Thursday, February 27, 2025
Homeຂ່າວໜ້າໜຶ່ງກະຊວງ ຖວທ ອອກແຈ້ງການຕໍ່ໃບອະນຸຍາດການດໍາເນີນກິດຈະການ ປະຈໍາປີ 2025

ກະຊວງ ຖວທ ອອກແຈ້ງການຕໍ່ໃບອະນຸຍາດການດໍາເນີນກິດຈະການ ປະຈໍາປີ 2025

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ອອກແຈ້ງການ ກ່ຽວກັບຕໍ່ໃບອະນຸຍາດການດໍາເນີນກິດຈະການ ປະຈໍາປີ 2025 ໃຫ້ໂທລະພາບໃຊ້ສາຍ ແລະ ບໍ່ໃຊ້ສາຍ, ໂທລະພາບຜ່ານດາວທຽມ (DTH), ໂທລະພາບຜ່ານອິນເຕີເນັດ (IPTV, OTT), ວິທະຍຸກະຈາຍສຽງ (AM, FM), ຫົວໜ້າບັນນາທິການ ໜັງສືພິມ, ວາລະສານ ແລະ ສື່ອອນລາຍ ທັງພາກລັດ ແລະ ເອກະຊົນ ທີ່ຍັງເຄື່ອນໄຫວດຳເນີນກິດຈະການ ໃຫ້ມາພົວພັນຕໍ່ໃບອະນຸຍາດປະຈຳປີ 2025 ທີ່ກົມສື່ມວນຊົນ ຕາມໂມງ ແລະ ວັນເວລາລັດຖະການ ເຊິ່ງຈະເລີ່ມແຕ່ວັນທີ 01 ມີນາ ຫາ 30 ພຶດສະພາ 2025.

ຖ້າຫາກບໍ່ມາຕໍ່ຕາມກໍານົດເວລາທີ່ແຈ້ງໄວ້ ກົມສື່ມວນຊົນ ຈະໄດ້ນໍາໃຊ້ສິດຂອງຕົນ ດັ່ງທີ່ໄດ້ກຳນົດໄວ້ໃນ ມາດຕາ 42 ຂອງກົດໝາຍສື່ມວນຊົນ (ສະບັບປັບປຸງ) ວ່າດ້ວຍການໂຈະ, ການຖອນ ຫຼື ການຢຸດເຊົາການເຄື່ອນໄຫວວຽກງານສື່ມວນຊົນ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຮັບຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການນີ້ດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments