກນ້ອຍຫຼາຍກວ່າ 229,000 ຄົນ ດ້ວຍຫຼັກສູດຜ່ານຮູບແບບການຮຽນ ຜ່ານການຫຼີ້ນ ແລະ ການມີສ່ວນຮ່ວມຂອງເດັກໃນການຮຽນ-ການສອນ, ພ້ອມດຽວກັນກໍ່ໄດ້ສ້າງຍຸດທະສາດດິຈິຕອນສໍາລັບຂະແໜງການສຶກສາ (2026-2034), ເຊິ່ງກຳນົດເສັ້ນທາງໄປສູ່ໂອກາດການຮຽນຮູ້ຜ່ານສື່ດິຈິຕອລທີ່ຂະຫຍາຍກ້ວາງຂື້ນ, ກວມໄປເຖິງເຂດຫ່າງໄກສອກຫຼີກ. ນອກຈາກນັ້ນ, ມີເດັກນ້ອຍຫຼາຍກວ່າ 13,000 ຄົນ ທີ່ປະເຊີນກັບຄວາມຮຸນແຮງ ຫຼື ການຂູດຮີດ ໄດ້ຮັບການຊ່ວຍເຫຼືອທາງດ້ານກົດຫມາຍ, ການໃຫ້ຄໍາປຶກສາ, ຫຼື ການບໍລິການທາງສັງຄົມ, ໂຄງການໃຫ້ເງິນອຸດໜຸນເງີນສົດແບບບໍ່ມີເງື່ອນໄຂແລະ ການແຈກຢາຍອຸປະກອນຊ່ວຍເຫຼືອ ໄດ້ ເຂົ້າເຖິງເດັກນ້ອຍ ເກືອບ 500 ຄົນ ທີ່ມີຄວາມສ່ຽງ, ລວມທັງເດັກນ້ອຍທີ່ມີຄວາມພິການ, ເພື່ອຫຼຸດຜ່ອນຄວາມຫຍຸ້ງຍາກທາງດ້ານການເງິນ.ເຊິ່ງເປັນການສົ່ງເສີມໃຫ້ເດັກເຫຼົ່ານັ້ນສາມາດຊ່ວຍເຫຼືອຕົນເອງ ແລະ ເຂົ້າຮ່ວມກິດຈະກໍາໃນຊຸມຊົນໄດ້ຫຼາຍຂຶ້ນ.
ພວກເຮົາຫວັງວ່າ, ບັນດາ ຄູ່ຮວ່ມພັດທະນາ ໄດ້ກຳນົດບູລະມະສິດຕ່າງໆເຊັ່ນ: ການເສີມສ້າງສຸຂະພາບແມ່ ແລະ ເດັກ, ຫຼຸດຜ່ອນການຂາດສານອາຫານໃນເດັກ, ເລັ່ງຄຸນນະພາບການສຶກສາ ແລະ ຫຼຸດຜ່ອນການປະລະການຮຽນ, ສົ່ງເສີມສະຫວັດດີການຂອງໄວໜຸ່ມ ແລະ ການປົກປ້ອງໄພອັນຕະລາຍ, ການຂະຫຍາຍໂຄງການຄຸ້ມຄອງໄວໜຸ່ມ, ແລະ ການຮວບຮວມເອົາຍຸດທະສາດໃນການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດເຂົ້າໃນໂຄງການທີ່ສຸມໃສ່ເດັກ. ກອງປະຊຸມໄດ້ ສິ້ນສຸດລົງດ້ວຍ ຄຳໝັ້ນສັນຍາຮ່ວມກັນໃນການຮັບປະກັນຜົນໄດ້ຮັບທີ່ຍືນຍົງຂອງເດັກນ້ອຍ ຢູ່ ສປປ ລາວ.