ໃນວັນທີ 25 ກຸມພາ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 2 ໃນລະຫວ່າງວັນທີ 25-26 ກຸມພາ 2025 ຢູ່ ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ.
ໂອກາດນີ້, ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ໃນການຕ້ອນຮັບອັນອົບອຸ່ນ ແລະ ດີໃຈເປັນຢ່າງຍິ່ງ ທີ່ໄດ້ພົບກັບ ສະຫາຍ ຟ້າມ ມິງ ຈິງ ອີກຄັ້ງ, ພ້ອມທັງໄດ້ຕີລາຄາສູງຕໍ່ການການກະກຽມບັນດາໜ້າວຽກ ແລະ ແນວຄວາມຄິດທີ່ດີໃນການຈັດເວທີດັ່ງກ່າວ ເຊິ່ງກອງປະຊຸມຄັ້ງນີ້ແມ່ນຄັ້ງທີ 2 ແລະ ເຫັນໄດ້ວ່າເປັນກິດຈະກໍາໜຶ່ງທີ່ສໍາຄັນຂອງອາຊຽນ ໃນການປະກອບສ່ວນສ້າງຄວາມເຂັ້ມແຂງຂອງປະຊາຄົມອາຊຽນ ໃນທ່າມກາງຄວາມຜັນແປ ຂອງພູມສາດ-ການເມືອງ ແລະ ພູມສາດ-ເສດຖະກິດຂອງໂລກ ໃນປັດຈຸບັນ. ນອກຈາກນີ້, ກໍໄດ້ລາຍງານຜົນການພົບປະບໍ່ເປັນທາງການ ກັບ ສະຫາຍ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນ, ລັດຖະມົນຕີຕ່າງປະເທດ ແຫ່ງ ສສ ຫວຽດນາມ ທີ່ໄດ້ປຶກສາຫາລືບາງວຽກງານ ທີ່ຕິດພັນກັບການຊຸກຍູ້ ການພົວພັນຮ່ວມມືສອງປະເທດ ໂດຍສະເພາະແມ່ນ ການຜັນຂະຫຍາຍຂໍ້ຕົກລົງ ຂອງສອງກົມການເມືອງ ກໍຄື ຜົນສໍາເລັດຂອງກອງປະຊຸມ ຄັ້ງທີ 47 ຂອງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າ ທີ່ໄດ້ຈັດຂຶ້ນໃນຕົ້ນເດືອນມັງກອນ 2025 ທີ່ຜ່ານມາ ເຊິ່ງສອງຝ່າຍ ໄດ້ຢືນຢັນຮ່ວມກັນ ທີ່ຈະພ້ອມກັນ ຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງພັກ-ສອງລັດຖະບານ ແລະ ບັນດາໂຄງການຮ່ວມມືສອງຝ່າຍຕ່າງໆ.

ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ຕີລາຄາຄືນການພົວພັນຮ່ວມມືສອງປະເທດໃນໄລຍະຜ່ານ ເຫັນໄດ້ວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງປະເທດ ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານ. ສະເພາະໃນປີ 2025 ກໍມີການຢ້ຽມຢາມ ສປປ ລາວ ແລະ ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຂອງສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ, ການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການຂອງ ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ພິເສດ, ສອງປະເທດ ລາວ-ຫວຽດນາມ ຮ່ວມກັບ ສະຫາຍ ກຳປູເຈຍ ສາມຝ່າຍກໍໄດ້ສຳເລັດການຈັດກອງປະຊຸມສຸດຍອດຜູ້ນຳ 3 ພັກການເມືອງ ເຊິ່ງກອງປະຊຸມຄັ້ງນີ້, ມີລັກສະນະເປີດກວ້າງ ໂດຍມີການເຂົ້າຮ່ວມຂອງສາມນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະ ຊວງການຕ່າງປະເທດ. ພ້ອມກັນນັ້ນ, ສາມນາຍົກລັດຖະມົນຕີ ກໍໄດ້ພົບປະເຮັດວຽກຮ່ວມກັນ ແລະ ສະເໜີໃຫ້ສາມຝ່າຍ ປະສານສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫາຍຜົນສຳເລັດຂອງກອງປະຊຸມດັ່ງກ່າວ. ຜົນສຳເລັດຂອງການພົບປະລະຫວ່າງຜູ້ນຳຂັ້ນສູງຂອງສາມພັກການເມືອງ ລາວ-ຫວຽດນາມ-ກຳປູເຈຍ ໄດ້ເປັນພື້ນຖານສຳຄັນໃຫ້ແກ່ການຮັດແໜ້ນສາຍພົວພັນອັນເປັນມູນເຊື້ອທີ່ດີງາມຂອງສາມປະເທດ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດທີ່ແທ້ຈິງມາສູ່ປະຊາຊົນສາມຊາດອິນດູຈີນ ກໍຄື ເພື່ອການປະກອບສ່ວນເຂົ້າໃນຄວາມມີສະຖຽນລະພາບໃນພາກພື້ນ ແລະ ສາກົນ.
ໃນຂະນະດຽວກັນ, ທ່ານ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍຕໍ່ ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ທີ່ນຳພາຄະນະ ມາເຂົ້າຮ່ວມເວທີອະນາ ຄົດອາຊຽນ ໃນຄັ້ງນີ້, ພ້ອມທັງສະເໜີໃຫ້ສອງປະເທດ ສືບຕໍ່ຮັດແໜ້ນການຮ່ວມມືກັນຢ່າງໃກ້ຊິດ ໂດຍສະເພາະ ການເປັນເສນາທິການໃຫ້ແກ່ການນຳຂັ້ນສູງ ຂອງສອງປະເທດ ຫວຽດນາມ-ລາວ ໃຫ້ດີຂຶ້ນກວ່າເກົ່າ, ສືບຕໍ່ເອົາໃຈ ໃສ່ຊຸກຍູ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ໃນການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງ ແລະ ເອກະສານຕ່າງໆ ທີ່ໄດ້ລົງນາມຮ່ວມກັນແລ້ວ ໂດຍສະເພາະບັນດາໂຄງການທີ່ສຳຄັນ ເຊັ່ນ: ໂຄງການທ່າເຮືອຫວຸງອ່າງ, ໂຄງການເສັ້ນທາງດ່ວນຮ່າໂນ້ຍ-ວຽງຈັນ ແລະ ໂຄງການອື່ນໆອີກຈຳນວນໜຶ່ງ. ທັງນີ້, ກໍເພື່ອໃຫ້ບັນດາໂຄງການດັ່ງກ່າວໃຫ້ເປັນຮູບປະທຳ ແລະ ມີຜົນສຳເລັດສູງກວ່າເກົ່າ, ສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມືໃນຂະແໜງການອື່ນໆ ທີ່ມີທ່າແຮງຮ່ວມກັນໃຫ້ຫລາຍຍິ່ງໆຂຶ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນທັງສອງປະເທດ ຫວຽດນາມ-ລາວ, ລາວ-ຫວຽດນາມ.