Thursday, February 27, 2025
Homeຂ່າວໜ້າໜຶ່ງໂຄງການເຊື່ອມຕໍ່ໄຟຟ້າ 500 ກິໂລໂວນ ຈີນ-ລາວ ເລີ່ມກໍ່ສ້າງ

ໂຄງການເຊື່ອມຕໍ່ໄຟຟ້າ 500 ກິໂລໂວນ ຈີນ-ລາວ ເລີ່ມກໍ່ສ້າງ

ວັນທີ 26 ກຸມພາ 2025, ພິທີເປີດໂຄງການກໍ່ສ້າງການເຊື່ອມຕໍ່ໄຟຟ້າ 500 ກິໂລໂວນ ລະຫວ່າງ ຈີນ-ລາວ ຈັດຂຶ້ນຢູ່ນະຄອນ ຫຼວງວຽງຈັນ. ໂດຍມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ນາງ ຝ່າງ ຮົງ ເອກອັກຄະລັດຖະທູດສປ ຈີນປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍລາວ-ຈີນ ເຂົ້າຮ່ວມ.

ທ່ານ ໂພໄຊ ໄຊຍະສອນ ກ່າວວ່າ: ລະບົບສົ່ງໄຟຟ້າອອກຕ່າງປະເທດສາມາດເຊື່ອມຕໍ່ກັບປະເທດໄທ, ຫວຽດນາມ, ກຳປູເຈຍ, ມຽນມາ ແລະ ຈີນ, ເຮັດໃຫ້ລາວ ສາມາດຊື້-ຂາຍແລກປ່ຽນພະ ລັງງານກັບຕ່າງປະເທດ. ໂຄງການເຊື່ອມຕໍ່ໄຟຟ້າ 500 ກິໂລໂວນ ລາວ-ຈີນ ມີຄວາມສຳຄັນຫຼາຍ, ນີ້ແມ່ນໂຄງການພັດທະນາອຸດສາ ຫະກໍາພະລັງງານທີ່ມີລັກສະນະຍຸດທະສາດທີ່ຖືກລະບຸໄວ້ໃນແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ (2021-2025) ຂອງລາວ, ເຊິ່ງຈະສ້າງເງື່ອນໄຂທີ່ເປັນທ່າແຮງທາງດ້ານເສດຖະກິດ ໂດຍສະເພາະເຊື່ອມໂຍງ ແລະ ແລກປ່ຽນພະລັງງານລະຫວ່າງລາວ ກັບບັນດາແຂວງພາກໃຕ້ຂອງຈີນໃຫ້ໄດ້ຮັບການພັດທະນາແບບລະບົບ ແລະ ມີຄວາມໝັ້ນຄົງ.

ທ່ານ ນາງ ຝ່າງ ຮົງ ເອກອັກຄະລັດຖະທູດຈີນປະຈຳ ສປປ ລາວ ກ່າວວ່າ: ໂຄງການດັ່ງກ່າວ ສະແດງໃຫ້ເຫັນເຖິງເປົ້າໝາຍຮ່ວມກັນຂອງທັງສອງຝ່າຍໃນການສ້າງຄວາມເຊື່ອມໂຍງ, ຮ່ວມມືພັດທະນາ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ. ໂຄງການນີ້ຈະຊ່ວຍປະສົມປະສານຊັບພະຍາກອນພະລັງງານຂອງທັງສອງປະ ເທດ, ປັບປຸງການຈັດສັນພະລັງງານໃນພາກພື້ນ, ເຮັດໃຫ້ການພັດທະນາຊັບພະຍາກອນດ້ານພະລັງງານສະອາດຂອງລາວ ມີຄວາມເຂັ້ມແຂງ, ສ້າງຄວາມເປັນເອກະພາບ ແລະ ຮ່ວມມືກັນເພື່ອຜົນປະໂຫຍດຮ່ວມກັນ.

ໂຄງການເຊື່ອມຕໍ່ໄຟຟ້າ 500 ກິໂລໂວນ ລະຫວ່າງ ຈີນ-ລາວ ແມ່ນໂຄງການຍຸດທະສາດທີ່ຖືກລະບຸໄວ້ໃນ “ແຜນການດຳເນີນງານຄູ່ຮ່ວມຊາຕາກຳ ລາວ-ຈີນ”, ມີແຜນທີ່ຈະສຳເລັດການກໍ່ສ້າງແລະເລີ່ມສົ່ງໄຟຟ້າໃນປີ 2026. ຮອດເວລາດັ່ງກ່າວ, ຄວາມ​ສາ ມາດ​ໃນການແລກປ່ຽນພະລັງງານ​ໄຟຟ້າ​ລະຫວ່າງລາວ-ຈີນ​ຄາດ​ວ່າ​ຈະສູງເຖິງ 1.500 ເມກາ​ວັດ, ຂະໜາດ​ການ​ສົ່ງ​ໄຟຟ້າສະອາດຕົກຢູ່​ປະມານ 3 ຕື້​ກິ​ໂລ​ວັດ​ໂມງ, ເຊິ່ງຈະຊ່ວຍສ້າງຄວາມ ເຂັ້ມແຂງໃຫ້ແກ່ການຮ່ວມມືດ້ານພະລັງງານລະຫວ່າງ ລາວ-ຈີນ ໃນຂອບເຂດທີ່ກວ້າງຂຶ້ນກວ່າເກົ່າ.

ທີ່ມາ: CMG

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments