ສຳນັກຂ່າວ ເອເອຟພີ ລາຍງານຈາກ ເມືອງຊິດນີ ປະເທດ ອົດສະຕຣາລີ ເມື່ອວັນທີ 24 ກຸມພາ: ທ່ານ ແອນໂທນີ ອັລບາເນຊີ ນາຍົກ ລັດຖະມົນຕີ ອົດສະຕຣາລີ ໃຫ້ຄຳໝັ້ນສັນຍາ ວ່າ ຈະເພີ່ມວົງເງິນ ສະໜັບສະໜູນ ລະບົບ ການເບີ່ງແຍງ ສຸຂະພາບ ແຫ່ງຊາດ ດ້ວຍມູນຄ່າ 5.400 ລ້ານໂດລາສະຫະລັດ ໂດຍຈະສະເໜີ ຕໍ່ປະຊາຊົນກ່ອນເຖິງວັນເລືອກຕັ້ງທົ່ວໄປ ໃນວັນທີ 17 ພຶດສະພານີ້.
ໂດຍທ່ານ ແອນໂທນີ ອັລບາເນຊີ ກ່າວໃນກອງປະຊຸມ ທີ່ຈັັດຂຶ້ນ ຢູ່ເມືອງ ລອນເຊສຕັນ ລັດແທສະເມເນຍ ວ່າ ຊາວອົດສະຕຣາລີ ທຸກຄົນ ຕ້ອງການເບີ່ງແຍງ ສຸຂະພາບ ໃຫ້ດີທີ່ສຸດ. ນອກຈາກນີ້ ລັດຖະບານ ພັກແຮງງານ ຈະລົງທຶນ ເພີ່ມຕື່ມອີກ ຈຳນວນ 8.500 ລ້ານໂດລາສະຫະລັດ ກ່ຽວກັບ ລະບົບ ປະກັນ ສຸຂະພາບ “ເມດິແຄຣ” ໂດຍໃຫ້ບໍລິການ ດູແລສຸຂະພາບ ມາຕັ້ງແຕ່ປີ 1984. ເງິນສະໜັບສະໜູນ ດັ່ງກ່າວນີ້ ຈະເຮັດໃຫ້ຄົນເຈັບ ບໍ່ຕ້ອງຈ່າຍຄ່າ ປິ່ນປົວ ໂຮງໝໍ ເຖິງ 90% ຂອງ ຄ່າປິ່ນປົວທັງໝົດ ໃນປີ 2030 ລວມເຖິງ ການຈັດສັນເງິນ ເພີ່ມເຕີມ ສຳລັບ ການຝຶກອົບຮົມ ທ່ານໝໍ ແລະ ແພດອີກດ້ວຍ.