Monday, March 17, 2025
Homeຂ່າວຕ່າງປະເທດສປ ຈີນ ເປີດເສັ້ນທາງບິນໂດຍກົງ ໄປມາເລເຊຍ

ສປ ຈີນ ເປີດເສັ້ນທາງບິນໂດຍກົງ ໄປມາເລເຊຍ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ. ເມື່ອບໍ່ດົນມານີ້, ສາຍການບິນ ໄຊນ່າ ອີນເທີຣນແອຣລາຍຂອງ ສປຈີນ ໄດ້ເປີດໃຫ້ບໍລິການ ເສັ້ນທາງບິນໃໝ່ ເພື່ອເຊື່ອມຕໍ່ເມືອງ ຊີອັນ ແຂວງຊານຊີ ທາງພາກຕາເວັນຕົກສຽງ ເໜືອ ຂອງ ສປຈີນ ກັບ ນະຄອນຫລວງ ກົວລາລຳເປີ ປະເທດມາເລເຊຍ ຢ່າງເປັນທາງການ , ໂດຍສາຍການບິນນີ້ຈະໃຫ້ບໍລິການ ໄປກັບ ທຸກວັນ.

ໂດຍເຮືອບິນ ແອຣບັສ ເອ 320 ຂອງ ສາຍການ ບິນດັ່ງກ່າວ ໄດ້ອອກຈາກ ສະໜາມບິນສາກົນ ຊີອັນສຽນຫຍາງ ແລະ ຈະຜ່ານ ເມືອງຄຸນໝິງ ແຂວງອະວິ໋ນໜານ (ຢຸນນານ) ທາງພາກຕາເວັນຕົກ ສຽງໃຕ້ ຂອງ ສປຈີນ ກ່ອນຈະເດີນທາງໄປເຖິງ ນະຄອນຫລວງ ກົວລາລຳເປີ . ສ່ວນຖ້ຽວບິນ ຂາກັບຈະອອກຈາກ ນະຄອນຫລວງ ກົວລາລຳເປີ ໂດຍຈະຜ່ານ ຄຸນໝິງ ໃນໄລຍະເວລາອີກ 4 ຊົ່ວໂມງຕໍ່ມາ ກ່ອນຈະເດີນທາງ ໄປເຖິງເມືອງ ຊີອັນຂອງມື້ຕໍ່ມາ. ເສັ້ນທາງບິນໃໝ່ ຈະອຳນວຍ ຄວາມສະດວກ ໃຫ້ແກ່ ນັກທ່ອງທ່ຽວ ທີ່ ຕ້ອງການເດີນທາງ ໄປນະຄອນຫລວງ ກົວລາລຳເປີ , ສ່ານຊີ ແລະ ອະວີ໋ນໜານ ລວມເຖິງເປັນການ ແລກປ່ຽນລະຫວ່າງ ເສດຖະກິດ ແລະ ວັດທະນາທຳ ແລະ ຍັງເປັນເສັ້ທາງບິນ ລະຫວ່າງ ປະເທດ ສາຍທຳອິດ ທີ່ ເປີດໃຫ້ບໍລິການ ຈາກອາຄານຜູ້ໂດຍສານໝາຍເລກ 5 ທີ່ເປີດໃໝ່ ຂອງ ສະໜາມບິນ ສາກົນນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments