Thursday, February 27, 2025
Homeຂ່າວພາຍໃນກອງປະຊຸມຄົບຄະນະບໍລິຫານງານ ຄພລ ປະຈຳປີ 2024 ແລະ ຜ່ານທິດທາງແຜນການປີ 2025

ກອງປະຊຸມຄົບຄະນະບໍລິຫານງານ ຄພລ ປະຈຳປີ 2024 ແລະ ຜ່ານທິດທາງແຜນການປີ 2025

ຄະນະກຳມະການພາຣາແລມປິກແຫ່ງຊາດລາວ ຫຼື ຄພລ ເປີດກອງປະຊຸມຄົບຄະນະບໍລິຫານງານ ປະຈຳປີ 2024 ແລະ ຜ່ານທິດທາງແຜນການປີ 2025 ໃນຕອນບ່າຍວັນທີ 26 ກຸມພາ 2025 ພາຍໃຕ້ການເປັນປະທານຂອງທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານ ຄພລ, ມີທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ( ສສກ ), ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ຫຼື ຄອລ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ອະດີດປະທານ ຄພລ, ທີ່ປຶກສາ ຄພລ ແລະ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ສສກ ທັງເປັນຮອງປະທານ ຄພລ, ບັນດາທ່ານຮອງປະທານ, ເລຂາທິການ, ຄະນະປະຈຳ, ຄະນະບໍລິຫານງານ ກຳມະການ ຄພລ, ຕາງໜ້າບັນດາກົມຈາກ ສສກ, ບັນດານທ່ານປະທານ, ຮອງປະທານ, ເລຂາທິການສະຫະພັນກິລາຄົນພິການແຫ່ງຊາດ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ມີການຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໃນປີ 2024 ແລະ ທິດທາງແຜນການເຄື່ອນໄຫວປະຈຳປີ 2025; ລາຍງານວຽກງານການເງິນ, ລາຍງານຈາກກຳມະການເຕັກນິກກິລາຄົນພິການແຫ່ງຊາດລາວ ລາຍງານຈາກ 4 ສະຫະພັນກິລາ. ພ້ອມກັນນັ້ນ, ກໍຍັງມີພິທີປະດັບຫຼຽນໄຊແຮງງານ ແລະ ມອບໃບຍ້ອງຍໍໃຫ້ແຕ່ລະພາກສ່ວນທີ່ມີຜົນງານດີເດັ່ນ ຫຼັງຈາກນັ້ນຍັງໄດ້ຮັບຟັງການໂອ້ລົມຈາກທ່ານລັດຖະມົນຕີ ສສກ ເພື່ອເປັນທິດທາງໃຫ້ຄະນະບໍລິຫານງານ ຄະນະກຳມະການພາຣາແລມປິກແຫ່ງຊາດລາວ ກໍຄືພາກສ່ວນກ່ຽວຂ້ອງ ແລະ ບັນດາສະຫະພັນກິລາຄົນພິການແຫ່ງຊາດ, ທີ່ຈະນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນຕົວຈິງ, ສືບຕໍ່ໃນການພັດທະ ນາວຽກງານກິລາ-ກາຍຍະກຳຄົນພິການ ໃນການກະກຽມນັກກິລາຄົນພິການເຂົ້າຮ່ວມການແຂ່ງຂັນ ໃນລາຍການຕ່າງໆ, ໂດຍສະເພາະແມ່ນ ການກະກຽມຈັດງານມະຫາກຳກິລາຄົນພິການແຫ່ງຊາດ ຄັ້ງທີ 4 ປີ 2025 ທີ່ນະຄອນຫຼວງວຽງຈັນ, ການກະກຽມເຂົ້າຮ່ວມງານແຂ່ງຂັນກິລາຄົນພິການຫູໜວກອາຊຽນ ຄັ້ງທີ 2 ປີ 2025 ທີ່ປະເທດອິນໂດເນເຊຍ ແລະ ການກະກຽມເຂົ້າຮ່ວມງານແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ 13 ປີ 2026 ທີ່ຣາຊະອານາຈັກໄທໃຫ້ມີຜົນສໍາເລັດທີ່ໃໝ່ ແລະ ມີສະຖິຕິດີກວ່າເກົ່າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments