Wednesday, February 26, 2025
Homeຂ່າວໜ້າໜຶ່ງຟຟລ ສະຫລຸບການຈັດຕັ້ງປະຕິບັດວຽກງານປີ 2024

ຟຟລ ສະຫລຸບການຈັດຕັ້ງປະຕິບັດວຽກງານປີ 2024

ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ຂອງລັດວິສາຫະກິດໄຟຟ້າລາວ (ຟຟລ) ຂຶ້ນໃນວັນທີ 25 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ຜູ້ຊີ້ນໍາວຽກງານລັດວິສາຫະກິດໄຟຟ້າລາວ, ທັງເປັນຫົວໜ້າຄະນະຊ່ວຍວຽກປະຕິຮູບຂະແໜງພະລັງານ ແລະ ບໍ່ແຮ່ ໂດຍມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ອາຄົມເດດ ວົງໄຊ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ຜ່ານບົດລາຍງານສະຫລຸບ ການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ຂອງ ລັດວິສາຫະກິດໄຟຟ້າລາວ ເຊິ່ງໄລຍະ 1 ປີຜ່ານມາ ສະພາບເສດຖະກິດໂລກ ຍັງສືບຕໍ່ປະເຊີນກັບສີ່ງທ້າທາຍ ແລະ ຄວາມບໍ່ແນ່ນອນຫລາຍດ້ານ ໄດ້ສົ່ງຜົນກະທົບໂດຍລວມຕໍ່ເສດຖະກິດ-ສັງຄົມ ຢູ່ພາຍໃນປະເທດຂອງພວກເຮົາ ສືບຕໍ່ພົບກັບຄວາມຫຍຸ້ງຍາກ ຢ່າງຫລີກລ່ຽງບໍ່ໄດ້ ໂດຍສະເພາະ ບັນຫາອັດຕາເງິນເຟີ້-ເງິນກີບອ່ອນຄ່າ ທີ່ໄດ້ສົ່ງຜົນກະທົບໂດຍກົງ ຕໍ່ຜົນການດໍາເນີນທຸລະກິດຂອງ ຟຟລ ເນື່ອງຈາກ ຟຟລ ເກັບຄ່າກະແສໄຟຟ້າເປັນສະກຸນເງິນກີບກັບປະຊາຊົນ ແລະ ພາກລາຍຈ່າຍຂອງ ຟຟລ ສ່ວນໃຫຍ່ ແມ່ນເປັນເງິນຕາຕ່າງປະເທດເປັນ ເປັນຕົ້ນ ຄ່າຊື້ກະແສໄຟຟ້າຈາກແຫລ່ງຜະລິດ, ໜີ້ເງິນກູ້, ຄ່າບໍລິຫານ-ດຳເນີນງານ ແລະ ອື່ນໆ. ເຖິງຢ່າງໃດກໍຕາມ, ລັດວິສາຫະກິດໄຟຟ້າລາວ ກໍໄດ້ສຸມໃສ່ຈັດຕັ້ງປະຕິບັດຫລັກການ ແລະ ນະໂຍບາຍການດໍາເນີນທຸລະກິດ ຂອງ ໄຟຟ້າລາວໃນໄລຍະໃໝ່ ໂດຍສະເພາະແມ່ນທິດທາງແຜນການປະຕິຮູບລັດວິສາຫະກິດໄຟຟ້າລາວ ເພື່ອເປັນພື້ນ ຖານໃຫ້ການດໍາເນີນວຽກງານ ໄຟຟ້າລາວ ໃຫ້ມີປະສິດທິຜົນ. ພ້ອມກັນນັ້ນ, ກໍໄດ້ພະຍາຍາມທຸກວິທີທາງ ເພື່ອນໍາໃຊ້ທ່າແຮງທີ່ມີຢູ່ສ້າງລາຍຮັບເພີ່ມເຂົ້າ ໄຟຟ້າລາວ ຈໍານວນໜຶ່ງ ແລະ ປະຢັດລາຍຈ່າຍບໍລິຫານຕ່າງໆ ເພື່ອຫລຸດຜ່ອນລາຍຈ່າຍ ທີ່ບໍ່ຈໍາເປັນລົງ.

ໃນປີ 2024 ຜ່ານມາ, ລັດວິສາຫະກິດໄຟຟ້າລາວ ໄດ້ສຸມໃສ່ວຽກງານວິຊາສະເພາະ ຂອງຕົນເອງ ຄື: ວຽກງານຈຳໜ່າຍ ໄດ້ມີການຈຳໜ່າຍພະລັງງານໄຟຟ້າ ໃຫ້ກັບສັງຄົມ ປະຕິບັດໄດ້ 12.610 GWh ໃນປີ 2024 ທຽບໃສ່ແຜນການ ສາມາດບັນລຸໄດ້ເທົ່າກັບ 90%. ທາງດ້ານວຽກງານຄຸ້ມຄອງລະບົບສົ່ງ ແລະ ລະບົບຈໍາໜ່າຍໄຟຟ້າ ໄດ້ສຸມໃສ່ວຽກງານການປັບປຸງ-ຂະຫຍາຍລະບົບສາຍສົ່ງ-ສະຖານີໄຟຟ້າ ແລະ ລະບົບຈຳໜ່າຍໄຟຟ້າ ເພື່ອໃຫ້ສາມາດ ນໍາສົ່ງພະລັງງານໄຟຟ້າ ຈາກແຫລ່ງຜະລິດໄປເຖິງຜູ້ຊົມໃຊ້ໄຟຟ້າໃນຂອບເຂດທົ່ວປະເທດ. ມາຮອດປັດຈຸບັນ ທົ່ວປະເທດ ມີສະຖານີໄຟຟ້າແຮງສູງ ທັງໝົດ 80 ແຫ່ງ, ລວມກໍາລັງຕິດຕັ້ງ ທັງໝົດ 8.884 MVA, ມີລະບົບສາຍສົ່ງໄຟຟ້າແຮງສູງ 500 kV ລວງຍາວ ທັງໝົດ 372 km/ວົງຈອນ, 230 kV ລວງຍາວ ທັງໝົດ 3.530 km/ວົງຈອນ, ລະບົບສາຍສົ່ງໄຟຟ້າ 115 kV ລວງຍາວ ທັງໝົດ 7.119,26 km/ວົງຈອນ, ລະບົບຕາຂ່າຍແຮງດັນກາງ 22 kV-35 kV ລວງຍາວທັງໝົດ 38.010 km/ວົງຈອນ ແລະ ລະບົບຕາຂ່າຍແຮງດັນຕໍ່າ 0,4 kV ລວງຍາວທັງໝົດ 22.262,58 km/ວົງຈອນ, ມີໝໍ້ແປງລະບົບຈໍາໜ່າຍທັງໝົດ 40.176 ໜ່ວຍ, ລວມກໍາລັງຕິດຕັ້ງ 6.899.419 kVA, ມີຈໍານວນໝໍ້ນັບໄຟ ທີ່ຢູ່ໃນການຄຸ້ມຄອງ ຂອງ ໄຟຟ້າລາວ ທັງໝົດ 1.772.174 ໜ່ວຍ. ທາງດ້ານວຽກພະລັງງານຕົກເຮ່ຍ ປະຕິບັດໄດ້ ເທົ່າກັບ 6,78%, ທຽບໃສ່ປີ 2023 ຈໍານວນ 6,80%, ຫລຸດລົງ 0,02%. ເອົາໃຈໃສ່ວຽກງານການປັບປຸງລະບົບຈໍາໜ່າຍ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ນະຄອນຫລວງວຽງຈັນ ໃຫ້ມີຄວາມຮັບປະກັນສູງຂຶ້ນ ເພື່ອຫລຸດຜ່ອນບັນຫາແຮງດັນຕົກ (ໄຟບໍ່ພໍ) ໂດຍແນໃສ່ການປັບປຸງປ່ຽນສາຍຈາກສາຍຂະໜາດນ້ອຍ ເປັນ ສາຍຂະໜາດໃຫຍ່, ເສີມໝໍ້ແປງໄຟຟ້າ ເພື່ອໃຫ້ແທດເໝາະກັບສະພາບຂອງການຊົມໃຊ້ໄຟຟ້າຕົວຈິງ ໃນແຕ່ລະເຂດ, ເຮັດໃຫ້ການສະໜອງໄຟມີທ່າອ່ຽງສະຖຽນລະພາບສູງຂຶ້ນ, ບັນຫາແຮງດັນຕົກ ແລະ ໄຟຕົກ-ໄຟມອດ ຫລຸດລົງຈໍານວນຫລາຍ ໂດຍສະເພາະ ໃນຂອບເຂດຕົວເມືອງນະຄອນຫລວງວຽງຈັນ. ສຳເລັດການຄົ້ນຄວ້ານະໂຍບາຍ ແລະ ສົ່ງເສີມ ການເຂົ້າເຖິງ Solar Rooftop ໂດຍສະເພາະສໍາເລັດ ຂໍ້ກໍານົດ ແລະ ນະໂຍ ບາຍການຮັບຊື້ໄຟ ຈາກ Solar Rooftop ສໍາລັບພາກທີ່ຢູ່ອາໄສ ເພື່ອຊ່ວຍຫລຸດຜ່ອນການສະໜອງໄຟໃຫ້ກັບພາກທີ່ຢູ່ອາໄສ ເນື່ອງຈາກເປັນລາຄາທີ່ລັດຖະບານໃຫ້ການເກື້ອກູນ ແລະ ຊ່ວຍຫລຸດຜ່ອນພະລັງງານຕົກເຮ່ຍໃນລະບົບຂອງ ຟຟລ. ອັນທີ່ພົ້ນເດັ່ນ ແມ່ນສໍາເລັດ ການສະໜອງໄຟຮັບໃຊ້ກອງປະຊຸມ ສຸດຍອດອາຊຽນ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນທ້າຍປີ 2024 ທີ່ຜ່ານມາ ເຊິ່ງມີຜົນສໍາເລັດ ແລະ ສາມາດຮັບປະກັນການສະໜອງໄຟໄດ້ 100%. ນອກນັ້ນ, ກອງປະຊຸມຍັງໄດ້ຮັບຟັງທິດທາງ ແຜນສູ້ຊົນ ປະຈໍາປີ 2025 ເພື່ອກໍານົດຈຸດສຸມການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2025 ປະກອບມີ 168 ໜ້າວຽກຫລັກ ແລະ 7 ຕົວຊີ້ວັດ ທີ່ຂຶ້ນກັບຝ່າຍຄຸ້ມຄອງລະບົບໄຟຟ້າ 3 ພາກ.

ໃນຕອນທ້າຍຂອງກອງປະຊຸມ, ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ທ່ານຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອນຳເອົາເນື້ອໃນດັ່ງກ່າວ ໄປຜັນຂະຫຍາຍເຂົ້າໃນວຽກງານຂອງຕົນໃຫ້ປະສົບຜົນສຳເລັດຕາມແຜນການທີ່ກຳນົດໄວ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments