ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກົມສະຖິຕິ ຂອງ ອຸດສະເບກິດສະຖານ ລາຍງານວ່າ: ໃນປີ 2024, ປະລິມານ ນັກທ່ອງທ່ຽວຊາວ ສປຈີນ ເດີນທາງມາ ຢ້ຽມຢາມ ປະເທດ ອຸດສະເບກິດສະຖານ ລວມມີ 74.304 ເທື່ອຄົນ, ເພີ່ມຂຶ້ນ 75% ເມື່ອທຽບໃສ່ ປີ 2023 ຜ່ານມາ.
ສປຈີນ ແລະ ອຸດສະເບກິດສະຖານ ໄດ້ລົງນາມ ຂໍ້ຕົກລົງ ກ່ຽວກັບ ຍົກເວັ້ນວິຊາເຊຶ່ງກັນ ແລະ ກັນເມື່ອເດືອນທັນວາປີ 2024 ຜ່ານມາ , ເປົ້າໝາຍຕົ້ນຕໍ ຂອງ ອຸດສະເບກິດສະຖານ ເພື່ອສົ່ງເສີມ ສັກກາຍະພາບ ທາງດ້ານການທ່ອງທ່ຽວ ແລະ ພັດທະນາ ເສັ້ນທາງທ່ອງທ່ຽວ ທາງປະຫວັດສາດໃໝ່.