Thursday, February 27, 2025
Homeຂ່າວຕ່າງປະເທດທະນາຄານໃຫຍ່ສຸດ ໃນສິງກະໂປ ຈະປັບຫລຸດພະນັກງານ 4.000 ຄົນ

ທະນາຄານໃຫຍ່ສຸດ ໃນສິງກະໂປ ຈະປັບຫລຸດພະນັກງານ 4.000 ຄົນ

ສຳນັກຂ່າວ ຕ່າງປະເທດລາຍງານ ຈາກປະເທດ ສິງກະໂປ ເມື່ອວັນທີ 25 ກຸມພາ, ທະນາຄານການພັດທະນາ ແຫ່ງສິງກະໂປຈຳກັດ ຫລື ດີບີເອສ ເປັນສະຖາບັນການເງິນ ຂະໜາດໃຫຍ່ທີ່ສຸດ ຂອງ ສິງກະໂປ ໄດ້ອອກຖະແຫລງການ ກ່ຽວກັບ ການກຽມປັບຫລຸດ ບຸກຄະລາກອນ 4.000 ຄົນ ໃນໄລຍະເວລາອີກ 3 ປີຕໍ່ໜ້າ, ໂດຍສະເພາະເຈົ້າໜ້າທີ່ ທີ່ເປັນພະນັກງານປະຈຳ ຈະບໍ່ໄດ້ຮັບຜົນກະທົບຈາກ ມາດຕະການດັ່ງກ່າວ.

ຂະນະທີ່ ທ່ານ ພີຢຸດ ຄຸປາຕະ ປະທານເຈົ້າໜ້າທີ່ ບໍລິຫານ (ຫົວໜ້າ) ຂອງ ດີບີເອສ ຄາດການວ່າ ທະນາຄານຈະສ້າງ ວຽກເຮັດງານທຳໃໝ່ ທີ່ກ່ຽວຂ້ອງກັບ ປັນຍາທຽມ (ເອໄອ) ໄດ້ປະມານ 1.000 ຕຳແໜ່ງ. ປັດຈຸບັນ ດີບີເອສ ມີພະນັກງານ ທັງພາຍໃນ ແລະ ຕ່າງປະເທດປະມານ 41.000 ຄົນ ໃນຈຳນວນນີ້ ລະຫວ່າງ 8.000-9.000 ຄົນ ເປັນພະນັກງານຊົ່ວຄາວ ຫລື ພະນັກງານສັນຍາຈ້າງ .

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments